ພວກເຮົາເປັນສະມາຊິກພັກກອມມູນິດຈີນ | ຜູ້ນຳທ່ຽວ, ຍັງເປັນພາບວິວທິວທັດໃນການເດີນທາງ

2021-07-02 16:35:48 |ມາຈາກ:

ທ່ານນາງ ຊາວຈີງ ເວົ້າວ່າ: "ຈຸດປະສົງຂອງພັກກອມມູນິດຈີນແມ່ນເພື່ອຮັບໃຊ້ປະຊາຊົນຢ່າງສຸດໃຈ, ແລະເຊັ່ນດຽວກັບຄວາມເຊື່ອໃນອາຊີບຂອງຜູ້ນຳທ່ຽວ. ການບໍລິການນັກທ່ອງທ່ຽວຢ່າງຈິງໃຈ ແມ່ນທ່າທີການເຮັດວຽກຂອງຂ້ອຍ.

"ຂ້ອຍເປັນຜູ້ນຳທ່ຽວ ແລະ ເປັນສະມາຊິກຂອງພັກກອມມູນິດຈີນ, ສະນັ້ນຂ້ອຍມີຄວາມຮັບຜິດຊອບຫລາຍກວ່າເກົ່າໃນການເລົ່າເລື່ອງປະຫວັດສາດກ່ຽວກັບແຂວງຢຸນນານ." ເມື່ອເວົ້າເຖິງອາຊີບຂອງລາວ, ທ່ານນາງ ຊາວຈີງ ຜູ້ນຳທ່ຽວຂອງບໍລິສັດທ່ອງທ່ຽວສາກົນຈີງເຊີງຮູ້ສຶກພາກພູມໃຈຫຼາຍ.

ປີ 2012, ທ່ານນາງ ຊາວຈີງ ຜູ້ທີ່ຍັງຮຽນຢູ່ມະຫາວິທະຍາໄລ,ລາວໄດ້ເຂົ້າຮ່ວມພັກກອມມູນິດຈີນ. ໃນໄລຍະທີ່ຮຽນຢູ່ມະຫາວິທະຍາໄລ, ນາງໄດ້ເຂົ້າຮ່ວມໃນການແຂ່ງຂັນນຳທ່ຽວທີ່ຈັດຂຶ້ນໂດຍໂຮງຮຽນເປັນເວລາ 3 ປີຕິດຕໍ່ກັນ, ເຊິ່ງເຮັດໃຫ້ ທ່ານນາງ ຊາວຈີງ ມີຄວາມເຂົ້າໃຈເບື້ອງຕົ້ນກ່ຽວກັບວຽກງານຜູ້ນຳທ່ຽວ. ຫຼັງຈາກຮຽນຈົບ, ທ່ານນາງ ຊາວຈີງ ໄດ້ກາຍເປັນຜູ້ນຳທ່ຽວ.

ຫລັງຈາກເຮັດວຽກມາຫຼາຍປີ, ທ່ານນາງ ຊາວຈີງ ເວົ້າວ່າອາຊີບຜູ້ນຳທ່ຽວນີ້, ນາງກໍ່ມີຄວາມເຂົ້າໃຈທີ່ແຕກຕ່າງກັນ. ລາວເວົ້າວ່າ: "ເມື່ອປະເຊີນໜ້າກັບນັກທ່ອງທ່ຽວໃນຊີວິດຈິງ, ຜູ້ນຳທ່ຽວບໍ່ພຽງແຕ່ຕ້ອງມີຮູບຮ່າງດີ, ນິໄສດີ, ມີຄວາມເຂົ້າໃຈກ່ຽວກັບປະຫວັດສາດແລະວັດທະນະທຳເທົ່ານັ້ນ, ແຕ່ຍັງຕ້ອງມີຄວາມຮັກໃນຫົວໃຈຂອງພວກເຂົາ, ເຕັມໃຈທີ່ຈະອຸທິດພະລັງທັງຮ່າງກາຍແລະຈິດໃຈ, ແລະຮຽນຮູ້ການສື່ສານກັບນັກທ່ອງທ່ຽວ."

ໃນປີ 2017, ທ່ານນາງ ຊາວຈີງ ບໍ່ພຽງແຕ່ໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນນຳທ່ຽວທີ່ຈັດຂຶ້ນຢູ່ແຂວງຢຸນນານເທົ່ານັ້ນ, ແຕ່ຍັງໄດ້ຮັບທຸງໄຊ10 ທຸງໃນທຸກເທື່ອທີ່ນຳກຸ່ມທ່ອງທ່ຽວ. ເມື່ອໄດ້ຮັບການຍອມຮັບຈາກນັກທ່ອງທ່ຽວ, ທ່ານນາງ ຊາວຈີງ ຮູ້ສຶກແປກໃຈ ແລະ ປະທັບໃຈຫຼາຍ.

ທ່ານນາງ ຊາວຈີງ ເວົ້າວ່າ: "ໃນໄລຍະການເດີນທາງທ່ອງທ່ຽວເປັນເວລາ 5 ວັນ, ໃນເວລາທີ່ຂ້າພະເຈົ້າໄດ້ເລົ່າເຖິງປະຫວັດສາດຂອງປະຊາຊົນຢຸນນານທີ່ໃຫ້ການສະໜັບສະໜູນໃນສົງຄາມຕໍ່ຕ້ານຍີ່ປຸ່ນ, ໂດຍສະເພາະແມ່ນປະຫວັດສາດຂອງເສັ້ນທາງຢຸນນານ-ມຽນມາ, ທຸກຄົນເກີດມີຄວາມຮູ້ສຶກຄືກັນ, ແລະ ເມື່ອພວກເຂົາໄດ້ຟັງ ດວງຕາກໍ່ເຕັມໄປດ້ວຍນ້ຳຕາ."

ທ່ານນາງ ຊາວຈີງ ເວົ້າວ່າ: "ຖະໜົນຢຸນນານ-ມຽນມານີ້ສ້າງຂຶ້ນໃນໄລຍະສົງຄາມຕໍ່ຕ້ານຍີ່ປຸ່ນ, ເຊິ່ງຖະໜົນນີ້ສ້າງໂດຍປະຊາຊົນ 300.000 ຄົນທີ່ອາໄສຢູ່ພາກຕາເວັນຕົກຂອງແຂວງຢຸນນານ,ຖະໜົນນີ້ໄດ້ເສີມສ້າງຄວາມໝັ້ນໃຈ ແລະ ການຕັດສິນໃຈເດັດຂາດຂອງປະຊາຊົນຈີນທີ່ຍຶດໝັ້ນໃນສົງຄາມຕໍ່ຕ້ານ." ລາວຍັງກ່າວວ່າ: "ທຸກໆຄັ້ງທີ່ຂ້ອຍນຳພາຄະນະທ່ອງທ່ຽວ ແລະ ເວົ້າກ່ຽວກັບຖະໜົນຢຸນນານ-ມຽນມາ, ຂ້ອຍຮູ້ສຶກຕື່ນເຕັ້ນຫຼາຍ, ນັກທ່ອງທ່ຽວກໍ່ຮູ້ສຶກເຊັ່ນດຽວກັນກັບຂ້ອຍ. " ນາງຫວັງວ່າຈະໃຊ້ສຽງຂອງຕົນ, ເພື່ອໃຫ້ປະຊາຊົນອີກຫຼາຍໆຄົນຈື່ຈຳປະຫວັດສາດໃຫ້ຫຼາຍຂຶ້ນ.

ທ່ານນາງ ຊາວຈີງ ກ່າວວ່າ, ຖ້າຜູ້ນຳທ່ຽວຢຸນນານທຸກຄົນສາມາດແນະນຳ ຮີດຄອງປະເພນີ ແລະ ຄວາມງາມຂອງວັດຖຸສິ່ງຂອງໃນບ້ານເກີດເມືອງນອນ, ເຂົ້າໃຈຄວາມຕ້ອງການຂອງນັກທ່ອງທ່ຽວ, ປະຕິບັດຕາມສັນຍາ, ແລະໃຫ້ບໍລິການນັກທ່ອງທ່ຽວ, ການທ່ອງທ່ຽວຢຸນນານຈະມີທິວທັດທີ່ສວຍງາມທີ່ສຸດ.

ມາຈາກ ໜັງສືພິມລາຍວັນຢຸນນານ

ນັກຂ່າວ ເຢົາເຊິງເຊິງ