ນະຄອນພູເອີສ້າງ “ໂຮງຮຽນປະຖົມກັນຊ້າງ” ແຫ່ງທຳອິດໃນທົ່ວປະເທດຈີນ

2021-06-21 16:40:28 |ມາຈາກ:

ໂຮງຮຽນປະຖົມນ້າຈີຂອງຕາແສງຢີຊ້ຽງ ເຂດຊືເມົາ ນະຄອນພູເອີ, ເປັນໂຮງຮຽນປະຖົມແຫ່ງທຳອິດ ແລະ ແຫ່ງດຽວໃນທົ່ວປະເທດຈີນທີ່ມີອຸປະກອນກັນຊ້າງຢ່າງສົມບູນ. ປັດຈຸບັນນີ້ໂຮງຮຽນມີນັກຮຽນທັງໝົດ 164 ຄົນ, ຄູ 11 ຄົນ, ນັກຮຽນສ່ວນຫຼາຍກໍພັກຢູ່ໂຮງຮຽນ.

ເພື່ອສ້າງຄວາມສະດວກໃຫ້ແກ່ນັກຮຽນໃນ 15​ ບ້ານອ້ອມຂ້າງທີ່ມາເຂົ້າຮຽນ ຈຶ່ງໄດ້ເລືອກສະຖານທີ່ກໍ່ສ້າງຢູ່ທີ່ນີ້. ແຕ່ສິ່ງທີ່ຄິດບໍ່ເຖິງກໍຄື ລະບົບນິເວດຂ້າງໂຮງຮຽນດີເກີນໄປ, ແລະ ບວກກັບຈຳນວນຊ້າງທີ່ມານະຄອນພູເອີນັບມື້ນັບຫຼາຍຂຶ້ນ, ເຮັດໃຫ້ມີຊ້າງເຂົ້າມາໃນໂຮງຮຽນ ແລະ ຫາອາຫານກິນ. ຊ້າງເຄີຍເຂົ້າມາໃນໂຮງຮຽນສອງຄັ້ງ. ຄັ້ງໜຶ່ງໃນປີ 2019, ສ່ວນອີກຄັ້ງໜຶ່ງໃນປີ 2017, ຊ້າງໄດ້ທຳລາຍອຸປະກອນໃນໂຮງຮຽນ ແລະ ຕົ້ນໄມ້ຈຳນວນໜຶ່ງ, ແຕ່ບໍ່ມີຄົນບາດເຈັບ.

ນັບແຕ່ປີ 2019 ເປັນຕົ້ນມາ, ເພື່ອຮັບປະກັນຄວາມປອດໄພຂອງຄູ ແລະ ນັກຮຽນ, ກໍເພື່ອຫຼີກລ່ຽງການປະທະກັນ ຂອງຄົນກັບຊ້າງ, ໂຮງຮຽນສະເໜີຕໍ່ພະແນກການສຶກສາ ແລະ ປ່າໄມ້, ເພື່ອສ້າງຮົ້ວກັນຊ້າງໃນປັດຈຸບັນ. ນອກນັ້ນ, ທັງປ່ຽນຕົ້ນປາມທີ່ຊ້າງມັກກິນເປັນຕົ້ນ ກາລະບູນ ແລະ Firefly wood.

ຮົ້ວກັນຊ້າງມີຄວາມຍາວ 24 ແມັດ, ຄວາມສູງ 3,2ແມັດ, ກໍ່ສ້າງດ້ວຍເຫຼັກ 15 ໂຕນ, ຫຼັງສຳເລັດການກໍ່ສ້າງ, ກຸ່ມຊ້າງກໍມາອີກສອງສາມຄັ້ງ, ໃຊ້ງາຍ້າຍຮົ້ວກັນຊ້າງກໍບໍ່ມີຜົນຫຍັງ, ແລ້ວໃນສຸດທ້າຍກໍໄປເລີຍ.

ຈຸຊາວ ເວົ້າວ່າ: “ຫຼັງຈາກມີຮົ້ວປ້ອງກັນແລ້ວ, ຜູ້ປົກຄອງຂອງນັກຮຽນ ແລະ ຄູອາຈານກໍມີຄວາມຮູ້ສຶກວາງໃຈຫຼາຍຂຶ້ນ.” ເພື່ອຮັບປະກັນຄວາມປອດໄພຊີວິດຂອງຄູ ແລະ ນັກຮຽນ, ໂຮງຮຽນຈັດການຝຶກອົບຮົມການປ້ອງກັນຊ້າງຫຼາຍເທື່ອ, ພ້ອມທັງເປີດຫຼັກສູດກ່ຽວຂ້ອງກ່ຽວກັບການອະນຸຮັກສັດປ່າ. ການສິດສອນທີ່ເຮັດໃຫ້ເດັກນ້ອຍຮູ້ຄວາມສຳຄັນຂອງການອະນຸຮັກຊ້າງຕັ້ງແຕ່ອາຍຸຍັງນ້ອຍ,ເບິ່ງການມາຂອງຊ້າງປ່າອາຊີໃນແງ່ວິທະຍາສາດ. ຜ່ານການການສິດສອນໄລຍະຍາວ, ບັນດາຄູ ແລະ ນັກຮຽນກໍຮັກສາທ່າທີ່ການຕື່ນໂຕຕໍ່ການປາກົດໂຕຂອງຊ້າງໃນເຂດອ້ອມຂ້າງໂຮງຮຽນ, ຮຽນຮູ້ມາດຕະການ ແລະ ວິທີທີ່ດີທີ່ສຸດໃນການຫຼີກລ່ຽງການປະທະກັນຂອງຄົນກັບຊ້າງ, ໃຫ້ຄົນກັບຊ້າງສາມາດຢູ່ນຳກັນຢ່າງກົມກຽວ.

ມາຈາກ: ເວັບໄຊຢຸນນານ

ນັກຂ່າວ: ເພີງຊີ