ການນຳພາຂອງພັກກອມມູນິດຈີນ ບົດຮຽນສໍາຄັນທີ່ຄວນເອົາເປັນແບບຢ່າງ

2021-07-01 15:04:05 |ມາຈາກ:

ນັບແຕ່ນັ້ນມາ ພາຍ​ໃຕ້​ການ​ນໍາ​ພາ​ທີ່ສະຫຼາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະຊາຊົນ​ຈີນ ​ໄດ້​ຜ່ານ​ຜ່າ​ຄວາມຫຍຸ້ງຍາກນາໆ ​ປະການ, ຍາດ​ໄດ້​ຜົນ​ສໍາ​ເລັດ​ອັນໃຫຍ່ຫລວງ, ຮອບດ້ານ ແລະ ໜັກ​ແໜ້ນໃນການ​ສ້າງ​ສັງຄົມ​ນິຍົມ​ທີ່​ມີ​ສີສັນ​ພິເສດ​ຂອງ​ຈີນ.

ປະເທດຈີນໄດ້ຮັບຜົນສຳເລັດອັນຍິ່ງໃຫຍ່ໃນດ້ານການຫຼຸດຜ່ອນ ແລະ ບັ້ນລຶບລ້າງຄວາມທຸກຍາກ. ມີເມືອງ 832 ເມືອງ, 128.000 ບ້ານ ແລະ ປະຊາຊົນທີ່ຢູ່ໃນມາດຖານຜູ້ທຸກຍາກໃນຊົນນະບົດ 98,99 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ ສປຈີນ ສາມາດແກ້ໄຂບັນຫາຄວາມທຸກຍາກໃນເຂດແຄວ້ນໄດ້ໝົດແລ້ວ.

ພາຍໃຕ້ນະໂຍບາຍການຕ່າງປະເທດອັນຖືກ ຕ້ອງຂອງພັກກອມູນິດຈີນ ໄດ້ເຮັດການພົວພັນຮ່ວມມືລະຫວ່າງ ສປ ຈີນ ກັບຕ່າງປະເທດ ທັງຮູບແບບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ນັບມື້ກວ້າງຂວາງ ແລະ ເລິກເຊິ່ງ. ນອກຈາກນີ້ ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ” ຂອງ ສປ ຈີນ ພວມ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ​ຈາກ​ວົງ​ຄະ​ນາ​ຍາດ​ສາ​ກົນ.

ທາງດ້ານການພົວພັັນຮ່ວມມືກັບຕ່າງປະເທດ ໂດຍສະເພາະການຮ່ວມມືລະຫວ່າງລາວ ແລະ ຈີນ ໄດ້ນຳຜົນປະໂຫຍດມາຍັງປະຊາຊົນສອງປະເທດ. ປັດຈຸບັນ ສປ ຈີນ ເປັນປະເທດທີ່ເຂົ້າມາລົງທຶນຫຼາຍເປັນອັນດັບທີ 1 ຂອງການລົງທຶນຕ່າງປະເທດຢູ່ລາວ. ຂະນະດຽວກັນ ສປຈີນ ເປັນຕະຫລາດສົ່ງອອກສິນຄ້າທີ່ສຳຄັນອັນດັບໜຶ່ງຂອງລາວ. ສ່ວນການເຊື່ອມໂຍງເຂົ້າກັນທາງດ້ານຄົມມະນາຄົມ ແລະ ການຄ້າ ໄດ້ຮັບການພັດທະນາຢ່າງກ້າວກະໂດດ. ໃນນີ້ ທາງດ່ວນສາຍທໍາອິດຂອງລາວໄດ້ເປີດນໍາໃຊ້ຢ່າງເປັນທາງການແລ້ວໃນທ້າຍ ປີ 2020 ຜ່ານມາ, ສ່ວນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງເປັນໂຄງການໃຫຍ່ທີ່ສອງລັດຖະບານລາວ ແລະ ຈີນ ຮ່ວມກັນລົງທຶນ ຈະສ້າງສໍາເລັດໃນທ້າຍປີ 2021 ນີ້ ແລະ ຈະປະກອບສ່ວນສໍາຄັນເຮັດໃຫ້ຍຸດທະສາດຂອງລັດຖະບານລາວໃນການຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດປະກົດຜົນເປັນຈິງ, ທັງຈະປະກອບສ່ວນສໍາຄັນເຂົ້າຂໍ້​ລິ​ເລີ່ມ “ໜຶ່ງ​ແລວ ໜຶ່ງ​ເສັ້ນທາງ” ຂອງ ສປ ຈີນ.

ສາມາດເວົ້າໄດ້ວ່າ: ຜົນສໍາເລັດແບບກ້າວກະໂດດໃນການພັດທະນາປະເທດຊາດຂອງ ສປ ຈີນ ພາຍໃຕ້ການນໍາພາຂອງພັກກອມມູນິດຈີນ ທີ່ເປັນພັກກໍາອໍານາດນັ້ນ ຕະຫລອດ 1 ສັດຕະວັດ ຜ່ານມາ ໄດ້ກາຍເປັນບົດຮຽນ ແລະ ເປັນແບບຢາງທີ່ດີ ເຊິ່ງບໍ່ສະເພາະແຕ່ບັນດາປະເທດທີ່ຢຶດໝັ້ນອຸດົມການເດີນຕາມເສັ້ນທາງສັງຄົມນິຍົມ ກໍ່ຄື ຊາວກອມມູນິດ ແລະ ຊາວຜູ້ອອກແຮງງານ ເທົ່ານັ້ນ, ແຕ່ຍັງລວມເຖີງບັນດາປະເທດໃນໂລກຕື່ມອີກ.

ໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ, ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສະແດງຄວາມຊົມ ເຊີຍຢ່າງສຸດອົກສຸດໃຈຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ,ຂໍຫວັງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ມີມາແຕ່ດົນນານນັ້ນ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຂຶ້ນ.

ຂຽນໂດຍ: ສະຫາຍ ໂພສີ ແກ້ວມະນີວົງ, ຄະນະປະຈໍາພັກກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເລຂາຄະນະພັກຮາກຖານ, ຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ