ໃນ 6 ເດືອນ​ຕົ້ນ​ປີ 2021 ຈີນ​ສາ​ມາ​ດຶດງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໄດ້ 607,84 ຕື້ຢວນ

2021-07-15 17:24:35 |ມາຈາກ: CRI

ວັນ​ທີ 14 ກໍ​ລະ​ກົດ​ນີ້, ກະ​ຊວງ​ການ​ຄ້າ​ຈີນ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມິ​ຖຸ​ນາ​ປີ 2021 ນີ້, ຈີນ​ໄດ້​ນຳ​ໃຊ້​ສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໄດ້ 607,84 ຕື້ຢວນ, ເພີ່ມ​ຂຶ້ນ 28,7% ເມື່ອ​ທຽບ​ກັບ 6 ເດືອນ​ຕົ້ນ​ປີ 2020, ໄດ້​ເພີ່ມ​ຂຶ້ນ 27,1% ເມື່ອ​ທຽບ​ກັບ 6 ເດືອນຕົ້ນ​ປີ 2019. ໃນ​ນັ້ນ, ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໃນຂະ​ແໜງ​ການ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​​ໄດ້​ເພີ່ມ​ຂຶ້ນ​ປະ​ມານ 40%.

ຂໍ້​ມູນ​ຍັງສະ​ແດງ​ໃຫ້​ເຫັນ​ວ່າ: ເມື່​ອ​ເບິ່ງຈາກ​ດ້ານ​ຂະ​ແໜງ​ການ​ແລ້ວ, ​ຂະ​ແໜງ​ການ​​ບໍ​ລິ​ການ​ສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໄດ້ 482,77 ຕື້ຢວນ, ເພີ່ມ​ຂຶ້ນ 33,4% ເມື່ອ​ທຽບ​ກັບ 6 ເດືອນ​ຕົ້ນ​ປີ 2020, ຂະ​ແໜງ​ການ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງຕ່າງ​ປະ​ເທດ​ເພີ່ມ​ຂຶ້ນ 39,4% ເມື່ອ​ທຽບ​ກັບ 6 ເດືອນ​ຕົ້ນ​ປີ 2020, ໃນ​ນັ້ນ​ຂະ​ແໜງ​ການ​ບໍ​ລິ​ການ​ດ້ານ​ເຕັກ​ໂນ​ໂລ​ຊີ​ຊັ້ນ​ສູງ​ເພີ່ມ​ຂຶ້ນ 42,7%, ຂະ​ແໜງ​ການ​ຜະ​ລິດ​ດ້ວຍ​ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ​ໄດ້​ເພີ່ມ​ຂຶ້ນ 29,2%, ເຊິ່ງ​ເຮັດ​ໃຫ້​ໂຄງ​ປະ​ກອບ​ດ້ານ​ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງຕ່າງ​ປະ​ເທດ​ນັບ​ມື້​ນັບ​ສົມ​ບູນກວ່າ​ເກົ່າ.