"ກະລຸນາເອີ້ນມັນວ່າຫມາຕໍາຫຼວດ, ຢ່າເອີ້ນວ່າມັນເປັນຫມາທົ່ວໄປ."

2021-06-25 15:59:39 |ມາຈາກ:

ເມື່ອບໍ່ດົນມານີ້, ກອງຄຸ້ມຄອງຊາຍແດນສິບສອງພັນນາແຂວງຢຸນນານໄດ້ຍຶດ ຢາເສບຕິດແລະຍຶດຢາຝິ່ນໄດ້ 56.35 ກິໂລ. ຢາດັ່ງກ່າວຖືກຄົ້ນພົບໂດຍການດົມກິ່ນຂອງໝາຕຳຫຼວດໂຕໜຶ່ງທີ່ມີນໍ້າໜັກ 37 ກິໂລ. ຕຳຫຼວດກ່າວວ່າ: "ຢາເສບຕິດທີ່ໝາຕຳຫຼວດດົມກິ່ນໄດ້ ມີນ້ຳໜັກ ຫຼາຍກວ່ານ້ຳໜັກໂຕຂອງໝາຕຳຫຼວດ."

ຊື່ຂອງໝາຕຳຫຼວດນີ້ແມ່ນ "ຈູເຟິງ (ມີໝາຍຄວາມວ່າລົມຫລວງ)". ເດືອນເມສາປີ 2021, ມັນໄດ້ໄປເຮັດວຽກຢູ່ ກອງຄຸ້ມຄອງຊາຍແດນສິບສອງພັນນາແຂວງຢຸນນານ, ເປັນເວລາຫຼາຍກວ່າສອງເດືອນທີ່ທ່ານ ຢາງໂອ ນັກເຝິກໝາຕຳຫຼວດ ໄດ້ພາໝາຕຳຫຼວດ"ຈູເຟິງ" ຄົ້ນຫາຍານພາຫະນະ 671 ຄັນ, ກວດກາກະເປົາ 3643 ໜ່ວຍ, ແລະກວດກາຫໍ່ພັດສະດຸຈຳນວນນັບບໍ່ຖ້ວນ.