ຈີນ​ເປັນ​ປະ​ເທດ​ທີ່​ໄດ້​ສະ​ໜອງວັກ​ຊິນ​ໂຄວິດ-19 ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາຫຼາຍ​ທີ່​ສຸດ

2021-07-13 18:31:04 |ມາຈາກ: CRI

ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ມາ​ຮອດ​ປັດ​ຈຸ​ບັນ​ນີ້, ຈີນ​ໄດ້​ສະ​ໜອງວັກ​ຊິນ ແລະ ວັດ​ຖຸ​ດິບ​ຜະ​ລິດ​ວັກ​ຊິນ​ໂຄວິດ-19 ລວມ​ທັງ​ໝົດ 500 ລ້ານກວ່າຫຼອດ​​ໃຫ້​ແກ່ 100 ກວ່າ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເຊິ່ງ​ເທົ່າ​ກັບ 1 ສ່ວນ 6 ຂອງຍອດ​ການ​ຜະ​ລິດ​ວັກ​ຊິນ​ໂຄວິດ-19 ຂອງ​ທົ່ວ​ໂລກ​ໃນ​ປັດ​ຈຸ​ບັນ.

ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ໄດ້​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດຕາມ​ຄຳ​ປາ​ໄສ​ສຳ​ຄັນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ ກ່ຽວ​ກັບ​ການ​ຖື​ເອົາ​ວັກ​ຊິນ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ທົ່ວ​ໂລກ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ເພື່ອ​ສະ​ໜອງວັກ​ຊິນ​ໃຫ້​ແກ່​ຕ່າງ​ປະ​ເທດ. ຈີນ​ແມ່ນ​ປະ​ເທດ​ທີ່​ໄດ້​ສະ​ໜອງວັກ​ຊິນ​ໂຄວິດ-19 ໃຫ້​ປະ​ເທດ​ພວມ​ພັດ​ທະ​ນາຫຼາຍ​ທີ່​ສຸດ​ໃນ​ໂລກ, ​ຄູ່​ຮ່ວມ​ມື​ດ້ານ​ວັກ​ຊິນ​ຂອງ​ຈີນ​ມີ​ຢູ່​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຈີນ​​ໄດ້ສະ​ໜັບ​ສະ​ໜູນ​ໃຫ້​ວິ​ສາ​ຫະ​ກິດ​ຜະ​ລິດ​ວັກ​ຊິນ​ປະ​ເທດ​ຕົນ​ໂອນ​ເຕັກ​ນິກ​ໃຫ້​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ ແລະ ດຳ​ເນີນ​ການ​ຮ່ວມ​ມື​ດ້ານ​ການ​ຜະ​ລິດ. ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ຂອງ​ລັດ​ຖະ​ບານ​ຈີນ, ວິ​ສາ​ຫະ​ກິດ​ວັກ​ຊິນ​ຈີນ​ໄດ້​ເລີ່ມ​ການ​ຮ່ວມ​ມືຜະ​ລິດ​​ວັກ​ຊິນ​ຢູ່​ສະ​ຫະ​ລັດ​ອາ​ຣັບ​ເອ​ມີ​ເຣດ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ເອ​ຢິບ, ບ​ຣາ​ຊິນ, ຕວກ​ກີ, ປາ​ກິດ​ສະ​ຖານ ແລະ ແມັກ​ຊິກ ເຊິ່ງ​ມີຈຳ​ນວນ​ການ​ຜະ​ລິດ​ທັງ​ໝົດຫຼາຍກວ່າ 200 ລ້ານ​ຫຼອດ.