ກຸ່ມຊ້າງປ່າອາຊີອົບພະຍົບໄປທິດເໜືອຂອງແຂວງຢຸນນານເພີ່ມຈຳນວນຄັ້ງການເຄື່ອນໄຫວຢ່າງຈະແຈ້ງ

2021-06-21 16:45:17 |ມາຈາກ:

ເວລາ 18 ໂມງ ຂອງວັນທີ 16 ຫາ ເວລາ 18 ໂມງຂອງວັນທີ 17 ຂອງເດືອນມິຖຸນາ, ກຸ່ມຊ້າງໄປທິດຕາເວັນຕົກສຽງໃຕ້ 7,4 ກິໂລແມັດ, ມີການເຄື່ອນໄຫວອ້ອມໄປອ້ອມມາຫຼາຍເທື່ອທີ່ຕາແສງຊີເຈຍ ເມືອງຢີ້ເມີນ. ຊ້າງທີ່ຫຼົງແຍກຈາກກຸ່ມຊ້າງ 12 ມື້, ຢູ່ຫ່າງຈາກກຸ່ມຊ້າງເປັນໄລຍະທາງ 18,8 ກິໂລແມັດ. ຊ້າງ 15 ໂຕແມ່ນຢູ່ໃນເຂດທີ່ສາມາດຕິດຕາມການເຄື່ອນໄຫວໄດ້, ຄົນກັບຊ້າງກໍມີຄວາມປອດໄພ. ເວລາການເຄື່ອນໄຫວຂອງຊ້າງໄວຂຶ້ນຢ່າງຈະແຈ້ງ, ຈຳນວນຄັ້ງຂອງການເຄື່ອນໄຫວກໍເພີ່ມຂຶ້ນ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ