ທ່ານ​ສີ​ຈີ້ນ​ຜີງ​ສົນ​ທະ​ນາ​ກັບ​ນັກ​ບິນ​ອະ​ວະ​ກາດ​ຂອ​ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ​ວ່12”

2021-06-23 18:00:25 |ມາຈາກ: CRI

ວັນ​ທີ 23 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈີ້ນ​ຜີງ ເລ​ຂາ​ທິ​ການ​ໃຫຍ່​​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກກອມ​ມູ​ນິດ​, ​ປະ​ທານ​ປະ​ເທດ​, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​​ຈີນ​ໄດ້​ເດີນ​ທາງ​ມາ​ຮອດ​ສູນ​ຄວບ​ຄຸມ​ການ​ບິນ​ອະ​ວະ​ກາດ​ປັກ​ກິ່ງ, ເພື່ອ​ສົນ​ທະ​ນາ​ກັບນັກ​ບິນ​ອະ​ວະ​ກາດ​ຂອ​ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ​ວ່12”.

ທ່ານ​ສີ​ຈີ້ນ​ຜີງ​ກ່າວ​ວ່າ: ການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​​ແມ່ນ​ຂີດ​ໝາຍ​ທີ່​ສຳ​ຄັນ​ໃນ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ, ຈະ​​ເປັນ​ການປະ​ກອບ​ສ່ວນ​​ໃນ​ທາງ​ສ້າງ​ສັນ​ໃຫ້​ແກ່​ການ​ນຳ​ໃຊ້​ອ​ະ​ວະ​ກາດ​ຂອງມວນ​ມະ​ນຸດໃນ​ທາງ​ສັນ​ຕິ​,​ ນັກ​ບິນ​ອະ​ວະ​ກາດ​ຊຸດທຳ​ອິດ​ທີ່​​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ​ວ່12”ແມ່ນ​ຕົວ​ແທນຂອງ​ຜູ້​ສູ້​ຊົນທີ່​ນັບ​ບໍ່​ຖ້ວນ​ໃນ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ໃນ​ຍຸກ​ໃໝ່. ຫວັງ​ວ່າ​ບັນ​ດາ​ນັກ​ບິນ​ອະ​ວະ​ກາດຈະປະ​ສານ​ງານ​​ກັນຢ່າງ​ໃກ້​ຊິດ, ​ເຮັດສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ຕໍ່​ໄປຢ່າງ​ຈົບ​ງາມ.