ເປັນ​ຫຍັງຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຮັບ​ຄວາມ​ນິ​ຍົມ​ຢ່າງກວ້າງ​ຂວາງ?

2021-06-25 17:26:33 |ມາຈາກ: CRI

ວັນ​ທີ 23 ມິ​ຖຸ​ນາ​ນີ້, ກອງ​ປະ​ຊຸມ​ລະ​ດັບ​ສູງວ່າ​ດ້ວຍການ​ຮ່ວມ​ມື​ສາ​ກົນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຈັດ​ຂຶ້ນ​ຜ່ານ​ທາງວິ​ດີ​ໂອ. ຝ່າຍ​ຕ່າງໆ​ທີ່​ເຂົ້າຮ່ວມ​ປະ​ຊຸມ​ສະ​ໜັບ​ສະ​ໜູນ​ຈີນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້, ແລະ​ເຫັນ​ວ່າ​ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້​ມີ​ຄວາມ​​ສຳ​ຄັນ​ແລະ​ທ່ວງ​ທັນ​ກັບເວ​ລາ, ມີ​ຜົນ​ດີ​ຕໍ່​ຫຼາຍ​ຝ່າຍ​​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມືໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ​ການ​ຟື້ນ​ຟູເສດ​ຖະ​ກິດ​ຄືນ​ໃໝ່, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດແລະ​ບັນ​ຫາ​​ອື່ນໆຂອງ​ໂລກ, ​ທັງ​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ສາ​ກົນ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ໃຫ້​ມີ​ຄວາມ​ຄືບ​ໜ້າ​​ຄັ້ງໃໝ່.

ເປັນ​ຫຍັງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຮັບ​ຄວາມ​ນິ​ຍົມ​ຢ່າງກວ້າງ​ຂວາງ, ຕົວ​ເລກ​ດັ່ງ​ລຸ່ມນີ້​ສະ​ມາດ​ຕອບ​ຄຳ​ຖາມ​ດັ່ງ​ກ່າວ​ໄດ້.

ເລີ່ມ​ແຕ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສະ​ເໜີ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເມື່ອ​ປີ 2013 ເປັນ​ຕົ້ນ​ມາ, ປະ​ເທດ​ທີ່​ເຊັນ​ສັນ​ຍາ​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ກັບ​ຈີນ​ໄດ້​​ມີ​ເຖິງ 140 ປະ​ເທດ. ໃນ​ໄລ​ຍະ 8 ປີ​ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ຄູ່​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ບັນ​ລຸຫຼາຍກວ່າ 9.200 ຕື້​ໂດ​ລາ​ສະ​ຫະ​ລັດ​, ວິ​ສາ​ສ​ະ​ກິດ​ຈີນ​ໄດ້​ລົງ​ທຶນໂດຍ​ກົງ​ຢູ່​ປະ​ເທດ​ລຽບ​ຕາມ “ໜຶ່ງ​ແລວ​ໜຶ່​ງ​ເສັ້ນ​ທາງ” ​ຫຼາຍກວ່າ 130 ຕື້ກວ່າ​ໂດ​ລາ​ສະ​ຫະ​ລັດ. ພາຍ​ຫຼັງ​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາ​ດ​ໂຄວິດ -19 ເປັນ​ຕົ້ນ​ມາ, ນັບ​ມາ​ຮອດ​ກາງ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ຈີນ​ໄດ້​ສະ​ໜອງ​ຜ້າ​ປິດ​ປາກ 290 ຕື້ກວ່າ​ອັນ, ​ຊຸດ​ປ້ອງ​ກັນ​ພະ​ຍາດ 3,5 ຕື້ກວ່າ​ຊຸດ, ຢາ​ກວດ​​ຫາ​ເຊື້ອ​ພະ​ຍາດ 4,5 ຕື້ກວ່າ​ຊຸດ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ, ໄດ້​ຊ່ວຍ​ເຫຼືອ​ຫຼາຍ​ປະ​ເທດ​ສ້າງ​ຫ້ອງ​ທົດ​ລອງ​ເພື່ອກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19. ນອກ​ຈາກ​ນັ້ນ, ຈີນ​ຍັງ​ໄດ້​ສະ​ໜອງວັກ​ຊີນ​ແລະ​ວັດ​ຖຸ​ຜະ​ລິດ​ວັກ​ຊີນ​ພະ​ຍາດ​ໂຄວິດ-19 ຫຼາຍກວ່າ 400 ລ້ານຫຼອດ​ໃຫ້​ແກ່ 90 ກວ່າ​ປະ​ເທດ​ໃນ​ໂລກ, ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ປະ​ເທດ​ຄູ່​ຮ່ວມ​ມື “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ໃນ​ໄລ​ຍະ 8 ປີ​ຜ່ານ​ມາ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຈາກ​ແຜນ​ແມ່​ບົດ​ສູ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ບັນ​ລຸ​ຜົນ​ເປັນ​ຈິງ, ໄດ້​ສ້າງ​ໂອ​ກາດ​ແລະ​ຜົນ​ປະ​ໂຫຍດ​ຢ່າງ​ໃຫຍ່​ຫຼວງ​ໃຫ້ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ. ພ້ອມ​ກັນ​ນັ້ນ, ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ຝ່າຍ​ຕ່າງໆ, ສືບ​ຕໍ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ມີ​ຄຸນ​ນະ​ພາບ​ສູງ. ຄື​ດັ່ງ​ຄຳ​ປາ​ໄສ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ກ່າວ​ຕໍ່​ກອງ​ປະ​ຊຸມ​ລະ​ດັບ​ສູງວ່າ​ດ້ວຍກອງ​ປະ​ຊຸມ​ລະ​ດັບ​ສູງວ່າ​ດ້ວຍ​ການ​ຮ່ວມ​ມື​ສາ​ກົນ​ຂອງ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ວ່າ: “ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ, ສ້າງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’ ທີ່​ໃກ້​ຊິດກວ່າ​ເກົ່າ, ຍຶດ​ໝັ້ນ​ການ​ເດີນ​ຕາມ​ເສັ້ນ​ທາງ​ທີ່​ສາ​ມັກ​ຄີ​ແລະ​ຮ່ວມ​ກັນ, ເຊື່ອມ​ຈອດ​ກັນ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ, ທັງ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.”

ຄຳ​ປາ​ໄສ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ ໃນ​ກອງ​ປ​ະ​ຊຸມ​ຄັ້ງ​ນີ້ກໍ​ໄດ້​ຮັບ​ການ​ຕີ​ລາ​ຄາ​ຢ່າງ​ສູງ​ຈາກ​ບຸກ​ຄົນ​ຂອງ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ອາ​ຊີ​ປາ​ຊີ​ຟິກ. ທ່ານ​ນາງ ວາ​ລີ ເວດ​ສະ​ພົງ ຄະ​ນະ​ຊ່ວຍ​ວຽກນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທັງ​ເປັນ​ຮອງ​ປະ​ທານ​ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ລາວ​ໄດ້​ເຫັນ​ດີ​ນຳ​ທັດ​ສະ​ນະ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ກ່ຽວ​ກັບ​ການ​ຍຶດ​ໝັ້ນ​ສືບ​ຕໍ່​ເດີນ​ຕາມ​ເສັ້ນ​ທາງ​​ທີ່ສາ​ມັກ​ຄີ​​ແລະຮ່ວມ​ມື​ກັນ, ​ເຊື່ອມ​ຈອດ​ກັນແລະ​ພັດ​ທະ​ນາ​ຮ່ວມ​ກັນ. ທ່ານ​ນາງ ວາ​ລີ ເວດ​ສະ​ພົງ ກ່າວ​ວ່າ: ​ພາຍ​ຫຼັງ​ທາງ​ລົດ​ໄຟ​ລາວ-ຈີນ​ເຊິ່ງ​ເປັນ​ໂຄງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນກັບ​ຍຸດ​ທະ​ສາດ “​ຫັນປະເທດທີ່ບໍ່ມີທາງອອ​ກ​ສູ່ທະເລເປັນປະເທດທີ່​ເຊື່ອມ​ໂຍງ​ເຊື່ອມ​ຈອດ” ຂອງ​ລາວ​ສ້າງ​ສຳ​ເລັດ​ແລ້ວ, ​ແລະມີ​ຜົນ​ດີ​ຕໍ່​ປະ​ເທດ​ລາວ​​ໃນ​ການ​ເຊື່ອມ​ໂຍງ​ກັບຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ, ຍັງ​ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ເສດ​ຖະ​ກິດ​ຂອງພາກ​ພື້ນ​ອີກ. ທ່ານ​ຮາ​ບິດ ຣ​ກາ​ຮະ​ມັນ ຫົວ​ໜ້າ​ສະ​ຖານ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ອິ​ສ​ລາມາ​ບັດ ​ຂອງ​ປາ​ກີ​ສະ​ຖານ​ກ່າວ​ວ່າ: ຂໍ້​ລິ່​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ສ້າງ​ໂອ​ກາດ​​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ຢ່າງ​ຫຼວງ​ຫຼາຍ​ໂດຍ​ຜ່ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ແລະ​ໂຄງ​ການ​ລົງ​ທຶນ​ຂະ​ໜາດ​ໃຫຍ່, ເຮັດ​ໃຫ້​ການ​ເຊື່ອມ​ຈອດ​ກັນ​ ບັນ​ລຸ​ຜົນ​ເປັນ​ຈິງ.

ໃນ​ຄອບ​ຄົວ​ໃຫຍ່​ທີ່​ຮ່ວມ​ກັນ​ສ້າງ​ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ບໍ່​ວ່າ​ເປັນ​ປະ​ເທດກຸ່ມ​ເສດ​ຖະ​ກິດ​ໃຫຍ່​ຫຼື​ນ້ອຍ, ປະ​ເທດ​ຄູ່​ຮ່ວມ​ມື​ໃດໆ​ລ້ວນ​ແຕ່​ສະ​ເໝີ​ພາບ​ກັນ. ໂຄ​ງ​ການ​ຮ່ວມ​ມື​ຕ່າງໆ​ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ນັ້ນ, ລ້ວນ​ແຕ່​ບໍ່​ມີ​ເງື່ອນ​ໄຂ​ການ​ເມືອງ​ແອບ​ແຟງ. ດັ່ງນັ້ນ, ພວກ​ເຮົາ​ຈຶ່ງ​ເຊື່ອ​ວ່າ, ການ​​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ຫຼັກ​ການ​ຂອງ​ການຮ່ວມ​ມື​ທີ່​ປຶກ​ສາ​ຫາ​ລື​​ຮ່ວມ​ກັນ, ກໍ່​ສ້າງ​ຮ່ວມ​ກັນ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ນັ້ນ, ຈະ​ສາ​ມາດ​ສະ​ໜອງ​ແຜນ​ການ​ແກ້​ໄຂ​ບັນ​ຫາ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​​ພາກ​ພື້ນອາ​ຊີ​ປາ​ຊີ​ຟິກ​ໃຫ້​​ກັບໂລກ, ​ທັງ​ເປັນ​ການ​ເພີ່ມ​ພະ​ລັງ​ແຮງ​​ຂອງ​ພາກ​ພື້ນອາ​ຊີ​ປາ​ຊີ​ຟິກ​​ໃນ​ການ​ເຊື່ອມ​ຈອດ​ກັນ​​ກັບ​ໂລກ, ທັງ​ຈະ​​ຊ່ວຍເພີ່ມ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​​ຂອງ​ໂລກ​ໄດ້ຢ່າງ​ຕໍ່​ເນື່ອງ​​ກໍ​ຄື​ການປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງກວ່າ​ເກົ່າ​ໃນການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ອາ​ຊີ​ປາ​ຊີ​ຟິກ​ແລະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນມະ​ນຸດ.