ຈຳ​ນວນມໍ​ລະ​ດົກ​​ໂລກ​ທາງທຳ​ມະ​ຊາດ​ ແລະ ມໍ​ລະ​ດົກ​​ໂລກ​ທາງທຳ​ມະ​ຊາດ​ແລະ​ວັດ​ທະ​ນະ​ທຳຂອງ​ຈີນ​ລ້ວນ​ແຕ່​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ

2021-07-13 18:33:04 |ມາຈາກ: CRI

ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກ​ຄັ້ງ​ທີ 44 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຝູ​ໂຈ່ວ​ແຂວງ​ຝູ​ຈ້ຽນ​ຈີນ​ໃນ​ວັນ​ທີ 16 ກໍ​ລະ​ກົດ​ນີ້. ໃນ​ເວ​ລາ​ແນະ​ນຳ​​ກ່ຽວ​ກັບສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​​ກັບ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ທີ່​ຈັດ​ຂຶ້ນຢູ່​ນະ​ຄອນຫຼວງ​ປັກ​ກ​ກິ່ງ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້, ທ່ານ​ແຢນ​ເສິງ​ກາວ ຮອງ​ຫົວ​ໜ້າ​ກົມ​​ທີ່ດິນ​ສະ​ຫງວນ​ຂອງ​ອົງ​ການ​ປ່າ​ໄມ້​ແລະ​ທົ່ງ​ຫຍ້າ​​ແຫ່ງ​ຊາດຈີນ​ກ່າວ​ວ່າ: ປັດ​ຈຸ​ບັນ, ຈຳ​ນວນມໍ​ລະ​ດົກ​​ໂລກ​ທາງທຳ​ມະ​ຊາດ​ ແລະ ມໍ​ລະ​ດົກ​​ໂລກ​ທາງທຳ​ມະ​ຊາດ​ແລະ​ວັດ​ທະ​ນະ​ທຳ​ຂອງ​ຈີນ​ລ້ວນ​ແຕ່​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ.

ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ແມ່ນ​ຜູ້​ສະ​ໜັບ​ສະ​ໜູນ​ທີ່​ເດັດ​ດ່ຽວ ແລະ ​ແມ່ນ​ຜູ້​ຕັ້ງ​ໜ້າປະ​ຕິ​ບັດ​​ຕາມ “ສົນ​ທິ​ສັນ​ຍາ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ​ທາງວັດ​ທະ​ນະ​ທຳ​ແລະ​ທຳ​ມະ​ຊາດ”. ນັບ​ແຕ່​ໄດ້​ເຂົ້າ​ເປັນ​​ສະ​ມາ​ຊິກ​ຂອ​ງ​ສົນ​ທິ​ສັນ​ຍາ​ສະ​ບັບ​ນີ້​ໃນ​ປີ 1985 ເປັນ​ຕົ້ນ​ມາ, ຈີນ​ມີ​ມໍ​ລະ​ດົກ​​ໂລກ​ທາງທຳ​ມະ​ຊາດ​ 14 ແຫ່ງ ແລະ ມໍ​ລະ​ດົກ​​ໂລກ​ທາງທຳ​ມະ​ຊາດ​ແລະ​ວັດ​ທະ​ນະ​ທຳ 4 ແຫ່ງ, ລ້ວນ​ແຕ່​ເປັນ​ອັນ​ດັບ​ໜຶ່ງ​ຂອງ​ໂລກ, ພ້ອມ​ດຽວ​ກັນ​ນີ້, ຈີນ​ໄດ້​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ເຫຼົ່າ​ນີ້​ໄດ້ເປັນ​ຢ່າງ​ດີ​ໂດຍລວມ ແລະ ບໍ່​ມີ​ມໍ​ລະ​ດົກ​ແຫ່ງ​ໃດ​ເກີດ​ມີ​ຄວາມ​ອັນ​ຕະ​ລາຍ. ບົດ​ລາຍ​ງານ​ປະ​ເມີນ​ຜົນທີ່​ມີ​ອິດ​ທິ​ພົນ​ຕໍ່​ສະ​ພາບ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຂອງ​ສະ​ຫະ​ພັນ​ອະ​ນຸ​ລັກ​ທຳ​ມະ​ຊາດ​ໂລກ ຫຼື IUCN ສະ​ແດງ​ໃຫ້​ເຫັນ​ວ່າ: ສະ​ພາບ​ການ​ອະ​ນຸ​ລັກ​ມໍ​ລະ​ດົກ​ໂລກ​ຂອງ​ຈີນ​ໄດ້​ສູງກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ສາ​ກົນ.