ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄຳ​ປາ​ໄສ​ຮ່ວມຂອງ​ປະ​ເທດ​ເພື່ອນ​ມິດ​ໃນ​ການ​ສະ​ໜັບ​ສະ​ໜູນ​ຈີນ​ຢູ່​ກອງ​ປະ​ຊຸມ​ສະ​ພາສິດ​ທິ​ມະ​ນຸດ​ຄັ້ງ​ທີ 47

2021-06-23 17:59:34 |ມາຈາກ: CRI

ວັນ​ທີ 22 ມິ​ຖຸ​ນາ​ນີ້, ທ່ານ ຈ້າ​ວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ຄຳ​ປາ​ໄສ​ຮ່ວມຂອງ​ປະ​ເທດ​ເພື່ອນ​ມິດ​ໃນ​ການ​​ສະ​ໜັບ​ສະ​ໜູນ​ຈີນ​ຢູ່​ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ຄັ້ງ​ທີ 47.

ທ່ານ ຈ້າວ​ລີ້​ຈ່ຽນ ກ່າວ​ວ່າ: ວັນ​ທີ 22 ມິ​ຖຸ​ນາ​ນີ້, ໃນກອງ​ປະ​ຊຸມ​ສະ​ພາສິດ​ທິ​ມະ​ນຸດ​ຄັ້ງ​ທີ 47, ປະ​ເທດເບ​ລາ​ຣູ​ຊີ​ໄດ້​ຕາງ​ໜ້າ​ໃຫ້ 65 ປະ​ເທດ​ກ່າວ​ຄຳ​ປາ​ໄສ​ຮ່​ວມ​ໂດຍ​ໄດ້​ເນັ້ນ​ໜັກ​ໃຫ້​ເຄົາ​ລົບ​ອະ​ທິ​ປະ​ໄຕ​,ເອ​ກະ​ລາດ​ແລະ​ຜືນ​ແຜ່​ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ບັນ​ດາ​ປະ​ເທດ,ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອະ​ທິ​ປະ​ໄຕ​​ເຊິ່ງແມ່ນ​ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ, ວຽກ​ງານ​ຮົງ​ກົງ,ຊິ່ນ​ຈ່ຽງ​ແລະ​ຕິ​ເບດ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ວົງ​ການ​ພາຍນອກ​ບໍ່​ຄວນ​ແຊກ​ແຊງ​, ​ທັງ​ມີ​ຈຸດ​ຢືນ​ໃຫ້​ເຄົາ​ລົບ​ແລະ​ປະ​ຕິ​ບັດ​​ຕາມຈຸດ​ປະ​ສົງ​ແລະ​ຫຼັກ​ການ​ຂອງ​ກົດ​ບັດ​​ອົງ​ການສະ​ຫະ​ປະ​ຊາ​ຊາດ,ເຄົາ​ລົບ​ສິດ​ທິ​ຂອງ​ປະ​ຊາ​ຊົນ​​ບັນ​ດາ​ປະ​ເທດ​ໃນ​ການ​ເລືອກ​ເສັ້ນ​ທາງ​​ການ​ພັດ​ທະ​ນາ​ດ້ານ​ສິດ​ທິ​ມະ​ນຸດຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ຕາມ​ສະ​ພາບ​ແຫ່ງ​ຊາດ​ຂອງ​ເຂົາ​ເຈົ້າ, ຄັດ​ຄ້ານ​ການ​ກະ​ທຳ​ທີ່ຕຳ​ໜິ​​ຕິ​ຕຽນ​ຈີນຢ່າງ​ໄຮ້​ເຫດ​ຜົນ​ບົນ​ພື້ນ​ຖານ​ເຈດ​ຕະ​ນາ​ທາງການ​ເມືອງ​ແລະ​ຂໍ້​ມູນ​ປອມ​, ຄັດ​ຄ້ານ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ໃນ​ຂໍ້​ອ້າງ​ສິດ​ທິ​ມະ​ນຸດ. ​ຍັງ​ມີ 6 ປະ​ເທດ​ໃນຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ປະ​ເທດ​ອ່າວເປັ​ເຊຍ​ໄດ້​ສົ່ງ​ຈົດ​ໝາຍ​ເພື່ອ​ສະ​ໜັບ​ສະ​ໜູນ​ຫຼັກ​ໝັ້ນ​ຂອງ​ຈີນ, ​ແລະ​ມີ​ອີກ 20 ກວ່າ​ປະ​ເທດ​ກຽມ​ຈະ​ສະ​ໜັບ​ສະ​ໜູນ​ຈີນ​ໂດຍ​ຜ່ານ​ວິ​ທິ​ການ​ກ່າວ​ຄຳ​ປາ​ໄສ​ດ່ຽວ​ແລະ​ວິ​ທິ​ອື່ນໆ.

ທ່ານ ຈ້າວ​ລີ້​ຈ່ຽນ ຊີ້​ໃຫ້​ເຫັນ​ວ່າ: ມີ​ທັງ​ໝົດ 90 ກວ່າ​ປະ​ເທດ​ໄດ້​ອອກ​ສຽງ​ຮຽກ​ຮ້ອງ​ຢ່າງ​ເປັນ​ທຳ​ຕໍ່​ສະ​ພາ​ສິດ​ທິ​ມະ​ນຸດ, ​ເຊິ່ງ​ໄດ້​ເຜີຍ​ແບ​ໜ້າ​ກາກ​ຈອມ​ປອມ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ທີ່​ສວຍ​ໃຊ້​ບັນ​ຫາ​ສິດ​ທິ​ມະ​ນຸດ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ປະ​ເທດ​ຕາ​ເວັນ​ຕົກ​ຈຳ​ນວນ​ໜຶ່ງ​ຈົງ​ໃຈ​ເສກ​ສັນ​ປັ້ນ​ແຕ່ງ​ແລະ​ປ່າວ​ຂ່າວ​ລື​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ, ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ໃນ​ຂໍ້​ອ້າງ​ສິດ​ທິ​ມະ​ນຸດ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ໂຈມ​ຕີ​ແລະ​ສະ​ກັດ​ກັ້ນ​ຈີນ,ສະ​ກັດ​ກັ້ນ​ຂະ​ບວນ​ການ​ພັດ​ທະ​ນາ​ຂອງ​ຈີນ.