ພາກ​ສ່ວນ​ການ​ບິນອະ​ວະ​ກາດ​ຂອງ​ຫຼາຍ​ປະ​ເທດຊົມ​ເຊີຍ​ຈີນ​ທີ່​ສົ່ງ​ຍານ​ອະ​ວະ​ກາດ“ເຊີນ​ໂຈ່ 12”ຢ່າງ​ສຳ​ເລັດ​ຜົນ

2021-06-21 17:39:00 |ມາຈາກ: CRI

​ວັນ​ທີ18ມິ​ຖຸ​ນານີ້,ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມຖະ​ແຫຼງ​ຂ່າວ​ວ່າ: ຈີນ​ຍິນ​ດີ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ສຸມ​ໃສ່​ການນຳ​ໃຊ້​ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ​,ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ, ເພື່ອປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ໃຫ້​ແກ່ມວນ​ມະ​ນຸດ​ໃນ​ການ​ຊອກ​ຄົ້ນ​ຄວາມ​ເລິກ​ລັບ​ທາງ​ອະ​ວະ​ກາດ,ນຳ​ໃຊ້​ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ​,​ແລະ​ຊຸກ​ຍູ້ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຕາມ​ຂ່າວ​ແຈ້ງວ່າ,ປະ​ຊາ​ຄົມ​ໂລກໄດ້​ເອົາ​ໃຈ​ໃສ່​ຢ່າງກວ້າງ​ຂວາງ​ຕໍ່​ຈີນ​ທີ່​ສົ່ງ​ຍານ​ອະ​ວະ​ກາດ​“ເຊີນ​ໂຈ່12”ຢ່າງ​ສຳ​ເລັດ​ຜົນ​ເພື່ອ​ສົ່ງ​ນັກ​ບິນ​ອະ​ວະ​ກາດ3ຄົນ​ເຂົ້າ​ສູ່​ສະ​ຖາ​ນີ​ອະ​ວະ​ກາດ, ພາກ​ສ່ວນ​ການ​ບິນອະ​ວະ​ກາດ​ຂອງ​ຫຼາຍ​ປະ​ເທດໄດ້​ສະ​ແດງ​ຄວາມຊົມ​ເຊີຍ​ຢ່າງ​ສຸດ​ໃຈຕໍ່​ຈີນ. ບັນ​ດາ​ຝ່າຍ​ໄດ້​ວິ​ຈານ​ໂດຍ​ເຫັນ​ວ່າ: ການ​ສົ່ງ​ຍານ​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ​ຄັ້ງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຊອກ​ຄົ້ນ​ອະ​ວະ​ກາດ​ຂອງ​ຈີນ​ໄດ້​ຢວ່​າງ​ບາດ​ກ້າວ​ທີ່​ສຳ​ຄັນ​ອີກ​ກ້າວ​ໜຶ່ງ,ເປັນ​ການ​ຢືນ​ຢັນຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ໃນ​ຂົງ​ເຂດ​ອະ​ວະ​ກາດ​ຂອງ​ຈີນ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ການ​ຊອກ​ຄົ້ນ​ອະ​ວະ​ກາດ​ທີ່ກວ້າງ​ໃຫຍ່​ໄພ​ສານ​ແມ່ນ​ຄວາມ​ຝັນ​ຮ່ວມ​ຂອງມວນ​ມະ​ນຸດ ເຊິ່ງ​ລວມ​ທັງຈີນ​. ການ​ສ້າງ​ຕັ້ງ​​ແລະ​ເຮັດ​ພາ​ລິດຢູ່ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ຈະ​ເປັນ​ການ​ສະ​ສົມເຕັກ​ນິກແລະບົດ​ຮຽນໄວ້​ໃຫ້​ມະ​ນຸດ​ໃນ​ການ​ຊອກ​ຄົ້ນ​ອະ​ວະ​ກາດ​ຊັ້ນ​ນອກ. ​ຈີນຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ສຸມ​ໃສ່​ການນຳ​ໃຊ້​ອະ​ວະ​ກາດ​​ໃນ​ທາງ​ສັນ​ຕິ​,ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ສາ​ກົນ,ເພື່ອ​ປະ​ກອບ​ສ່ວນ​ອັນ​ຕັ້ງ​ໜ້າ​ໃຫ້​ແກ່ມວນ​ມະ​ນຸດ​ໃນ​ການ​ຊອກ​ຄົ້ນ​ຄວາມ​ເລິກ​ລັບ​ທາງ​ອະ​ວະ​ກາດ,ນຳ​ໃຊ້​ອະ​ວະ​ກາດ​​ໃນ​ທາງ​ສັນ​ຕິ​,​ແລະ​ຊຸກ​ຍູ້​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.