ຈີນ​ໄດ້​ສັກ​ວັກ​ຊິນ​ໂຄວິດ-19 ຫຼາຍກວ່າ 1,2 ຕື້​ຫຼອດ​ແລ້ວ

2021-06-30 16:56:31 |ມາຈາກ: CRI

ວັນ​ທີ 29 ມິ​ຖຸ​ນາ​ນີ້, ຄະ​ນະ​ກຳ​ມະ​ການສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ມື້​ຜ່ານ​ມາ ຄື,ວັນ​ທີ 28 ມິ​ຖຸ​ນາ​ນີ້, 31 ແຂວງ, ເຂດ​ປົກ​ຄອງ​ຕົນ​ເອງ ແລະ ກຳ​ແພງ​ນະ​ຄອນ ພ້ອມ​ທັງກອງ​ກຳ​ລັງ​ການ​ຜະ​ລິດ​ແລະ​ກໍ່​ສ້າງ​ຊິນ​ຈ່ຽງໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ມີຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ເພີ່ມໃໝ່ 18 ກໍ​ລະ​ນີ, ​ທັງ​ໝົດລ້ວນ​ແຕ່​ມາ​ຈາກ​ຕ່າງ​ປະ​ເທດ. ຜູ້​ຕິດ​ເຊື້ອ​ພະ​ຍາດ​ທີ່​ບໍ່​ສະ​ແດງ​ອາ​ການ​ເພີ່ມ​ໃໝ່ມີ 30 ກໍ​ລະ​ນີ, ​ທັງ​ໝົດລ້ວນ​ແຕ່​ມາ​ຈາກ​ຕ່າງ​ປະ​ເທດ. ​ມາຮອດ​ເວ​ລາ 24 ໂມງ​ຂອງວັນ​ທີ 28 ມິ​ຖຸ​ນາ​ນີ້, ​​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຢູ່​ຈີນໃນ​ປັດ​ຈຸ​ບັນ​ມີ 459 ກໍ​ລະ​ນີ.​ມາຮອດ​ວັນ​ທີ 28 ມິ​ຖຸ​ນາ​ນີ້, ແຫ່ງ​ຕ່າງໆ​ຂອງ​ຈີນ ນັບ​ລວມ​ແລ້ວ ໄດ້ສັກ​ວັກ​ຊິນ​ໂຄວິດ-19 ຈຳ​ນວນ 1,206714 ຕື້​ຫຼອດ.