ຜູ້ທີ່ປົກປັກຮັກສາຊ້າງປ່າ-- ນັກເຕືອນໄພ ແລະ ຜູ້ຕິດຕາມຊ້າງອາຊີ

2021-06-29 16:10:12 |ມາຈາກ:

ນັບຕັ້ງແຕ່ຊ້າງປ່າອາຊີ 15 ໂຕໄດ້ເດີນທາງໄປທາງເໜືອກໍໄດ້ຮັບຄວາມສົນໃຈຈາກປະຊາຊົນໃນທົ່ວໂລກ, ນັກເຕືອນໄພ ແລະ ຜູ້ຕິດຕາມກວດກາຊ້າງອາຊີກໍໄດ້ຮັບຄວາມສົນໃຈເຊັ່ນດຽວກັນ.

ຢູ່ເມືອງສິບສອງພັນນາ, ໃນເດືອນມິຖຸນາປີ 2005, ກຸ່ມສັງເກດການ ແລະ ປົກປັກຮັກສາຊ້າງອາຊີໄດ້ຖືກສ້າງຕັ້ງຂຶ້ນໃນເຂດທ່ອງທ່ຽວຊ້າງປ່າຢູ່ເມືອງສິບສອງພັນນາ. ເຂດສະຫງວນທຳມະຊາດຂອງສິບສອງພັນນາຍັງໄດ້ສ້າງຕັ້ງສູນເຕືອນໄພ ແລະ ຕິດຕາມກວດກາຊ້າງອາຊີແຫ່ງທຳອິດຂອງປະເທດຈີນ. ເວທີການເຕືອນໄພ ແລະ ຕິດຕາມກວດກາຊ້າງອາຊີໄດ້ເລີ່ມດຳເນີນການທົດລອງນຳໃຊ້ໃນປີ 2020, ແລະມັນໃຊ້ເວລາພຽງ 12 ວິນາທີໃນການຕິດຕາມ ແລະ ການຈຳແນກຊ້າງເພື່ອອອກແຈ້ງການເຕືອນໄພ.

ຢູ່ເມືອງພູເອີ, ມີຜູ້ຕິດຕາມຫຼາຍກວ່າ 100 ຄົນທີ່ຕິດຕາມແລະສັງເກດເບິ່ງຊ້າງອາຊີພາຍໃນເຂດ, ພ້ອມທັງອອກຂ່າວການຕິດຕາມ ແລະ ແຈ້ງເຕືອນໄພລ່ວງໜ້າກ່ຽວກັບກິດຈະກຳການເຄື່ອນໄຫວຂອງຊ້າງອາຊີ. ກຸ່ມຕິດຕາມກວດກາໄດ້ບັນທຶກລັກສະນະດ້ານໂຄງສ້າງຮູບຮ່າງຂອງຊ້າງປ່າອາຊີໂດຍການຖ່າຍຮູບ, ຖ່າຍວິດີໂອແລະວິທີການອື່ນໆ, ແລະ ສ້າງຄັງຂໍ້ມູນກ່ຽວກັບຊ້າງອາຊີ.

ໃນສະຖານທີ່ທີ່ຜູ້ຕິດຕາມບໍ່ສາມາດໄປໄດ້, ຜູ້ຕິດຕາມຈະໃຊ້ອຸປະກອນເຕັກໂນໂລຢີຂັ້ນສູງເຊັ່ນ: ເຮືອບິນບໍ່ມີຄົນຂັບ(ໂດຣນ), ເຄື່ອງກວດອິນຟາເຣດ (infrared), ກ້ອງຖ່າຍຮູບອິນຟາເຣດ, ແລະ ລະບົບກ້ອງວົງຈອນປິດເຝົ້າລະວັງເພື່ອປະຕິບັດການເຕືອນໄພ ແລະ ຕິດຕາມກວດກາຊ້າງອາຊີ.

ທຸກໆເຊົ້າ, ສະພາບການຕິດຕາມກວດກາຊ້າງອາຊີໂດຍນັກເຕືອນໄພ ແລະ ຜູ້ຕິດຕາມຈະຖືກລາຍງານແກ່ພະແນກທີ່ກ່ຽວຂ້ອງ ແລະ ຊາວບ້ານ,ໂດຍຜ່ານວິທີການເຊັ່ນ: ຜ່ານ WeChat ແລະ ວິທະຍຸກະຈາຍສຽງຂອງບ້ານ. ມັນບໍ່ພຽງແຕ່ປົກປ້ອງຊາວບ້ານເທົ່ານັ້ນ, ແຕ່ຍັງປົກປ້ອງກຸ່ມຊ້າງອີກດ້ວຍ.

ປະຈຸບັນ, ມີປະຊາຊົນນັບມື້ນັບຫຼາຍຂຶ້ນທີ່ເຂົ້າຮ່ວມໃນການປົກປ້ອງແລະຕິດຕາມກວດກາຊ້າງປ່າ, ເຊິ່ງເຮັດໃຫ້ປະຊາຊົນມີຄວາມຮູ້ກ່ຽວກັບຊ້າງປ່າຫຼາຍຂຶ້ນ, ແລະ ສາມາດດຳລົງຊີວິດຢູ່ຮ່ວມກັນກັບຊ້າງປ່າໄດ້ຢ່າງກົມກຽວກັນ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ: ຟາງຟັງຢີ ຊີຫວາຫຼີນ ຈາວພູຟັນ ຫຼີນ້າ