"ເຂົ້າອະວະກາດ" ທີ່ເດີນທາງຮອບດວງຈັນໄດ້ເຂົ້າສູ່ໄລຍະເກັບກ່ຽວ!

2021-07-13 18:25:43 |ມາຈາກ:

ເມື່ອ 8 ເດືອນກ່ອນ, ແນວພັນເຂົ້າທີ່ມີນ້ຳໜັກ 40 ກຣາມໄດ້ຕິດຕາມຍານອະວະກາດຊາງເອີເລກ5 ໃນການເດີນທາງຮອບດວງຈັນເປັນເວລາ 23 ວັນ, ເຂົ້າປູກໄດ້ຮັບການເພາະ, ບົງ, ແລະ ຕົກກ້າຢູ່ທີ່ສະຖານທີ່ການສຶກສາ ແລະ ຄົ້ນຄວ້າ ມະຫາວິທະຍາໄລກະເສດຫົວໜານຈີນ. ປະຈຸບັນ, ນັກຄົ້ນຄວ້າວິທະຍາສາດແລະ ພະນັກງານກຳລັງເກັບຕົວຢ່າງ ແລະ ເກັບກ່ຽວເຂົ້າທີ່ແກ່ແລ້ວ, ແລະການປູກຮອບທຳອິດໄດ້ສຳເລັດແລ້ວ. ຫລັງຈາກນັ້ນ, ເຂົ້າທີ່ຖືກເກັບກ່ຽວຈະຖືກນຳໄປເພາະປູກໃນຫ້ອງທົດລອງ, ແລະຄາດວ່າມັນຈະກາຍເປັນເຂົ້າແນວພັນໃໝ່ຂອງຈີນ 100% ໃນອະນາຄົດ.

ຕາມການແນະນຳຂອງຜູ້ຊ່ຽວຊານ, ເຂົ້າອາວະກາດມີມູນຄ່າຄົ້ນຄ້ວາທາງວິທະຍາສາດຢ່າງຫຼວງຫຼາຍ ແລະຄາດວ່າຈະສາມາດປູກເຂົ້າແນວພັນໃໝ່ທີ່ໃຫ້ຜົນຜະລິດສູງ ແລະ ມີຄຸນນະພາບສູງ. ນັບແຕ່ປີ 1980 ເປັນຕົ້ນມາ, ປະເທດຈີນໄດ້ເພາະແນວພັນພືດອາວະກາດຫຼາຍຮ້ອຍຊະນິດເຊັ່ນ: ເມັດພືດ, ພືດເສດຖະກິດ, ແລະຜັກ.

ມາຈາກ: ສຳນັກຂ່າວຊິນຮວາຂອງຈີນ

ນັກຂ່າວ:ຫູຫຸຍຢີ