ເສັ້ນ​ທາງ​ລົດ​ໄຟ​ລະ​ຫວ່າງນະ​ຄອນ​ລາ​ຊາ ຫາ​ນະ​ຄອນ​ລິນ​ຈື່​ເປີດ​ບໍ​ລິ​ການ​

2021-06-25 17:16:06 |ມາຈາກ: CRI

ເສັ້ນ​ທາ​ງ​ລົດ​ໄຟ​​ລະ​ຫວ່າງນະ​ຄອນ​ລາ​ຊາ ຫາ​ນະ​ຄອນ​ລີນ​ຈື່​ເລີ່ມ​ເປີດ​ບໍ​ລິ​ການ​ໃນ​ວັນ​ທີ 25 ມິ​ຖຸ​ນາ​ນີ້, ຂະ​ບວນ​ລົດ​ໄຟ​ຄວາມ​ໄວ​ສູງ​ “ຟູ້​ຊີ່ງ”​ໄດ້​ແລ່ນ​ລົດ​​ໄປ​ຕາມພູ​ພຽງ​ຊີ່ງ​ໄຫ​ຕິ​ເບດ​ເປັນ​ຄັ້ງ​ທຳ​ອິດ.

ເສັ້ນ​ທາ​ງ​ລົດ​ໄຟ​ລະ​ຫວ່າງ​ນະ​ຄອນ​ລາ​ຊາ ຫາ​ນະ​ຄອນ​ລີນ​ຈື່​​ເປັນ​ເສັ້​ນ​ທາງ​ລົດ​ໄຟ​​​ທີ່​ໃຊ້​ໄຟ​ຟ້າ​ຕະ​ຫລອດ​ສາຍ​ເປັນສາຍ​ທຳ​ອິດ​​ຢູ່​ເຂດ​ຕິ​ເບດ, ​ມີຄວາມ​ຍາວ​ທັງ​ໝົດ 435,48 ກິ​ໂລ​ແມັດ, ຄວາມ​ໄວ​ຂອງ​ການ​ອອກ​ແບບ​ແມ່ນ 160 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ. ເສັ້ນ​ທາງ​ລົດ​ໄຟ​ດັ່ງ​ກ່າວຕັ້ງ​ຢູ່​ຮ່ອ​ມ​ພູ​ຕາ​ເວັນ​ອອກ​ສຽງ​ໃຕ້​​ເຂດ​ຕິ​ເບດ​ລະ​ຫວ່າງ​ພູ​ຄາງ​ດີ​ຊີ ແລະ​ພູ​​ຮີ​ມາ​ໄລ​ຂອງ​ພູ​ພຽງ​ຊີ່​ງ​ໄຫ​ຕິ​ເບດ, ເສັ້ນ​ທາງຫລາຍກວ່າ 90%ແມ່ນ​ສູງ​ກວ່າລ​ະ​ດັບ​ສະ​ເລ່ຍ​ຂອງໜ້າ​ນ້ຳ​ທະ​ເລ 3000 ແມັດ, ມີ 16 ຕອນ​ໄດ້​ຂ້າມ​ຜ່ານ​ແມ່​ນ້ຳ​​ຢາ​ລຸງ​ຈັງ​ໂບ.

ການ​ສ້າງເສັ້ນ​ທາງ​ລົດ​ໄຟ​​ລະ​ຫວ່າງນະ​ຄອນ​ລາ​ຊາ ຫາ​ນະ​ຄອນ​ລີນ​ຈື່​ສຳ​ເລັດ ແລະ​ໄດ້​ເປີດ​ບໍ​ລິ​ການ​ເປັນ​ການ​ສິ້ນ​ສຸດ​ປະ​ຫວັດ​ສາດ​ທີ່​ເຂດ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເຂດ​ຕິ​ເບດ​ບໍ່​ມີ​ເສັ້ນ​ທາງ​ລົດ​ໄຟ, ໄດ້​ບຸກ​ທະ​ລຸ​ຂອດ​ບົກ​ຜ່ອງ​​ທາງ​ດ້ານຄົມ​ມະ​ນາ​ຄົມ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​​ທີ່​ໄດ້​ຮັບ​​ຜົນ​ກະ​ທົບ​​ຈາກ​ດິນ​ຟ້າ​ອາ​ກາດ​​ເທິງ​ພູ​ພຽງ, ທັງ​ໄດ້​ປັບ​ປຸງ​ລະ​ບົບ​ຄົມ​ມະ​ນາ​ຄົມ ແລະ​ຂົນ​ສົ່ງ​​ໂດຍສັງ​ລ​ວມ​ຂອງ​ພາກ​ພື້ນ​ໃຫ້​ສົມ​ບູນກວ່າ​ເກົ່າ​ຕື່ມ​ອີກ.