ແຂວງຢຸນນານມີຜູ້ຕິດພະຍາດໂຄວິດ-19 ເພີ່ມຂຶ້ນໃໝ່ 3 ກໍລະນີ

2021-07-06 15:14:27 |ມາຈາກ:

ນັບແຕ່ເວລາ 0:00 ເຖິງເວລາ 24:00 ໂມງຂອງວັນທີ 4 ກໍລະກົດ, ແຂວງຢຸນນານມີຜູ້ຕິດພະຍາດໂຄວິດ-19 ທີ່ເປັນການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນໃໝ່ 3 ກໍລະນີ (2 ກໍລະນີເປັນສັນຊາດຈີນ ແລະ 1 ກໍລະນີສັນຊາດມຽນມາ), ກໍລະນີນຳເຂົ້າຈາກຕ່າງປະເທດ 5 ກໍລະນີ. ມາຮອດເວລາ 24:00 ໂມງຂອງວັນທີ 4 ກໍລະກົດ, ແຂວງຢຸນນານມີຜູ້ເປັນພະຍາດໂຄວິດ-19 ທັງໝົດ 64 ກໍລະນີ (3 ກໍລະນີຈາກທ້ອງຖິ່ນ, 61 ກໍລະນີນຳເຂົ້າຈາກຕ່າງປະເທດ), ແລະ ຄົນເຈັບທີ່ບໍ່ມີອາການ 12 ກໍລະນີ (ທັງໝົດແມ່ນກໍລະນີນຳເຂົ້າຈາກຕ່າງປະເທດ), ເຊິ່ງທັງໝົດນີ້ໄດ້ຮັບການສັງເກດອາການຈາກທາງແພດ ແລະ ແຍກປ່ຽວໃນສະຖາບັນການແພດທີ່ກຳນົດ.

ແຕ່ວັນທີ 5 ເຖິງວັນທີ 6 ເດືອນກໍລະກົດ, ໄດ້ສືບຕໍ່ດຳເນີນກວດຫາເຊື້ອໄວຣັດໃຫ້ທຸກຄົນທີ່ຢູ່ໃນເຂດວານຕິງ ແລະ ເມືອງຣຸ້ຍລີ້ແຂວງຢຸນນານ. ປະຈຸບັນ, ຢູ່ຕາມຖະໜົນໃນເມືອງຣຸ້ຍລີ້,ປະຊາຊົນໃສ່ຜ້າອັດປາກເວລາອອກໄປທາງນອກ, ສະແກນລະຫັດເມື່ຶອເຂົ້າອອກສະຖານທີ່ສາທາລະນະ, ແລະດຳລົງຊີວິດຢ່າງເປັນລະບຽບຮຽບຮ້ອຍ.