ພັກກອມມູນິດຈີນ ຍາດໄດ້ໄຊຊະນະໃນການລຶບລ້າງຄວາມທຸກຍາກເປັນສິ່ງມະຫັດສະຈັນ

2021-07-01 15:10:28 |ມາຈາກ:

ຊຸມປີນີ້, ພັກກອມູນິດຈີນໄດ້ວາງວິໄສທັດ, ເປົ້າໝາຍ, ແຜນຍຸດທະສາດ ແລະ ຕົວຊີ້ວັດທີ່ຈະແຈ້ງ, ເພື່ອລຶບລ້າງຄວາມທຸກຍາກຂອງຊາວຈີນຈໍານວນ 98.99 ລ້ານຄົນ ໃຫ້ໄດ້ພາຍໃນໄລຍະເວລາ 8 ປີ. ໃນວັນທີ 25 ກຸມພາ 2021, ທ່ານ ສີຈິ້ນຜິງ ໄດ້ປະກາດໄຊຊະນະຕໍ່ຄວາມທຸກຍາກຢ່າງເປັນທາງການ, ຖືເປັນຜົນງານອັນມະຫັດສະຈັນ.

ຍ້ອນຫຍັງພັກກອມມູນິດຈີນ ແລະ ປະຊາຊີນ ສປ ຈີນ,ຈຶ່ງຍາດໄດ້ໄຊຊະນະອັນມະຫັດສະຈັນຄືດັ່ງກ່າວ? ໂດຍຜ່ານການຄົ້ນຄວ້າ ຜູ້ຂຽນໄດ້ສະຫຼຸບປະສົບການກ່ຽວກັບການຫຼຸດຜ່ອນ ແລະ ລຶບລ້າງຄວາມທຸກຍາກຂອງພັກກອມມູນິດຈີນມີຄືດັ່ງລຸ່ມນີ້:

1. ມີການສຳຫຼວດເກັບກຳຂໍ້ມູນທີ່ລະອຽດ, ເພື່ອຊອກຮູ້ບັນຫາ, ຈຸດພິເສດ ແລະ ຄວາມຕ້ອງການຂອງຜູ້ທຸກຍາກແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະບ້ານ ແລະ ແຕ່ລະເມືອງ;
2. ມີການວາງແຜນຍຸດທະສາດໂດຍການກຳນົດເປົ້າໝາຍ, ຕົວຊີ້ວັດ ແລະ ແບ່ງຄວາມຮັບຜິດຊອບທີ່ຈະແຈ້ງໃຫ້ແຕ່ລະພາກສ່ວນ ແລະ ບຸກຄົນ;
3. ການວາງເປົ້າໝາຍ ແລະ ຕົວຊີ້ວັດຕອ້ງແທດເໝາະກັບສະພາບບັນຫາ, ຈຸດພິເສດ, ຄວາມເປັນຈິງ ແລະ ຄວາມຕ້ອງການຂອງຜູ້ທຸກຍາກ;
4. ແບ່ງຄວາມຮັບຜິດຊອບໃຫ້ເມືອງ ແລະ ແຂວງທີ່ມີທ່າແຮງ ແລະ ເຂັ້ມແຂງກວ່າຊ່ວຍເມືອງທີ່ທຸກຍາກ;
5. ແບ່ງຄວາມຮັບຜິດຊອບໃຫ້ວິສາຫະກິດຫຼືບໍລິສັດທີ່ມີທ່າແຮງຮັບຜິດຊອບ ແລະ ຊ່ວຍເຫຼືອແຕ່ລະບ້ານຫຼືຄອບຄົວ, ດ້ວຍການສະໜອງທຶນ, ເຕັກນິກ, ການຕະຫຼາດ ແລະ ອື່ນໆ;
6. ສົ່ງພະນັກງານ ແລະ ເຈົ້າທີ່ໄປປະຈຳຢູ່ເຂດທຸກຍາກ 1-3 ປີ, ເພື່ອເກັບກຳຂໍ້ມູນ ແລະ ສິດສອນຄວາມຮູ້ແລະເຕັກນິກການນຳໃຊ້ເຄື່ອງມື, ອຸປະກອນທີ່ຈຳເປັນ ແລະ ເໝາະສົມ;
7. ຍົກຍ້າຍຈັດສັນບາງເຂດທີ່ທຸລະການດານ ແລະ ເຂົ້າເຖິງຍາກ;
8. ສ້າງສັ້ນທາງ, ສະໜອງໄຟຟ້າ ແລະ ລະບົບເຄືອຂ່າຍ ອິນເຕີເນັດ, ໂທລະສັບ;
9. ສ້າງໂຮງຮຽນສາມັນ, ເພື່ອໃຫ້ໂອກາດການສຶກສາທີ່ຈຳເປັນ;
10. ສ້າງໂຮງໝໍ ແລະ ລະບົບປະກັນສັງຄົມ, ເພື່ອຮັກສາສຸຂະພາບ ແລະ ການປິນປົວ;
11. ສົ່ງຊ່ຽວຊານໄປສອນ ຫຼື ຝຶກອົບຮົມເຕັກນິກການປູກ, ການລ້ຽງ ແລະ ວິຊາຊີບອື່ນໆ, ຕາມຈຸດພິເສດ ແລະ ຄວາມສາມາດຂອງຜູ້ທຸກຍາກ;
12. ສອນການຂາຍ ແລະ ການບໍລິການໂດຍຜ່ານອິນເຕີເນັດ ແລະ ອອນລາຍ;
13. ລັດຖະບານສະໜອງງົບປະມານພິເສດ ເພື່ອສ້າງພື້ນຖານໂຄງລ່າງທີ່ຈໍາເປັນ;
14. ອະນຸຍາດໃຫ້ພາກເອກະຊົນສ້າງສະຖາບັນການເງິນຈຸລະພາກ ແບບພິເສດ;
15. ສ້າງກອງທຶນແກ້ໄຂຄວາມທຸກຍາກ, ໂດຍການລະດົມຈາກພາກເອກະຊົນ;
16. ສ້າງຄວາມເປັນແບບຢ່າງ, ເປັນເຈົ້າການ ແລະ ເຮັດແທ້ທຳຈິງໃຫ້ການນຳທຸກຂັ້ນ;
17. ສະໜອງຂໍ້ມູນຂ່າວສານຢ່າງພຽງ ແລະ ທັນການໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ;
18. ສ້າງຂະບວນການກວດກາ, ການປະເມີນ ແລະ ຍ້ອງຍໍ, ໃຫ້ໂປງໃສແລະ ເຂັ້ມງວດ;
19. ສ້າງຄວາມສາມັກຄີ ແລະ ຄວາມເສຍສະຫຼະເພື່ອສ່ວນລວມ ແລະ ອື່ນໆ.

ສະນັ້ນ, ຜູ້ຂຽນຫວັງວາ: ວິທີການ ແລະ ປະສົບການອັນສຳຄັນດັ່ງກ່າວຈະເປັນປະໂຫຍດ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ໃຫ້ເຂົ້າກັບສະພາບຕົວຈິງ ແລະ ຈຸດພິເສດຂອງ ສປປ ລາວ.

ຂຽນໂດຍ: ປອ. ສິດທິໄຊ ໄຊຍະວົງ (ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ມຊ, ຫົວໜ້າສູນຄົ້ນຄວ້າປະເທດຈີນ ມຊ)