ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ຈຳ​ນວນ​ປະ​ເທດ​ທີ່​ລົງ​ລາຍ​ເຊັນ​ສະ​ໜັບ​ສະ​ໜູນ​ຈີນ​ໃນ​ສະ​ພາ​ສິດ​ທິ​ມະ​ນຸດໄດ້​ເພີ່ມ​ຂຶ້ນ​ຮອດ 68 ປະ​ເທດ

2021-07-15 17:26:09 |ມາຈາກ: CRI

ວັນ​ທີ 14 ກໍ​ລະ​ກົດ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ປະ​ຈຳ​ວ່າ, ໃນ​ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 47 ທີ່​ຫາ​ກໍ່​ປິດ​ລົງ​ໃນ​ມື້​ດຽວ​ກັນ, ຈຳ​ນວນ​ປະ​ເທດທີ່​​ໄດ້ລົງ​ລາຍ​ເຊັນ​​ໃນຄຳ​ປາ​ໄສ​ຮ່ວມ​​ເພື່ອສະ​ໜັບ​ສະ​ໜູນ​ປະ​ເທດຈີນ​ໄດ້​ເພີ່ມ​ຂຶ້ນ​ຮອດ 68 ປະ​ເທດ.

ທ່ານ​ຈ້າວ​ລີ້​ຈ່ຽນ​​ໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ຫວ່າງ​ມໍ່ໆມ​າ​ນີ້, ​ປະ​ເທດນີ​ເຊ​ລີ​ໄດ້​ລົງ​​ລາຍ​ເຊັນ​​ໃນຄຳ​ປາ​ໄສ​ຮ່ວມ​ເພື່ອສະ​ໜັບ​ສະ​ໜູນຈີນ ໃນ​​ກອງ​ປະ​ຊຸມສະ​ພາ​ສິດ​ທິ​ມະ​ນຸດ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​​ຄັ້ງ​ທີ 47, ຝ່າຍ​ຈີນສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ນີ​ເຊ​ລີ​​ທີ່​ມີ​ຈຸດ​ຢືນ​ຍຸດ​ຕິ​ທຳ​ນີ້. ນອກ​ນີ້ ຍັງ​ມີ​ຫຼາຍປະ​ເທດ​ທີ່​ໄດ້​ສະ​ໜັບ​ສະ​ໜູນ​ຈີນ​ດ້ວຍ​ຮູບ​ແບບ​ຕ່າງໆ, ເຊັ່ນ: ການ​ກ່າວ​ຄຳ​ປາ​ໄສ​ຝ່າຍ​ດຽວ, ​ການສົ່ງ​ຈົດ​ໝາຍ​ຮ່ວມ​ເພື່ອ​ສະ​ໜັບ​ສະ​ໜູນ​ແລະ​ອື່ນໆ, ​ລວມທັງ​ໝົດ​ແລ້ວ​ມີຫຼາຍກວ່າ 90 ປະ​ເທດ​ໄດ້​ອອກ​ສຽງ​​ທີ່ເປັນ​ທຳ​ໃນ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ. ເຂົາ​ເຈົ້າ​ກ່າວ​ເນັ້ນ​ວ່າ, ​ວຽກ​ງານ​ກ່ຽວ​ກັບເຂດ​ຮົງ​ກົງ, ຊິ່ນ​ຈ່ຽງ​ແລະ​ຕິ​ເບດ ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ, ຄັດ​ຄ້ານ​ການ​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ​ແລະ​ການໃຊ້​ສອງ​ມາດ​ຖານ.