ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຫວັງ​ໃຫ້​ນັກ​ບິນ​ອະ​ວະ​ກາດ​ຈີນ ແລະ ຕ່າງ​ປະ​ເທດ​ສາ​ມາດ​ທ່ຽວ “​ຫໍ​ຜາ​ສາດ​ເທິງ​ສະ​ຫວັນ” ນຳ​ກັນ

2021-06-21 17:46:10 |ມາຈາກ: CRI

ເວ​ລາ 9 ໂມງ 22 ນາ​ທີ​ຂອງວັນ​ທີ 17 ມິ​ຖຸ​ນາ​ນີ້, ​ຈີນ​ໄດ້​ສົ່ງຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເຊີນ​ໂຈ່ວ 12” ​ຂຶ້ນ​ສູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ, ​ຫຼັງ​ຈາກ​ນັ້ນ​ຍານ​ອະ​​ວະ​ກາດ​​ໄດ້​ເຊື່ອມ​ຕໍ່​ກັບ​ຫ້ອງ​ແກນ​ກາງ​ທ່ຽນ​ເຮີ​ຢ່າງ​ສຳ​ເລັດ​ຜົນ​ເຊິ່ງ​ເປັນ​ການ​ເປີດ​ຍຸກ​ສະ​ໄໝ​ທີ່​ນັກ​ບິນ​ອະ​ວະ​ກາດ​ຂອງ​ຈີນ​​ເດີນ​ທາງ​ໄປປະ​ຈຳ​​ການຢູ່​ອະ​ວະ​ກາດ​ຢ່າງ​ສຳ​ເລັດ​ຜົນ. ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປ​ະ​ເທດ​ຈີນ​ກ່າວ​ວ່າ, ​ແຕ​ລະບາດ​ກ້າວ​​ຂອງ​ໂຄງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ໄດ້​ປະ​ກອບ​ສ່ວນ​ທາງສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງ​ຂອງ​ຈີນ​ເພື່ອມວນ​ມະ​ນຸດ​ເພື່ອ​ນຳ​ໃຊ້​ອະ​ວະ​ກາດ​​ໃນ​ທາງ​ສັນ​ຕິ, ​ຈີນ​ຫວັງ​ເປັນ​ຢ່າງ​ຍິ່ງວ່າ​ໃນ​ອະ​ນາ​ຄົດອັນ​ບໍ່​ດົນ​ນີ້, ນັກ​ບິນ​ອະ​ວະ​ກາດ​ຈີນ ແລະ ນັກ​ບິນ​ອະ​ວະ​ກາດຕ່າງ​ປະ​ເທດ​ຈະສາ​ມາດ​ທ່ຽວ​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ທີ່​ຖືກ​ເອີ້ນ​ວ່າ “ຫໍ້​ຜາ​ສາດ​ເທິງ​ສະ​ຫວັນ” ຮ່ວມ​ກັນ.​

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ນັບ​ແຕ່​ຍານ​ອະ​ວະ​ກາດ​ “ເຊີນ​ໂຈ່ວ​ເລກ 5” ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເປັນ​ເທື່ອ​ທຳ​ອິດ​ໃນ​ປີ 2003 ເປັນ​ຕົ້ນ​ມາ, ໃນ​ໄລ​ຍະ 18 ປີ​ມາ​ນີ້, ໂຄ​ງ​ການ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຂອງ​ຈີນ​ສາ​ມາດ​ບຸກ​ທະ​ລຸ​​ຂອດ​ຫຍຸ້ງ​ຍາກ​ໄດ້ຢ່າງ​ບໍ່​ຢຸດ​ຢັ້ງ ຄື: ຈາກ​​ນັກ​ບິນ​ອະ​ວະ​ກາດຄົນ​ດຽວ​ ແລະ ຢູ່​ພຽງວັນ​ດຽວ ​ຈົນ​ຮອດ​ນັກ​ບິນ​ອະ​ວະ​ກາດຫຼາຍ​ຄົນ ແລະ ຢູ່​ຫຼາຍ​ວັນ, ຈາກ​​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ສະ​ຖາ​ນີໃນ​ຫ້ອງ​ອະ​ວະ​ກາດ ​ຈົນ​ຮອດ​ການ​ອອກນອກ​ສະ​ຖາ​ນີ​ອະ​ວະ​ກາດ, ຈາກ​ການ​ປະ​ຈຳ​​ການເປັນ​ໄລ​ຍ​ະ​ເວ​ລາ​ສັ້ນ ​ຈົນຮອດ ປະ​ຈຳ​​ການໄລ​ຍະ​ປານ​ກາງ, ​ທັງ​ໝົດ​ແມ່ນ​ການ​ປະ​ກອບ​ສ່ວນ​ສະ​ຕິ​ປັນ​ຍາ ແລະ ກຳ​ລັງ​ແຮງ​ຂອງ​ຈີນ​ເພື່ອມວນ​ມະ​ນຸດ​​ເພື່ອນຳ​ໃຊ້​ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ. ທ່ານ​ກ່າວ​ເນັ້ນ​ວ່າ, ການ​​ຄົ້ນຫາຈັກ​ກະ​ວານ​ແມ່ນ​ຄວາມ​ໃຝ່​ຝັນ​ຮ່ວມ​ຂອງມວນ​ມະ​ນຸດທັງ​ໝົດ.

“​ຕະ​ຫຼອດ​ໄລ​ຍະ​ເວ​ລາ​ທີ່​ຜ່ານ​ມາລັດ​ຖະ​ບານ​ຈີນ​​​ກໍ່​ໄດ້ສຸມ​ກຳ​ລັງ​ເຂົ້າ​ໃນ​ການ​ນຳ​ໃຊ້​ອະ​ວະ​ກາດ​​ໃນ​ທາງ​ສັນ​ຕິ​, ດຳ​ເນີນ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ໃນ​ດ້ານ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ກັບ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຢ່າງກວ້າງ​ຂວາງ​ໂດຍ​ອີງ​ຕາມ​ຫຼັກ​ການ​​ນຳ​ໃຊ້ອະ​ວະ​ກາດ​ໃນ​ທາງ​ສັນ​ຕິ, ​ສະ​ເໝີ​ພາ​ລບ​ກັນ ແລະ ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ພ້ອມ​ກັນ​ພັດ​ທະ​ນາ​ໄປ​ຕະ​ຫຼອດ. ເມື່ອ​ເຂົ້າ​ສູ່​ໄລ​ຍະ​ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​ສຳ​ເລັດ​ແລ້ວ, ຈີນ​ຈະ​ສືບ​ຕໍ່​ເພິ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ສາ​ກົນ​ຢ່າງ​ເລິກ​ເຊິ່ງກວ່າ​ເກົ່າ ແລະ ກວ້າງ​ຂວາງ​ກວ່າ​ເກົ່າ, ເຮັດ​ໃຫ້​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ກາຍ​ເປັນ​ຫ້ອງ​ທົດ​ລອງ​ອະ​ວະ​ກາດ​ທີ່​ສ້າງ​ຄວາມ​ສຸກ​ໃຫ້​ແກ່ມວນ​ມະ​ນຸດ.”