ທ່ານ​ສີ​ຈີ້ນ​ຜິງສົ່ງ​ສານ​ຊົມ​ເຊີຍເຖິງ​ທ່ານ​ຣາຍ​ຊີ​ທີ່ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ

2021-06-22 19:19:12 |ມາຈາກ: CRI

ວັນ​ທີ 21 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈີ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ໄປ​ຍັງ​ທ່ານ​ອິບ​ຣາ​ຮິມ ຣາຍ​ຊີ ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປ​ະ​ທາ​ນາ​ທິ​ບໍ​ດີ​ຂອງ​ສາ​ທາ​ລະ​ນະ​ລັດ​ອິ​ສ​ຣາມ​ອີ​ຣານ.

ໃນ​ສານ​ຊົມ​ເຊີຍ​ຂອງທ່ານ​ສີ​ຈີ້ນ​ຜິງ​ໄດ້​ລະ​ບຸ​ວ່າ, ຈີນ ກັບ ອີ​ຣານ​ແມ່ນ​ຄູ່​ຮ່ວມ​ຍຸດ​ທະ​ຍາດ​ຮອບ​ດ້ານ, ປີ​ນີ້​ແມ່ນ​ປີ​ທີ່ສອງ​ປະ​ເທດ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 50 ປີ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ຂະ​ຫຍາຍ​​ສາຍ​ພົວ​ພັນ​ຈີນ-ອີ​ຣານ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ປາ​ຖະ​ໜາ​ຈະ​ຮ່ວມ​ມື​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຣາຍ​ຊີ, ເພິ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ, ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ​​ໃຫ້​ໜັກ​ແໜ້ນກວ່າ​ເກົ່າ, ເປີດກວ້າງ ແລະ ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ຈີນ ກັບ ອີ​ຣານ, ​ເພື່ອສ້າງ​ຄວາມ​ສຸກ​ໃຫ້​ແກ່​ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ.

ມື້​ດຽວ​ກັນ, ໃນ​ກອງ​ປະ​ຊຸມ​ຂ່າວ​ເທື່ອ​ທຳ​ອິດ​ພາຍ​ຫຼັງ​ໄດ້​ຮັບ​ເລືອກ​ຕັ້ງ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຮ​ຣານ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຣາຍ​ຊີໄດ້​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຕໍ່​ບັນ​ຫາ​ນິ​ວ​ເຄຼຍ​ອີ​ຣານ, ການ​ພົວ​ພັນ​ອີ​ຣານ-ອາ​ເມ​ຣິ​ກາ, ການ​ພົວ​ພັນ​ອີ​ຣານ-ຈີນ​ ພ້ອມ​ທັງ​ບັນ​ຫາ​ຈຸດ​ພົ້ນ​ເດັ່ນ​ໃນພາກ​ພື້ນ​ອື່ນໆ. ທ່ານ​ຣາຍ​ຊີ​ກ່າວ​ວ່າ, ທ່ານ​ສະ​ໜັບ​ສະ​ໜູນ​ການ​ເຈ​ລະ​ຈາ​ກຽນ​ກ່ຽວ​ກັບ​ສັນ​ຍາ​ນິ​ວ​ເຄຼຍ​ອີ​ຣານ​ທີ່​ພວມ​ດຳ​ເນີນ​ຢູ່ນະ​ຄອນ​ຫຼວງວຽນ​ປະ​ເທດ​ໂອ​ຕຼິ​ສ, ແຕ່​ກໍ່​ກ່າວ​ເນັ້ນ​ວ່າ, ອາ​ເມ​ຣິ​ກາ​ຕ້ອງ​ຍົກ​ເລີກ​ມາດ​ຕະ​ການ​ຂວ້ຳ​ບາດ​ແບບ​ບັງ​ຄັບ​ຕໍ່​ອີ​ຣານ​ທັງ​ໝົດ.