ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ປະ​ດັບຫຼຽນ​ໄຊ 1 ກໍ​ລະ​ກົດ​ເປັນ​ຄັ້ງ​​ທຳ​ອິດ​ໃຫ້​ແກ່​ສະ​ມາ​ຊິກ​ພັກ​ທີ່​ມີ​ຜົນ​ງານ​ພົ້ນ​ເດັ່ນ

2021-06-29 19:13:05 |ມາຈາກ: CRI

ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຈີນ​ຄົບ​ຮອບ 100 ປີ​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ, ​ຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ປະ​ດັບຫຼຽນ​ໄຊ 1 ກໍ​ລະ​ກົດ ເຊິ່ງ​ເປັນຫຼຽນ​ກຽດ​ຕິ​ຍົດ​ສູງ​ສຸດ​ພາຍ​ໃນ​ພັກ​ໃຫ້​ສະ​ມາ​ຊິກ​ພັກ​ເປັນ​ຄັ້ງ​ທຳ​ອິດ. ພິ​ທີ​ປະ​ດັບຫຼຽນ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໃນ​ວັນ​ທີ 29 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ໃຫ້​ກຽດ​ປະ​ດັບ​ຫຼຽນ​ໄຊ​ດ້ວຍ​ຕົນ​ເອງ ແລະ ກ່າວ​ຄຳ​ປາ​ໄສ​ສຳ​ຄັນ.

ຫຼຽນ​ໄຊ 1 ກໍ​ລະ​ກົດມີ​ຈຸດ​ປະ​ສົງ​ຍ້ອງ​ຍໍ​ສັນ​ລະ​ເສີນ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ ທີ່​ໄດ້​ປະ​ກອບ​ສ່ວນ​ຢ່າງ​ພົ້ນ​ເດັ່​ນ​ເຂົ້າ​ໃນ​ວຽກ​ງານ​ຂອງ​ພັກ​ແລະ​ປະ​ຊາ​ຊົນ ແລະ ໄດ້​ສ້າງ​ຊັບ​ສົມ​ບັດ​ທາງ​ດ້ານ​ຈິດ​ໃຈ​ທີ່​ລ້ຳ​ຄ່າ. ຜູ້​ໄດ້​ຮັບຫຼຽນ​ໄຊ​ງວດ​ທຳ​ອິດ​ມີທັງ​ໝົດ 29 ທ່ານ, ເຂົາ​ເຈົ້າ​ມາ​ຈາກ​ຂະ​ແໜງ​ການ​ຕ່າງໆ​ຂອງ​ຈີນ, ​ໃນ​ນັ້ນ, ມີ​ວິ​ລະ​ຊົນ​ຜູ້​ໄດ້​ສ້າງ​ຄຸນ​ງາມ​ຄວາມ​ດີ​ຊັ້ນ​ພິ​ເສດ​ໂດຍສູ້​ຊົນ​ຢ່າງ​ເອົາ​ເປັນ​ເອົາ​ຕາຍ​ເພື່ອ​ປະ​ເທດ​ຊາດໃນ​ສະ​ໄໝ​ສົງ​ຄາມ ແຕ່​ພັດ​​ປິດ​ບັງ​ຊື່​ສຽງ​ຮຽງ​ນາມ​ຂອງ​ຕົນ​ໃນ​ສະ​ໄໝ​​ທີ່​ມີສັນ​ຕິ​ພາບ; ມີ “ຜູ້​ອຳ​ນວຍ​ການ​ໂຮງ​ຮຽນ​ໃນ​ເຂດ​ພູ​ດອຍ” ທີ່​ໄ​ປ​ປະ​ຈຳ​ການ​ຢູ່​ເຂດ​ພູ​ດອຍ​ທີ່​ຫ່າງ​ໄກ​ສອກຫຼີກເປັນ​ເວ​ລາ 40 ກວ່າ​ປີ ແລະ ໄດ້​ອຸ​ທິດທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ພາ​ລະ​ກິດ​ການ​ສຶກ​ສາ, ​ມີຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ລັດ​ຖະ​ບານ​ຈີນ​ກ່ຽວ​ກັບ​ວຽກ​ງານ​ອາ​ຟ​ຣິ​ກາ​ຜູ້​ທຳ​ອິດ ທີ່​ມີ​ອາ​ຍຸຫຼາຍກວ່າ 60 ປີ​ແລ້ວແຕ່​ຍັງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນ​ເພື່ອ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ແລະ​ອາ​ຟ​ຣິ​ກາ.