ຕົວ​ເລກ​ຕ່າງໆ​ໃນປື້ມ​ປົກ​ຂາວ ຊີ້​ໃຫ້​ເຫັນ“ພຶດ​ຕິ​ກຳ​ອັນ​ຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູ​ນິດ​ຈີນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ດ້ານ​ສິດ​ທິ​ມະ​ນຸດ”

2021-06-25 17:20:26 |ມາຈາກ: CRI

ຫຼັງ​ຈາກ​ສ.ປ.ຈີນ​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ຂຶ້ນ​ແລ້ວ, ອາ​ຍຸ​ຍືນ​ສະ​ເລ່ຍ​ທີ່​ຄາດ​ໄວ້​ຂອງ​ປະ​ຊ​າ​ຊົນ​ຈີນ​ໄດ້​​ຍືນ​ຂຶ້ນ​ຈັກ​ປີ?

ອີງ​ຕາມ​ປື້ມ​ປົກ​ຂາວ “ພຶດ​ຕິ​ກຳ​ອັນ​ຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູ​ນິດ​ຈີນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​​ດ້ານສິດ​ທິ​ມະ​ນຸດ” ທີ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຂອງລັດ​ຖະ​ບານ​ຈີນ​ໄດ້​​ເຜີຍ​ແຜ່​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ອາ​ຍຸ​ຍືນ​ສະ​ເລ່ຍ​​ຄາດ​ໄວ້​ຂອງ​ປະ​ຊາ​ຊົນ​ຈີນ​ຈາກ 35 ປີ​ໃນ​ປີ 1949 ໄດ້ຍືນ​ຂຶ້ນ​​ເປັນ 77,3 ປີ​ໃນ​ປີ 2019. ຕົວ​ເລກ​ດັດ​ຊະ​ນີດ້ານ​ສຸ​ຂ​ະ​ພາບ​ອັນ​ຕົ້ນ​ຕໍ​ຂອ​ງ​ປະ​ຊາ​ຊົນ​ຈີນ ​ໂດຍ​ລວມ​ແລ້ວ ​ດີກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ປະ​ເທດ​​ທີ່​ມີລາຍ​ຮັບ​ປານ​ກາງ ແລະ ສູງ​.

ເນື້ອ​ທີ່​ເຮືອນ​​ສະ​ເລ່ຍຂອງປະ​ຊາ​ຊົນ​ຈີນ​ມີ​ເທົ່າ​ໃດ?

ອີງ​ຕາມ​ປື້ມ​ປົກ​ຂາວ “ພຶດ​ຕິ​ກຳ​​ອັນຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູ​ນິດ​ຈີນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ດ້ານ​ສິດ​ທິ​ມະ​ນຸດ” ທີ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​​ຂອງ​ລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ໄດ້​ໃຫ້​ຮູ້​ວ່າ, ເນື້ອ​ທີ່​ເຮືອນ​ສະ​ເລ່ຍ​​ຂອງ​ປະ​ຊາ​ຊົນໃນ​ຕົວ​ເມືອງ ແລະ​ ຊົນ​ນະ​ບົດ​ຂອງ​ຈີນ​ຈາກ 6,7 ຕາ​ແມັດ ແລະ 8,1 ຕາ​ແມັດ​ໃນ​ໄລ​ຍະ​ຕົ້ນ​ຂອງ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ ແລະ ເປີດ​ປະ​ຕູ​ສູ່​ພາຍ​ນອກ, ຕ່າງ​ກໍ​ໄດ້​ເພີ່ມ​ຂຶ້ນ​​ເປັນ 39,8 ຕາ​ແມັດ ແລະ 48,9 ຕາ​ແມັດ​ໃນ​ປີ 2019, ​ສະ​ເລ່ຍ​ແລ້ວ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 6 ເທົ່າ.

ຫຼັງ​ຈາກ​ສ.ປ.ຈີນ​​ໄດ້​ຮັບ​ການ​ສະ​ຖາ​ປະ​ນາ​ຂຶ້ນ​ແລ້ວ, ອັດ​ຕາ​ຄົນ​ກືກ​ໜັງ​ສື​ໄດ້​ຫຼຸດ​ລົງ​ເທົ່າໃດ?

ອີງ​ຕາມ​ປື້ມ​ປົກ​ຂາວ “ພຶດ​ຕິ​ກຳອັນ​ຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູ​ນິດ​ຈີນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​​ດ້ານສິດ​ທິ​ມະ​ນຸດ” ທີ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງລັດ​ຖະ​ບານ​ຈີນ​ໄດ້​ເຜີຍ​ແຜ່ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ໄດ້​ໃຫ້​ຮູ້​ວ່າ, ໃນ​ເວ​ລາ​ສ.ປ.ຈີນ​​ສະ​ຖາ​ປະ​ນາ​ຂຶ້ນ​ມາ​ໃນ​ປີ 1949, ໃນ​ຈຳ​ນວນ​ປະ​ຊາ​ກອນ 540 ລ້ານ​ຄົນ​ທົ່ວ​ປ​ະ​ເທດ​ຈີນ, ​ມີອັດ​ຕາ​​ຄົນ​ກືກ​ໜັງ​ສື (​ອັດ​ຕາ​ສ່ວນ​ຂອງ​ປະ​ຊາ​ກອນ​ຜູ້​ກືກ​ໜັງ​ສື​ທີ່​ມີອາ​ຍຸ​ສູງກວ່າ 15 ປີ) ສູງ​ເຖິງ 80%.ປີ 2020, ໃນ​ປະ​ຊາ​ກອນ 1,41 ຕື້​​ຄົນຂອງ​ຈີນ, ອັດ​ຕາ​​ສ່ວນ​ຄົນ​ກືກໜັງ​ສື​ແມ່ນ 2,67%, ອັດ​ຕາ​ສ່ວ​ນ​ໄດ້​ຮັບ​ກາ​ນ​ສຶກ​ສາ​​ພາກ​ບັງ​ຄັບ 9 ປີ​ແມ່ນ 95,2%, ລະ​ດັບການ​ສຶກ​ສາພາກ​ບັງ​ຄັບ​ໄດ້​ສູງ​ເຖິງ​ລະ​ດັບ​ສະ​ເລ່ຍ​ຂອງ​ປະ​ເທດ​ທີ່​ມີ​ລາຍ​ຮັບ​ສູງ​ໃນ​ໂລກ.

ຈີນ​ໄດ້​ສົ່ງ​ທະ​ຫານ​​ໄປຮັກ​ສາ​ສັນ​ຕິ​ພາບ​ຂອງ​ສ.ປ.ຊ​ເທົ່າ​ໃດ​ຄົນ?

ອີງ​ຕາມ​ປື້ມ​ປົກ​ຂາວ “ພຶດ​ຕິ​ກຳອັນ​ຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູ​ນິດ​ຈີນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​​ດ້ານສິດ​ທິ​ມະ​ນຸດ” ທີ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງລັດ​ຖະ​ບານ​ຈີນ​ເຜີຍ​ແຜ່ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ໄດ້​ໃຫ້​ຮູ້​ວ່າ, ເພື່ອ​ຊຸກ​ຍູ້​ການ​ແກ້​ໄຂ​​ບັນ​ຫາ​ຄວາມ​ຂັດ​ແຍ່ງ​ໂດຍ​ສັນ​ຕິ, ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ ແລະ ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ, ນັບ​ແຕ່ປີ 1990, ທະ​ຫານ​ຈີນ​ເລີ່ມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປັນ​ທາງ​ການ.​ ຈົ​ນ​ຮອດ​ປັດ​ຈຸ​ບັນ, ນັບ​ລວມ​ແລ້ວ​​ປະ​ເທດ​ຈີນ​ໄດ້​ສົ່ງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ 4 ໝື່ນກວ່າ​ເທື່ອ​ຄົນ​​ໄປ​ປະ​ຈຳ​ການ​ຢູ່ປະ​ເທດ​ຕ່າງໆ ເຊັ່ນ:​ຊູ​ດັງ, ລີ​ບັງ, ກຳ​ປູ​ເຈຍ, ​ລີ​ບີ ແລະ ປະ​ເທດ​ອື່ນ​ໆ, ​ໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດເກືອບ 30 ​ຄັ້ງ.

ປັດ​ຈຸ​ບັນ, ຈີນ​ເປັນ​ປະ​ເທດ​ທີ່​ສົ່ງ​​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຫຼາຍ​ທີ່​ສຸດ​ໃນ​ປະ​ເທດສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ​ທັງແມ່ນ​ປະ​ເທດ​ທີ່​​ໃຫ້​ເງິນ​ອຸດ​ໜູນ​ໃນ​ການຮັກ​ສາ​ສັນ​ຕິ​ພາບ​ຫຼາຍ​​ເປັນອັນ​ດັບ​ສອງ​ໃນ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານພະ​ຍາ​ບານ​ໃຫ້​ກັບ​ຈັກ​ປະ​ເທດ?

ອີງ​ຕາມ​ປື້ມ​ປົກ​ຂາວ “ພຶດ​ຕິ​ກຳ​ອັນຍິ່ງ​ໃຫຍ່​ທີ່​ພັກ​ກອມ​ມູ​ນິດ​ຈີນ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ດ້ານ​ສິດ​ທິ​ມະ​ນຸດ” ທີ​ຫ້ອງ​ການ​ຖະ​ແຫຼງ​ຂ່າວ​ຂອງ​ລັດ​ຖະ​ບານ​ຈີນ​​ເຜີຍ​ແຜ່​ໃນ​ວັນ​ທີ 24 ມິ​ຖຸ​ນາ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ຈີນ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ເປັນ​ເວ​ລາ 70 ປີ​ມາ​ນີ້, ໄດ້ໃຫ້ການ​ຊ່ວຍ​ເຫຼືອ​​ແກ່ 166 ປະ​ເທດ ແລະ ອົງ​ການ​ສາ​ກົນ, ​ໄດ້ສົ່ງ​ບຸກ​ຄະ​ບາ​ກອນ 6 ແສນກວ່າ​ຄົນ​ໄປ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ, ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ພະ​ຍາ​ບານ​ແກ່ 69 ປະ​ເທດ​​ໃນ​ອາ​ຊີ, ອາ​ຟ​ຣິ​ກາ, ອາ​ເມ​ຣິ​ກາ​ລາ​ຕິນ​ແລະ​ເຂດ​ກາ​​ລາ​ອິບ ພ້ອມ​ທັງໂອ​ຊີ​ອາ​ນີ.

ໃນ​ຂະ​ນະ​ທີ່​ສຸມ​ກຳ​ລັງ​ພັດ​ທະ​ນາ​ປະ​ເທດ​ຕົນ ແລະ ລຶບ​ລ້າງ​ຄວາມ​ທຸກ​ຍາກ, ຈີນ​ຍັງ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ ແລະ ການ​ຮ່ວມ​ມື​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ໄດ້ສົ່ງ​ໜ່ວຍ​ພະ​ຍາ​ບານ ແລະ ອາ​ສາ​ສະ​ໝັກ​ໄປ​ໃຫ້​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ, ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ສຸກ​ເສີນ ​ແລະການ​ພັດ​ທະ​ນາ​​ແກ່​ປະ​ເທດ​ທີ່​ພວມ​ພັດ​ທະ​ນາໂດຍ​ບໍ່​ມີ​ເງື່ອນ​ໄຂ​ທາງ​ການ​ເມືອງ​ແອບ​ແຝງ, ​ໄດ້ຊ່ວຍ​ເຫຼືອ​ປະ​ເທດ​ເຫຼົ່າ​ນີ້​​ໃຫ້​ມີ​ຄວາມ​ສາ​ມາດ​ພັດ​ທະ​ນາ​ຕົນ​ເອງ​ເພິ່ມ​ຂຶ້ນ, ​ສາ​ມາດ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້ດີ​ຂຶ້ນ ແລະ ສົມ​ບູນ​ກວ່າ​ເກົ່າ, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ ແລະ ສັງ​ຄົມ​ມີ​ຄວາມ​ກ້າວ​​ໜ້າ.