ນັກ​ບິນ​ອະ​ວະ​ກາດຈີນ 3 ທ່ານ​​ຈະ​ປະ​ຕິ​ບັດ​ພາ​ລະ​ກິດຢູ່​ໃນ​ອະ​ວະ​ກາດ​ເປັນ​ເວ​ລາ 3 ເດືອນ

2021-06-16 18:16:56 |ມາຈາກ: CRI

​ອົງ​ການ​​ກິດ​ຈະການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ນັກ​ບິນ​ອະ​ວະ​ກາດ 3 ທ່ານ ຄື: ທ່ານ​ເນ້​ໄຫ​ເຊີ້ງ, ທ່ານ​ລີວ​ໂປ໋​ມີງ ແລະ ທ່ານ​ທ່າງ​ຮົງ​ໂປ່​​ຈະ​ຖືກ​ສົ່ງ​ຂຶ້ນ​ໄປ​ກັບ​ຍານອະ​ວະ​ກາດ​ບັນ​ທຸກ​ຄົນ “ເຊີນ​ໂຈ່ວ​ເລກ12” ​ສູ່​ຫ້ອງ​ແກນ​ກາງທ່ຽນ​ເຮີ​ຂອງ​ສະ​ຖາ​ນີ​​ອະ​ວະ​ກາດ​ໃນເວ​ລາ 9 ໂມງ 22 ນາ​ທີ​ຂອງວັນ​ທີ 17 ມິ​ຖຸ​ນາ​​ນີ້. ຕາມ​ແຜນ​ການ, ​ນັກ​ບິນ​ອະ​ວະ​ກາດ​ຈະ​ປະ​ຕິ​ບັດ​ພາ​ລະ​ກິດ​ຢູ່​ໃນ​ອະ​ວະ​ກາດ​ເປັນ​ເວ​ລາ 3 ເດືອນ.

ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ​ນີ້, ທ່ານ​ຈີ້​ສີ​ມີງ ​ຜູ້​ຊ່ວຍ​ຫົວ​ໜ້າ​ຫ້ອງ​ການ​ອົງ​ການການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​​ໄດ້ແນະ​ນຳ​ວ່າ, ​ໂດຍ​ເປັນການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເທື່ອ​ທຳ​ອິດ​ໃນ​ໄລ​ຍະ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ, ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຍານ​ອະ​ວະ​ກາດ “ເຊີນ​ໂຈ່ວ​ເລກ12” ເທື່ອ​ນີ້​ສຳ​ຄັນ​ທີ່​ສຸດ. ​ເມື່ອເບິ່ງ​ຈາກ​ສະ​ພາບ​ການລວມ​ແລ້ວ, ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຍານ​ອະ​ວະ​ກາດ “ເຊີນ​ໂຈ່ວ​ເລກ12” ມີ​ຈຸດ​ພິ​ເສດ 4 ​ຢ່າງ, ຄື:

ໜຶ່ງ, ຈະ​ເປັນ​ການຢືນ​ຢັນ​​ສະ​ມັດ​ຖະ​ນະ​ຂອງ​ລະ​ບົບ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ລະ​ຫວ່າງ​​ໜ່ວຍ​ໂລກ ກັບ ອະ​ວະ​ກາດຕື່ມ​ອີກ. ສອງ, ຈະ​ເປັນ​ການ​ຢືນ​ຢັນ​​ການ​ຮັບ​ປະ​ກັນ​​ດ້ານ​ເຕັກ​ນິກ​ໃນ​ການ​ປະ​ຕິ​ບັດ​ພາ​ລະ​ກິດ​ພັກ​ຢູ່​ອະ​ວະ​ກາດ​ເປັນ​ເວ​ລາ​ດົນ​ຂອງ​ນັກ​ບິນ​ອະ​ວະ​ກາດ​ຢ່າງ​ຮອບ​ດ້ານ. ສາມ, ຈະ​ເປັນ​ການ​ຢືນ​ຢັ​ນ​ຄວາມ​ສາ​ມາດ​ເຄື່ອນ​ໄຫວ​ຂອງ​​ນັກ​​ບິນອະ​ວະ​ກາດ ກັບ ແຂນ​ກົນ​ຈັກ​ໃນ​ເວ​ລາ​ອອກນອກ​ສະ​ຖາ​ນີ ແລະ ປະ​ຕິ​ບັດ​ງານ​ຢູ່ນອກ​ສະ​ຖາ​ນີ​ຕາມ​ວົງ​ໂຄ​ຈອນ. ສີ, ຈະ​​ເປັນ​ການຢືນ​ຢັນ​ຄວາມ​ສາ​ມາດ​​ໃນ​ການ​ຄົ້ນ​ຄວ້າ ແລະ ການ​ກັບຄືນ​ສູ່ສະ​ຖານ​ທີ່​ລົງ​ຈອດ​​ພາກ​ພື້ນ​ດິນຕົ່ງ​ເຟີ່ງ​ເປັນ​ເທື່ອ​ທຳ​ອິດ.

ທ່ານ​ຈີ້​ສີ​ມີງ​ໄດ້​ແນະ​ນຳ​ວ່າ, ​ອີງ​ຕາມ​ແຜນ​ການ​ກໍ່​ສ້າງ​ສະ​ຖາ​ນີ​​ອະ​ວະ​ກາດ, ໃນ​ປີ​ນີ້ ແລະ ປີ​ໜ້າ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນ​ອ​ະ​ວະ​ກາດ 11 ເທື່ອ, ເພື່ອ​ເຮດ​ໃຫ້​ການ​ກໍ່​ສ້າງ​ສະ​ຖາ​ນີ​​ອະ​ວະ​ກາດ​ຕາມ​ໂຄ​ຈອນສຳ​ເລັດ​ໃນ​ປີ 2022 ແລະ ​ຈະສ້າງ​ ​ຫ້ອງ​ທົດ​ລອງ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ໃຫ້​ສຳ​ເລັດ.