ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ຊອກເຫັນ​ເສັ້ນ​ທາງ​ໃນ​ການ​ຮ່ວມ​ມື​ແລະ​ການ​ພັດ​ທະ​ນາກັ​ບ​ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນແລະ​ສາ​ກົນ​ແບບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ

2021-06-16 18:15:08 |ມາຈາກ: CRI

ວັນ​ທີ 15 ມິ​ຖຸ​ນາ​ແມ່ນ​ວັນ​ລະ​ນຶກ​ການ​ສ້າງ​ຕັ້ງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄົບ​ຮອບ 20 ປີ. ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​​ໃນມື້​ດຽວ​ກັນ, ທ່ານ​ຈ້າວ​ລີ​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຕະ​ຫຼອດ​ໄລ​ຍະ 20 ປີ​ມາ​ນີ້, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​​ສາ​ມາດ​ຜ່ານ​ຜ່າ​ການ​ປ່ຽນ​ແປງ​ຂອງ​ສະ​ຖາ​ນະ​ການ​ໂລກ​ໄດ້ທຸກ​ຄັ້ງ ແລະ​ໄດ້​ຊອກ​ເຫັນ​ເສັ້ນ​ທາງ​ກ່ຽວ​ກັບ​ການ​ຊຸກ​ຍູ້ການ​ຮ່ວມ​ມື​ແລະການ​ພັດ​ທະ​ນາ​ກັບ​ອົງ​ການ​ຈັດ​ຕັ້ງພາກ​ພື້ນແລ​ະ​ສາ​ກົນ​ແບບ​ໃໝ່​ຢ່າງ​ສຳ​ເລັດ​ຜົນ, ໄດ້​ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​​ໃຫ້​ພາກ​ພື້ນ​ມີສະ​ຖຽນ​ລະ​ພາບ ຄວາມ​ໝັ້ນ​ຄົງ ການ​ພັດ​ທະ​ນາ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ແລະ​ເປັນ​ການ​ຊອກເຫັນພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ສຳ​ຄັນ​ໃນ​ການ​ສ້າງ​ການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່​ແລະ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ທ່ານ​ຈ້າວ​ລີ​ຈ່ຽນ​ຊີ້​ອອກວ່າ, ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ໄດ້​ກາຍ​ເປັນ​ແບບ​ຢ່າງຂອງ​ລັດ​ທິ​ຫຼາຍ​ຝ່າຍ, ໂດຍ​ອົງ​ການນີ້​ໄດ້​ຍຶດ​ໝັ້ນ​ໃນ​ການ​ປົກ​ປັກ​ຮັກ​ສາ​​ຄວາມຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ໃນ​ສາ​ກົນ, ໄດ້​ສົ່ງ​ສຽງ​​ຂອງ​ຕົນ​ຢ່າງ​ແຂງ​ແຮງ​ໃນ​ການ​ປົກ​ປ້ອງ​ລັດ​ທິ​ຫຼາຍ​ຝ່າຍ, ຄັດ​ຄ້ານ​ລັດ​ທິ​ຝ່າຍ​ດຽວ​ແລະ​ລັດ​ທິ​ປົກ​ປ້ອງ, ໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ຫຼັກ​ໝັ້ນ​ຂອງ​ຕົນ​ຢ່າງ​ຈະ​ແຈ້ງ​ໃນ​ກາ​ນຊຸກ​ຍູ້​ການ​ສ້າງຄວາມ​ສາ​ມັກ​ຄີ​ເພື່ອຮ່ວມ​ກັນ​ຕ້ານກັບ​ພະ​ຍາດ​ໂຄວິດ-19 ແລະ​ຄັດ​ຄ້ານ​ການ​ຖື​ບັນ​ຫາ​ພະ​ຍາດ​ເປັນ​ບັນ​ຫາ​ການ​ເມືອງ, ໄດ້​ສະ​ເໜີ​ແຜນ​ການ​ຂອງ​ຕົນ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຈຸດ​ສຸມ​ຂອງ​ພາກ​ພື້ນ​ໂດຍ​ທາງ​ການ​ເມືອງ, ຢູ່​ໃນ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້, ປະ​ເທດ​ສັງ​ເກດ​ການ​ແລະ​ຄູ່​ສົນ​ທະ​ນາ​ໄດ້​ມີ​ການ​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ດຳ​ເນີນ​ການ​ຮ່ວມ​ມື​ຢ່າງກວ້າງ​ຂວາງ​ກັບ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ອາ​ຊຽນ ແລະ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ແລະ​ພາກ​ພື້ນ​ຕ່າງໆ ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ລະ​ບຽບ​ສາ​ກົນ​ໃຫ້​ກ້າວເດີນ​ໄປ​ຕາມ​ທິດ​ທາງທີ່​ຍຸດ​ຕິ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.