ທ່ານ​ສີ​ຈີ້ນ​ຜິງກ່າວ​ຄຳ​ປາ​ໄສ​ທີ່​ເປັນ​ລາຍ​ລັກ​ອັກ​ສອນຕໍ່​ກອງ​ປະ​ຊຸມ​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ​ພາກ​ພື້ນ​ອາ​ຊີ-ປາ​ຊິ​ຟິກ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”

2021-06-24 18:46:18 |ມາຈາກ: CRI

ວັນ​ທີ 23 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈີ້ນ​ຜິງ​ໄດ້ກ່າວ​ຄຳ​ປາ​ໄສ​​ທີ່​ເປັນ​ລາຍ​ລັກ​ອັກ​ສອນຕໍ່​ກອງ​ປະ​ຊຸມ​ລະ​ດັບ​ສູງ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ​ພາກ​ພື້ນ​ອາ​ຊີ-ປາ​ຊິ​ຟິກ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ທ່ານ​ສີ​ຈີ້ນ​ຜິງ​ກ່າວ​ເນັ້ນ​ໜັກ​ວ່າ, ​ການ​ທີ່ຂ້າ​ພະ​ເຈົ້າ​ສະ​ເໜີ​ຂໍ້​ລິ​ເລິ່ມ​ທີ່​ພ້ອມ​ກັນ​ກໍ່​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ກໍ່​ເພື່ອ​ສືບ​ທອດ​​ເນື້ອ​ໃນ​ຈິດ​ໃຈ​ເສັ້ນ​ທາງ​ສາຍ​ໄໝ, ​ເກາະ​ແຂນກັນ​ກໍ່​ສ້າງ​ເວ​ທີ​ເປີດ​ປະ​ຕູ​ສູ່​ພາຍນອກ ​ແລະ ການ​ຮ່ວມ​ມື, ​ທັງສະ​ໜອງ​ພະ​ລັງ​​ແຮງ​ໃໝ່​ໃຫ້​ການ​ຮ່ວມ​ມື ແລະ ການ​ພັ​ດ​ທະ​ນາ​ຂອງ​ປະ​ເທດ​ຕ່າງໆ. ເວ​ລາ 8 ປີ​ມາ​ນີ້, 140 ປະ​ເທດໄດ້​ເຊັນ​ສັນ​ຍາ​ຮ່ວມ​ມືທີ່​ພ້ອມ​ກັນ​ກໍ່​ສ້າງ “ໜຶ່ງ​ແລ້ວ​ໜຶ່ງ​ເສັ້​ນ​ທາງ” ກັບ​ຈີນ​ໂດຍ​ມີຄູ່​ຮ່ວມ​ມື​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ໂດຍ​ຜະ​ເຊີນ​ໜ້າ​ກັບ​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ໂຄວິດ-19 ທີ່​ເກີດ​ຂຶ້ນ​ກະ​ທັນ​ຫັນ, ພວກ​ເຮົາ​ໄດ້​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ, ພ້​ອມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​,ຊຸກ​ຍູ້​ການ​ພ້ອມ​ກັນ​ກໍ່​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້ສືບ​ຕໍ່​ກ້າວ​ໄປ​ໜ້າ ເຊິ່ງໄດ້​​ສ້າງ​ຄວາມ​ໝັ້ນ​ໃຈ ແລະ ສ້າງ​ພະ​ລັງ​ແຮງ​ໃຫ້​ປະ​ຊາ​ຄົມ​ໂລກ ທັງ​ເປັນ​ການ​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮ່ວມ​ມື​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ແລະ ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ທົ່ວ​ໂລກ.