ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ ພໍ່: ການສືບທອດຄືກັບ“ການ​ແລ່ນ​ຕໍ່​ໄມ້” ລະ​ຫວ່າງ​ຊາວ​ພັກ​ກອມ​ມູນິດ​ຈີນ​ສອງ​ລຸ້ນ

2021-06-21 17:51:28 |ມາຈາກ: CRI

ທ່ານ​ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ສີ​ຈົ້ງ​ຊຸ່ນພໍ່​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ, ລ້ວນ​ແຕ່​ແມ່ນ​ສະມາຊິກ​ພັກ​ກອມ​ມູນິດ​ຈີນ​ທີ່​ມີ​ຄວາມ​ເຊື່ອ​ຖືຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ.

​ໃນ​ສາຍຕາ​ຂອງ​ປະຊາ​ຊົນ, ທ່ານ​ສີ​ຈົ້ງ​ຊຸ່ນ​ແມ່ນ “ຜູ້ນຳ​ທີ່​ມາ​ຈາກ​ປະຊາຊົນ”, ຢູ່​ຮ່ວມ​ກັນ​ກັບ​ປະຊາຊົນ​ຕະຫຼອດການ. ​ໃນ​ຕະຫຼອດຊີວິດ​ຂອງທ່ານ​ສີ​ຈົ້ງຊຸ່ນ​ໄດ້ຮັບ​ໃຊ້​ປະຊາຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ.

ທ່ານ​ສີ​ຈິ້ນ​ຜິ​ງຮູ້ສຶກ​ພາກພູມ​ໃຈ​ຕໍ່ການກະທຳຂອງ​ພໍ່, ຈຶ່ງໄດ້​ສືບ​ທອດ​ຄຸນ​ທາດ​ທີ່​ສູງ​ສົ່ງ ​ແລະລໍ້າ​ຄ່າ​ຫຼາຍ​ຢ່າງ​ຈາກ​ພໍ່.

ຮ່ວມ​ຈິດ​ຮ່ວມ​ໃຈ​ກັບ​ປະຊາຊົນ

ຈາກ​ພູ​ພຽງ​ດິນ​ເຫຼືອງ​​ຈົນ​ຮອດ​ສຳນັກງານ​ສູນ​ກາງ​ພັກ, ​ໃນ​ຫຼາຍ​ສິບ​ປີຜ່ານມາ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ລົງ​ຮາກ​ຖານ ​ຍ່າງ​ເຂົ້າ​ໄປເຮືອນ​ເພື່ອຢ້ຽມ​ຢາມ​ປະຊາຊົນ, ຖາມກ່ຽວກັບຊີວິດ​ປະຈຳ​ວັນ​ຂອງປະຊາຊົນ, ​ເຊິ່ງ​ເຮັດ​ໃຫ້​ຄົນ​ເຫັນ​ແລ້ວ​ປະ​ທັບ​ໃຈ​ຫຼາຍ. ທ່ານ​ສີ​ຈິ້ນ​ຜິ​ງກໍ​ຄື​ກັນ​ກັບ​ພໍ່, ຍຶດໝັ້ນ​ໃນ​ແນວທາງ​ປະຊາຊົນ​ທີ່ “​ເຮັດ​ວຽກ​ທຸກ​ຢ່າງ​ເພື່ອ​ປະຊາຊົນ, ອາ​ໄສ​ປະຊາຊົນ, ມາ​ຈາກ​​ປະຊາຊົນ, ​ເຂົ້າ​ຫາ​ປະຊາຊົນ”ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ​ສີ​ຈົ້ງ​ຊຸ່ນ​ເຫັນ​ວ່າ: “ພະນັກງານ​ການ​ນຳ ​ແລະ ປະຊາຊົນ​ສະ​ເໝີ​ພາບ​ກັນ, ບໍ່​ມີ​ອັນ​ທີ່​ວ່າ​ສູງ​ສົ່ງ ຫຼື ຕໍ່າ​ຕ້ອຍ, ຕ້ອງ​ຢູ່​ທ່າມກາງ​ປະຊາຊົນ​​ສະ​ເໝີ.”

ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສືບ​ທອດ​ແບບ​ແຜນ​ຂອງ​ພໍ່. ທ່ານ​ກ່າວ​ວ່າ: “ສະມາຊິກ​ພັກ ​ແລະພະນັກງານ​ທຸກ​ຄົນ, ມີ​ແຕ່​ຄວາມ​ຮັບຜິດຊອບ ​ແລະ ພັນທະ​ທີ່​ຮັບ​ໃຊ້​ປະຊາຊົນເທົ່ານັ້ນ, ບໍ່​ມີ​ສິດ​​ເປັນ​ເຈົ້າ​ນາຍ​ອາດ​ຍາ.”

​ໃນ​ໄລຍະ​ທີ່​ລົງ​ຮາກ​ຖານເພື່ອດຳ​ລົງ​ຊີ​ວິດ ​ແລະ ​ອອກ​ແຮງ​ງານ​ຢູ່​ບ້ານ​ຫຼຽງ​ເຈ່ຍ​ເຫີ, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ເປີດ​ຫ້ອງ​ຮຽນ​ສອນ​ໜັງ​ສື​ໃຫ້​ພີ່ນ້ອງ​ປະຊາຊົນ; ​ໃນ​ໄລຍະ​ທີ່​ເຮັດ​ວຽກ​ການ​ປົກຄອງ​ຢູ່​ນະຄອນ​ຟູ​​ໂຈ່, ທ່ານ​ໄດ້​ຊຸກຍູ້ການ​ເຄື່ອນ​ໄຫວ​ຄື “​ເຂົ້າໄປເຮືອນ​ທຸກ​ຄອບຄົວ, ເພື່ອຊອກຮູ້​ສະພາບ​ຂອງ​ທຸກ​ຄອບຄົວ, ​ແກ້​ໄຂ​ຄວາມ​ກັງວົນໃຈ​ຂອງ​ທຸກ​ຄອບຄົວ ​ແລະ ​ເຮັດ​ວຽກ​ຊ່ວຍ​ເຫຼືອ​ທຸກ​ຄອບຄົວ”; ຫຼັງ​ຈາກ​ກາຍ​ເປັນ​ຜູ້ນຳ​ສູງ​ສຸດ​ຂອງ​ພັກ​ ​ແລະ​ລັດຖະບານ​ແລ້ວ, ທ່ານ​​ໄດ້​ແນະນຳ​ຕົວ​ເອງ​ວ່າ​:ທ່ານເປັນ “ຜູ້​ຮັບ​ໃຊ້​ປະຊາຊົນ”.

​ໃຫ້​ຄວາມ​ສຳຄັນ​ກັບ​ການ​ສຳ​ຫຼວດຄົ້ນຄວ້າ

ທ່ານ​ສີ​ຈົ້ງ​ຊຸ່ນ​ໃຫ້ຄວາມສຳຄັນ​​ຢ່າງສູ​ງຕໍ່​ການ​ສຳ​ຫຼວດຄົ້ນຄວ້າ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ​ທ່ານມີ​ທັດສະນະຄືໃຫ້​ໝັ່ນອອກ​ຈາກ “ສຳນັກງານ​ອົງການ​ປົກຄອງ”, ​ເຂົ້າ​​ຫາ​ປະຊາຊົນ, ລົງ​ເລິກ​ເພື່ອເກັບກຳສະພາບ​ຄວາມ​ເປັນ​ຈິງ, ຕິດ​ແທດ​ກັບ​ປະ​ຊາ​ຊົນ​ເພື່ອ​ຊອກ​ຫາ​ວິທີແກ້ໄຂ​ທີ່​ເໝາະ​ສົມ​ທີ່​ສຸດ ​ຕົວຈິງ​ທີ່​ສຸດ ​ແລະ ​ຖືກຕ້ອງ​ທີ່​ສຸດ. ວິທີ​ການ​ເຮັດ​ວຽກ​ແບບ​ນີ້,ໄດ້ສົ່ງ​ອິດ​ທິ​ພົນໃຫ້ກັບ​​ທ່ານ​ສີ​ຈິ້ນ​ຜິ​ງຢ່າງເລິກເຊິ່ງ.

ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 18 ​ເປັນ​ຕົ້ນ​ມາ,ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ໄປສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ຂັ້ນ​ຮາ​ກຖານ​ເລື້ອຍໆ, ​ເຊັ່ນ: ​ໄປ​ຢ້ຽມຢາມ​ປະຊາຊົນ​ຜູ້​ທຸກ​ຍາກ​ຢູ່​ເຂດ​ພູດ​ອຍ, ເດີນທາງ​ໄປເຂດ​ດິນ​ດຳ​ເພື່ອ​ກວດ​ເບິ່ງ​ສະພາບ​ການ​ຜະລິດ​ສະບຽງ​ອາຫານ, ກວດ​ເບິ່ງ​ສະພາບ​ການ​ຜະລິດ​ຢູ່​ໂຮງ​ຈັກ​ໂຮງງານ, ຊອກ​ຮູ້​ສະພາບ​ການ​ຟື້ນ​ຟູ​ການ​ຜະລິດ ​ແລະ ການດຳລົງ​ຊີວິດຂອງປະຊາຊົນ​ຢູ່​ສະຖານ​ທີ່​ຈັດ​ສັນ​​ຜູ້​ປະສົບ​ໄພ​ທຳ​ມະ​ຊາດ ​ແລະ​ອື່ນໆ​ອີກ. ທ່ານ​ສີ​ຈິ້ນ ​ຜິ​ງ​ໄດ້​ໃຊ້​ການ​ກະທຳ​ຕົວ​ຈິງ​ ​ຊຸກຍູ້​ການ​ສ້າງ​ບັນຍາກາດໃຫ້ທົ່ວພັກ​​ດຳ​ເນີນ​ການ​ສຳ​ຫຼວດຄົ້ນຄວ້າ​ຕົວ​ຈິງ​.

ປະຢັດ​ມັດທະຍັດ

ການ​ປະຢັດ​ມັດທະຍັດ,ກໍ​ແມ່ນ​ຄຸນສົມບັດອັນ​ສຳຄັນ​ຢ່າງ​ໜຶ່ງ​ທີ່​ທ່ານ​ສີ​ຈິ້ນ​ຜິ​ງ ຮຽ​ນ​ເອົາ​ແບບ​ຢ່າງ​ຂອງ​ພໍ່.

ທ່ານ​ສີ​ຈົ້ງ​ຊຸ່ນດຳລົງຊີວິດປະຢັດ​ມັດທະຍັດຢ່າງ​ເຄັ່ງ​ຄັດ​, ທ່ານ​​ ​ແລະ ທ່ານ​ນາງ​ສີ​ຊິ່ນພັນ​ລະ​ຍາ​ຂອງ​ຕົນກໍ​ມີ​ຄວາມ​ເຂັ້ມ​ງວດ​ຫຼາຍ​ໃນ​ການ​ສອນ​ລູກ. ​ໃນ​ເວລາ​ກິນ​ເຂົ້າ, ຖ້າ​ມີ​ເມັດ​ເຂົ້າ​ຕົກ​ຢູ່​ໜ້າ​ໂຕະ, ທ່ານ​ສີ​ຈົ້ງ​ຊຸ່ນກໍ​ຈະ​ຈັບ​ຂຶ້ນ​ມາ​ກິນ ​ໂດ​ຍບໍ່ໃຫ້ຕົກເຮ່ຍ​ແມ່ນ​ແຕ່​ໜ້ອຍ​ດຽວ.

ພາຍ​ໃຕ້​ການ​ສັ່ງສອນ​ຂອງ​ພໍ່, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້​ສ້າງ​ຄວາມ​ຊິນ​ເຄີຍ​ໃນການ​ປະຢັດ​ມັດທະຍັດມາ​ຕັ້ງ​ແຕ່​ຍາມ​ນ້ອຍ.

​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ​ໄດ້ເດີນທາງ​ໄປ​ສຳ​ຫຼວດກວດກາ​ວຽກ​ງານ​ຢູ່​ທ້ອງ​ຖິ່ນ​ຕ່າງໆ, ​ເພື່ອປະຢັດ​ຄ່າ​ໃຊ້​ຈ່າຍ​ຂອງງົບປະມານ​​ທ້ອງ​ຖິ່ນ, ທ່ານ​ໄດ້​ພັກຜ່ອນ ​ແລະນອນ​ຄ້າງ​ຄືນ​ຢູ່​ເທິງ​ລົດ​ໄຟເລີຍ; ສຳລັບ​ການ​ເດີນທາງ​ໄປ​ຢ້ຽມຢາມ​ຕ່າງປະ​ເທດ, ທ່ານ​ກໍ​ໃຫ້​ທິດຊີ້​ນຳ​ຫຼາຍ​ເທື່ອ​ແລ້ວ​ວ່າ: ຢ່າ​ໃຊ້​ຈ່າຍ​ຟຸມ​ເຟືອຍ, ​ໂຮງ​ແຮມ​ບໍ່​ຕ້ອງ​ຫຼູຫຼາ, ຂໍ​ແຕ່​ສະອາດ ​ແລະ ​ຢູ່ສະບາຍ​ກໍ​ພໍ​ແລ້ວ.

“ປະຢັດ​ ແລະ ລຽບ​ງ່າຍ, ສະກັດ​ກັ້ນ​ການ​ສິ້ນ​ເປືອງ​ຟຸມ​ເຟືອຍ, ນີ້​ແມ່ນ​ມໍ ລ​ະດົກ​ທີ່ສືບ​ທອດ​ກັນມາໃນ​ທຸກ​​ເຊັ່ນ​ຄົນ​ຂອງ​ພັກ​ເຮົາ. ປະຈຸ​ບັນ, ​ເງື່ອນ​ໄຂການ​ດຳລົງ​ຊີວິດ​ຂອງ​ພວກ​ເຮົາ​ດີ​ຂຶ້ນ​ຫລາຍແລ້ວ, ​ແຕ່​ຈິດ​ໃຈ​​ສູ້​ຊົນ​ຢ່າງ​ທໍລະ​ຫົດ​ອົດທົນ​ບໍ່​ໃຫ້​ລົດລະ​ແມ່ນ​​ແຕ່​ໜ້ອຍ​ດຽວ, ຕ້ອງ​ຍຶດໝັ້ນ​ການ​​ສ້າງ​ຄຸນ​ສົມ​ບັດ​ໃຫ້​ກັບ​ຕົນ​ເອງ ​ແລະສ້າງ​ພາລະກິດ​ດ້ວຍ​ການ​ປະຢັດ​ມັດທະຍັດ, ຍຶດໝັ້ນການ​ເຮັດ​ວຽກ​ທຸກ​ຢ່າງ​ດ້ວຍ​ຄວາມ​ດຸ​​ໝັ່ນ ​ແລະ ​ປະຢັດ​ມັດທະຍັດ.”

ແບບຢ່າງ​ທີ່ີດີ​ມີ​ບົດບາດ​ທີ່​ສຳຄັນ​ຢ່າງ​ຍິ່ງ. ຄວາມ​ເວົ້າ ​ແລະການ​ປະພຶ​ດ ​ຂອງ​ພໍ່, ​ໄດ້​ສອນ​ທ່ານ​ສີ​ຈິ້ນ​ຜິ​ງ​ໃຫ້ຮູ້​ວ່າ​: ຄວນ​ເຮັດ​ແນວ​ໃດ​ຈຶ່ງຈະ​ສາມາດ​ກາຍ​ເປັນ​ຄົນ​ທີ່​ບໍລິສຸດ ​ແລະ ​ສ້າງ​ປະ​ໂຫຍ​ດໃຫ້ກັບປະຊາຊົນໄດ້. ​ແນວທາງ​ປະຊາຊົນເຊັ່ນ:ການ​ສຳ​ຫຼວດຄົ້ນຄວ້າ ​ແລະການ​ປະຢັດ​ມັດທະຍັດ, ມໍລະດົກ​ທີ່​ສືບ​ທອດ​ກັນມາ​ທຸກ​ເຊັ່ນ​ຄົນ​ຢູ່​ໃນ​ພັກ​ໃຫຍ່​ທີ່​ມີ​ປະຫວັດສາດ​ເປັນ​ຮ້ອຍ​ປີ​ນີ້, ກໍ​ແມ່ນ​ຄຸນສົມບັດ​ທີ່​ລໍ້າ​ຄ່າ​ທີ່​ໄດ້​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ເລື້ອຍມາ​ລະຫວ່າງ​ທ່ານ​ສີ​ຈົ້ງ​ຊຸ່ນ ​ແລະ​ທ່ານ​ສີ​ຈິ້ນ​ຜິ​ງທີ່​ເປັນ​ຊາວ​ພັກ​ກອມ​ມູນິດ​ຈີນສອງ​ເຊັ່ນ​ຄົນ.