ສາວຜູ້ທີ່ຂີ່ເຮືອບີນເຮລິກົບແຕກຳລັງຈະຈົບການສຶກສາ

2021-06-23 17:48:31 |ມາຈາກ:

ເມື່ອບໍ່ດົນມານີ້, ນັກສຶກສາການບິນຂອງວິທະຍາຄານຫະຫານອາກາດກອງທັບບົກໄດ້ດຳເນີນການສອບເສັງເພື່ອຈົບການຮຽນ. ໃນນັ້ນ, ມີ 10 ຄົນເປັນນັກບິນຍິງຊຸດທຳອິດທີ່ໄດ້ຮັບການຝຶກອົບຮົມຢ່າງເປັນເອກະລາດໂດຍກອງທັບບົກຈີນ. ພວກເຂົາໄດ້ຖືກຄັດເລືອກຈາກນັກຮຽນມັດທະຍົມປາຍຫລາຍກວ່າ 120,000 ຄົນໃນທົ່ວປະເທດຈີນໃນປີ 2017. ຫລັງຈາກໄດ້ຮັບການຝຶກອົບຮົມມາເປັນເວລາ 4 ປີໃນວິທະຍາຄານຫະຫານອາກາດກອງທັບບົກ, ພວກເຂົາໄດ້ສຳເລັດການສຶກສາໃນພາກທິດສະດີ ແລະ ການຝຶກຊ້ອມຕົວຈິງ, ພວກເຂົາກຳລັງຈະປ່ຽນຈາກນັກສຶກສາເປັນນັກບິນ. ພວກນາງຮຽນວິຊາດຽວກັນ, ມີເງື່ອນໄຂດຽວກັນ ແລະ ມາດຕະຖານດຽວກັນກັບນັກບິນຊາຍ, ແລະ ທັງໝົດໄດ້ຜ່ານການສອບເສັງຈົບການຮຽນ, ແລະ ຍັງໄດ້ຮັບຜົນຄະແນນທີ່ດີອີກດ້ວຍ.

ມາຈາກ:ຫນັງ​ສື​ພິມລາຍວັນປະຊາຊົນ