ກຸ່ມຊ້າງທີ່ໄປທິດໃຕ້ກັບຄືນເມືອງເອີຊານ

2021-06-23 17:41:29 |ມາຈາກ:

ເວລາ 18 ໂມງ ຂອງວັນທີ 21 ຫາ ເວລາ 18 ໂມງຂອງວັນທີ 22 ຂອງເດືອນມິຖຸນາ, ກຸ່ມຊ້າງທີ່ໄປທິດໃຕ້ 11,2 ກິໂລແມັດ, ໄດ້ອອກຈາກເມືອງຢີ້ເມີນກັບໄປເມືອງເອີຊານ. ຊ້າງທີ່ຫຼົງແຍກ ແມ່ນຢູ່ທາງທິດຕາເວັນອອກສ່ຽງເໜືອຂອງກຸ່ມຊ້າງ, ຊ້າງທີ່ຫຼົງແຍກຫ່າງຈາກກຸ່ມຊ້າງປະມານ 30 ກິໂລແມັດ, ແລະ ສືບຕໍ່ເຄື່ອນຍ້າຍໄປໃນບໍລິເວນນ້ອຍໆໃນພື້ນທີ່ປ່າຂອງຕາແສງຊຸ່ຍເຮີເຂດຈີນິງ.

ອຳນາດການປົກຄອງແຂວງຢຸນນານໄດ້ໃຫ້ຄວາມສຳຄັນຕໍ່ສະພາບການດັ່ງກ່າວນີ້, ແລະ ສືບຕໍ່ເຜີຍແຜ່ຄວາມຮູ້ກ່ຽວກັບການປົກປັກຮັກສາ ແລະ ການປ້ອງກັນຊ້າງອາຊີໃຫ້ບັນດາຊາວບ້ານທີ່ຢູ່ອ້ອມຂ້າງ, ໂດຍສະເພາະແມ່ນນັກຮຽນ. ຈັດຕັ້ງກອງປະຊຸມເພື່ອວິເຄາະຄົ້ນຄວ້າຄາດຄະເນເສັ້ນທາງການເຄື່ອນຍ້າຍຂອງກຸ່ມຊ້າງ, ຄົ້ນຄວ້າວາງແຜນຊີ້ນຳແລະ ວີທີການປ້ອງກັນ. ສືບຕໍ່ຊີ້ນຳໃຫ້ກຸ່ມຊ້າງເຄື່ອນຍ້າຍໄປທາງທິດໃຕ້ຢ່າງມີວິທະຍາສາດ. ອຳນາດການປົກຄອງແຂວງຢຸນນານໄດ້ວາງມາດຕະການຕ່າງໆເຊັ່ນ: ການໃຫ້ອາຫານຊ້າງ, ການແຍກດ່ຽວ ແລະ ການປິດລ້ອມ, ເພື່ອຮັບປະກັນເສັ້ນທາງການເຄື່ອນຍ້າຍຂອງຊ້າງໃຫ້ມີຄວາມສະດວກສະບາຍ,ແລະ ຮັບປະກັນຄວາມປອດໄພຂອງຊ້າງ ແລະ ມະນຸດ.

ມາຈາກ: ເວັບໄຊຢຸນນານ

ນັກຂ່າວ: ຢຸນຈົງຊຽວ