ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຕອບ​ຈົດ​ໝາຍ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ

2021-06-22 19:30:12 |ມາຈາກ: CRI

ວັນ​ທີ 21 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕອບ​ຈົດ​ໝາຍ​ໃຫ້​ກັບ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ ໂດຍ​ທ່ານໄດ້​ສົ່ງ​ເສີມ​ໃຫ້​ເຂົາ​ເຈົ້າ​ຮັບ​ຮູ້​ປະ​ເທດ​ຈີນ​ຢ່າງ​ແທ້​ຈິງ​ແລະ​ເລິກ​ເຊິ່ງ​ໃຫ້ຫຼາຍກວ່າ​ເກົ່າ, ​ແນະ​ນຳ​ຄວາມ​ຄິດ​ເຫັນ​ແລະ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ໃຫ້ຫຼາຍ​ຄົນ​ໄດ້​ຮັບ​ຮູ້ ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມ​ສານ​ສາຍ​ພົວ​ພັນ​ທາງ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ.

ໃນ​ຈົດ​ໝາຍ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ລະ​ບຸ​ວ່າ: ພວກ​​ລູກ​ຫຼານ​ໄດ້​ເປັນ​ເຈົ້າ​ການ​​ຊອກ​ຮູ້​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຈີນ​ແລະ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ​ສິ່ງ​ນີ້​ມີ​ປະ​ໂຫຍດຫຼາຍ​ໃນ​ການ​ຮັບ​ຮູ້​ອະ​ດີດ, ປັດ​ຈຸ​ບັນ​ແລະ​ອະ​ນາ​ຄົດ​ຂອງ​ຈີນ. ການ​ຮັບ​ຮູ້​ປະ​ເທດ​ຈີນ​ໃນ​ມື້​ນີ້​ໃຫ້​ດີ ກໍ​ຄວນ​ຮັບ​ຮູ້​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ດີ. ພວກ​​ລູກຫຼານ​ໄດ້​ເວົ້າ​ວ່າ: ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສຸມ​ກຳ​ລັງ​​ເຂົ້າໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ ແລະ​ຊ່ວຍ​ເຫຼືອ​ປະ​ເທດ​ອື່ນ​​ຕ້ານ​ກັບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ຢ່າງ​ຕັ້ງ​ໜ້າ. ພັກ​ກອມ​ມູ​ນິດ​ຈີນ​​ເອົາ​ໃຈ​ໃສ່ເຮັດ​ວຽກ​ເຫຼົ່າ​ນີ້, ​ກໍ່ຍ້ອນ​ວ່າ​ພັກ​ກອມ​ມູ​ນິດ​ຈີນ​ແມ່ນ​ພັກ​ການ​ເມືອງ​ທີ່​ສ້າງຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຈີນ ທັງ​ແມ່ນ​ພັກ​ການ​ເມືອງ​ທີ່​ບຸກ​ບືນ​ສູ້​ຊົນ​ເພື່ອ​ຊຸກ​ຍູ້​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ.

ໃນ​ຈົດ​ໝາຍ​ສະ​ບັບ​ນີ້​ຍັງ​ລະ​ບຸ​ວ່າ: ຈີນ​ມີ​ຄຳ​ສຸ​ພາ​ສິດ​ທີ່​ວ່າ: ສິບ​ປາກ​ເວົ້າ​ບໍ່​ທໍ່​ຕາ​ເຫັນ. ຍິນ​ດີ​ຕ້ອນ​ຮັບ​ພວກ​​ລູກຫຼານໄປ​ທ່ຽວ​ຊົມ​​ແຫ່ງ​ຕ່າງ​ໆ​​ພາຍ​ໃນ​ປະ​ເທດ​ຈີນ​ໃຫ້ຫຼາຍ ກວ່າ​ເກົ່າ, ຮັບ​ຮູ້​ປະ​ເທດ​ຈີນ​ທີ່​ແທ້​ຈິງ​ແລະ​ເລິກ​ເຊິ່ງກວ່າ​ເກົ່າ, ແນະ​ນຳ​ຄວາມ​ຄິດ​ເຫັນ​ແລະ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ໃຫ້ຫຼາຍ​ຄົນ​ໄດ້​ຮັບ​ຮູ້ ເພື່ອ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ເຊື່ອມສານ​ສາຍ​ພົວ​ພັນ​ທາງ​ຈິດ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ.

ຫວ່າງມໍ່ໆ​ມາ​ນີ້, ຜູ້​​ຕາງ​ໜ້າ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ປັກ​ກິ່ງ 45 ຄົນທີ່​ມາ​ຈາກ 32 ປະ​ເທດ​ໄດ້​ຂຽນ​ຈົດ​ໝາຍເຖິງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ໂດຍ​ໄດ້​ສົ່ງ​ຄວາມອວຍ​ພອນ​ອັນ​ປະ​ເສີດ​​ໃຫ້​ກັບ​ການ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ. ຜ່ານ​ທາງ​ຈົດ​ໝາຍ, ນັກ​ສຶກ​ສາ​ໄດ້​ເວົ້າ​ເຖິງ​ຄວາມຮູ້​ສຶກ​ຂອງ​ຕົນ​ທີ່​ໄດ້​ຮ່ຳ​ຮຽນ​ແລະ​ໃຊ້​ຊີ​ວິດ​ຢູ່​ຈີນ ທັງ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ອັນ​ຍິ່ງ​ໃຫຍ່​ຂອງ​ຈີນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ ແລະ​ສະ​ແດງ​ຄວາມ​ເຫັນ​ດີ​ຢ່າງ​ສູງ​ຕໍ່​ແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ທີ່​ຖື​ປະ​ຊາ​ຊົນ​ເປັນ​ໃຈ​ກາງ​ຂອງ​ພັກ​ກ​ອມ​ມູ​ນິດ​ຈີນ.