ເສີນຊຸນຈ່າວ: ຫຼີ້ຊິງ ນັກປະຕິວັດຮຸ່ນອາວຸໂສນຳພາຂ້ອຍກ້າວໄປຂ້າງໜ້າ

2021-06-17 16:02:55 |ມາຈາກ:

ຫຼີ້ຊິງ ເປັນຄົນສ້າງຕັ້ງອົງການທ້ອງຖິ່ນແຂວງຢຸນນານຂອງພັກກອມມູນິດຈີນ. ເສີນຊຸນຈ່າວ ເປັນນັກບັນຍາຍໃນເຮືອນເກົ່າທີ່ ທ່ານ ຫຼີ້ຊິງ ເຄີຍພັກຢູ່, ລາວເປັນຄົນເມືອງຫຼົງລິງ ນະຄອນປາວຊານ, ລາວເຕີບໃຫຍ່ຂຶ້ນໃນທ່າມກາງບັນຍາກາດເລື່ອງລາວຂອງ ທ່ານ ຫຼີ້ຊິງ, ໃນຍາມໄວເດັກນາງກໍປະຕິຍານຕໍ່ຕົນເອງວ່າ ຕ້ອງພະຍາຍາມຮ່ຳຮຽນໃຫ້ໄດ້ດີ, ເພື່ອໃນອະນາຄົດຈະໄດ້ກາຍເປັນຄົນຄື ທ່ານ ຫຼີ້ຊິງ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ, ເມື່ອຍາມເຕີບໃຫຍ່, ນາງກໍໄດ້ກາຍເປັນສະມາຊິກຜູ້ໜຶ່ງທີ່ມີກຽດຂອງພັກກອມມູນິດຈີນ.

ປີ 2017, ເສີນຊຸນຈ່າວ ເຮັດວຽກຢູ່ ສຳນັກງານຄຸ້ມຄອງບູຮານວັດຖຸຂອງເມືອງຫຼົງລິງ ມີໜ້າທີ່ຄືບັນຍາຍຕ້ອນຮັບແຂກທ່ອງທ່ຽວເປັນປະຈຳ ແລະ ເຮັດວຽກປົກປັກຮັກສາເຮືອນເກົ່າທີ່ ທ່ານຫຼີ້ຊິງ ເຄີຍພັກຢູ່. ໃນຊ່ວງເວລານີ້, ນາງໄດ້ເຂົ້າໃຈຄຸນງາມຄວາມດີຂອງວິລະຊົນ ທ່ານຫຼີ້ຊິງຢ່າງເລິກເຊິ່ງ.

ເຮືອນເກົ່າທີ່ ທ່ານ ຫຼີ້ຊິງ ເຄີຍພັກ ຕັ້ງຢູ່ຕາແສງຫຼົງຊານ ເມືອງຫຼົງລິງ, ເດືອນພະຈິກ ປີ 2013 ໄດ້ເປີດສູ່ສາທາລະນະຢ່າງເປັນທາງການ. ໃນເຮືອນເກົ່າຂອງເພິ່ນ ເພື່ອສະແດງເລື່ອງຂອງວິລະຊົນ ທ່ານຫຼີ້ຊິງ, ໄດ້ແບ່ງເລື່ອງລາວອອກເປັນ 7​ ຕອນຄື ຄວາມຕັ້ງໃຈໃນໄວເດັກ, ການເຜີຍແຜ່ຂອງພັກກອມມູນິດຈີນທີ່ທິດຕາເວັນຕົກສ່ຽງເໜືອແຂວງຢຸນນານ, ການສ້າງຕັ້ງຂອງພັກກອມມູນິດຈີນໃນແຂວງຢຸນນານ ແລະ ອື່ນໆ. ເຄື່ອງຂອງຕ່າງໆຂອງເພິ່ນໄດ້ວາງສະແດງຢູ່ທີ່ນີ້ເຊັ່ນ: ເຄື່ອງຂອງທີ່ເພິ່ນເຄີຍໃຊ້, ເຈ້ຍທີ່ເພິ່ນຂຽນ, ເອກະສານທີ່ກ່ຽວຂ້ອງ ແລະ ອື່ນໆ.

ເສີນຊຸນຈ່າວ ເວົ້າວ່າ: “ທ່ານຫຼີ້ຊິງ ປະຕິບັດຄຳປະຕິຍານຍາມເຂົ້າເປັນສະມາຊິກພັກກອມມູນິດຈີນດ້ວຍການເຮັດຕົວຈິງ, ສະຫຼະຊີວິດເພື່ອປະກອບສ່ວນເຂົ້າໃນພາລະກິດຂອງພັກ ແລະ ເພື່ອປະຊາຊົນໃນອາຍຸພຽງແຕ່ 32 ປີ.” ໃນເວລາທີ່ຫຼົງທາງ, ທ່ານ ຫຼີ້ຊິງ ກໍຄື ດອກໄຟທີ່ກຳລັງສ່ອງແສງສະຫວ່າງ, ຊີ້ທິດເຍືອງທາງໃຫ້ນາງໄປສູ່ທາງໜ້າ.

ເສີນຊຸນຈ່າວ ເວົ້າວ່າ: “ໃນນາມທີ່ເປັນສະມາຊິກພັກກອມມູນິດຈີນໃນສະໄໝໃໝ່, ພວກເຮົາຄວນລະນຶກເຖິງຄວາມຜາສຸກຂອງຊີວິດການເປັນຢູ່ໃນທຸກມື້ນີ້ ກໍແມ່ນຍ້ອນນັກປະຕິວັດຮຸ່ນອາວຸໂສຄື ທ່ານຫຼີ້ຊິງ ໄດ້ໃຊ້ເລືອດເນື້ອ ແລະ ຊີວິດຂອງຕົນແລກມາ, ພວກເຮົາຕ້ອງທະນຸຖະໜອມ, ພ້ອມທັງພະຍາຍາມກວ່າເກົ່າ, ເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ, ຊື່ຂອງວິລະຊົນເຫຼົ່ານີ້ຈະຖືກຈື່ຈຳໄວ້ໃນໃຈຂອງພວກເຮົາ, ໃຫ້ກຳລັງໃຈພວກເຮົາກ້າວໄປຂ້າງໜ້າ.”

ມາຈາກ: ໜັງສືພິມລາຍວັນຢຸນນານ

ນັກຂ່າວ: ຫູລີ້ຊຽນ