ການຝຶກອົບຮົມໃຕ້ນ້ຳຂອງນັກບິນອະວະກາດຈີນ

2021-06-23 17:44:49 |ມາຈາກ:

ວັນທີ 17 ມິຖຸນານີ້, ຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 12” ກັບ ຍານສູນກາງເຮີທຽນໄດ້ສຳເລັດໃນການເຊື່ອມຕໍ່ ແລະ ລົງຈອດ,ນັກບິນອະວະກາດ 3 ທ່ານ ຄື: ທ່ານ ​ເນ້ໄຫເຊີ້ງ, ທ່ານ​ ລີວໂປ໋ມີງ ແລະ ທ່ານ ​ທ່າງຮົງໂປ່​ ໄດ້ເຂົ້າປະຈຳການໃນຍານສູນກາງທຽນເຮີຢ່າງສຳເລັດຜົນ.

ກ່ອນໜ້ານີ້, ເພື່ອຮັບປະກັນວ່ານັກບິນອະວະກາດສາມາດສຳເລັດພາລະໜ້າທີ່ຕ່າງໆໃນອະວະກາດໄດ້, ນັກບິນອາວະກາດຕ້ອງດຳເນີນການຝຶກອົບຮົມໃຕ້ນ້ຳຢ່າງຫຼວງຫຼາຍ. ທຸກຄັ້ງທີ່ລົງນ້ຳ, ນັກບິນອະວະກາດຕ້ອງໃຊ້ເວລາຫຼາຍກວ່າ 6 ຊົ່ວໂມງຢູ່ໃຕ້ນ້ຳ, ເມື່ອການຝຶກອົບຮົມສິ້ນສຸດລົງ, ນັກບິນອະວະກາດກໍ່ເຫື່ອໄຫຼໄຄຍ້ອຍ, ແຂນຂອງເພິ່ນບໍ່ສາມາດຍົກໄດ້, ຈົນບໍ່ສາມາດຈັບໄມ້ຖູ່, ແຕ່ເຖິງຢ່າງໃດກໍຕາມ, ນັກບິນອະວະກາດ ກໍບໍ່ໄດ້ສະແດງຄວາມອິດເມື່ອຍ, ເພິ່ນຍັງສົນທະນາກັບຜູ້ສອນແລະ ດຳເນີນການສະຫລຸບ.