ຈີນ​ສົ່ງຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ 12” ​ຂຶ້ນ​ສູ່​ວົງ​ໂຄ​ຈອນສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ

2021-06-21 17:35:27 |ມາຈາກ: CRI

ເວ​ລາ 9 ໂມງ 22 ນາ​ທີ​ຂອງ​ວັນ​ທີ 17 ມິ​ຖຸ​ນາ​ນີ້, ​ຈີນ​ໄດ້​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ“ເສີນ​ໂຈ່ 12” ​ພ້ອມນັກ​ບິນ​ອະ​ວະ​ກາດ 3 ຄົນ ​ຂຶ້ນ​ສູ່​ວົງ​ໂຄ​ຈອນ​ຕາມ​ທີ່​ໄດ້​ກຳ​ນົດ​ໄວ້ຈາກ​ສູນ​ສົ່ງ​ດາວ​ທຽມ​ຈິວ​ຊວນ​ແຂວງ​ກ່ານ​ຊູ້​ຈີນ​ຢ່າງ​ສຳ​ເລັດ​ຜົນ. ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ ໜ້າ​ທີ່​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ອີກ​ບາດ​ກ້າວ​ໜຶ່ງ.

ໜ້າ​ທີ່​ການ​ບິນ​ອະ​ວະ​ກາດ​ເທື່ອ​ນີ້​ເປັນ​ໜ້າ​ທີ່​ຄັ້ງ​ທີ 4 ເຊິ່ງນອນ​ຢູ່​ໃນ​ໄລ​ຍະ​ພິ​ສູດ​ເຕັກ​ໂນ​ໂລ​ຊີ​ສຳ​ຄັນ​ຂອງ​ສະ​ຖາ​ນີ​ອະ​ວະ​ກາດ, ທັງ​ເປັນ​ໜ້າ​ທີ່​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຄັ້ງ​ທຳ​ອິດ​ໃນ​ໄລ​ຍະ​ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ. ນັກ​ບິນ​ອະ​ວະ​ກາດ 3 ຄົນ​ຈະ​ປະ​ຈຳ​ການ​ຢູ່​ວົງ​ໂຄ​ຈອນ​ເປັນ​ເວ​ລາ 3 ເດືອນ, ດຳ​ເນີນ​ວຽກ​ງານ​ຕ່າງໆ, ເຊັ່ນ: ຮັ​ກ​ສາ​ ແລະ ສ້ອມ​ແປງ​ຢູ່ນອກ​ຍານ, ປ່ຽນ​ອຸ​ປະ​ກອນໃໝ່, ນຳ​ໃຊ້​ອຸ​ປະ​ກອນ​ວິ​ທະ​ຍາ​ສາດ​ຢ່າງ​ຖືກ​ຕ້ອງ ແລະ​ອື່ນໆ.