ເສດ​ຖະ​ກິດ​​ຈີນ​ໃນ 6 ເດືອນ​ຕົ້ນປີ​ນີ້​ສືບ​ຕໍ່​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່ຽງ

2021-07-19 17:58:51 |ມາຈາກ: CRI

ວັນ​ທີ 19 ກໍ​ລະ​ກົດ​ນີ້, ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະ​ປະ​ຕິ​ຮູບ​ແຫ່​ງ​ຊາດ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໂດຍ​ໄດ້​ແນະ​ນຳ​ສະ​ພາບ​ການ​​ດ້ານເສດ​ຖະ​ກິດ​ຂອງຈີນ​ໃນ 6 ເດືອນ​ຕົ້ນ​ປີ​ນີ້. ​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ ຫລື GDP ຂອງ​ຈີນ​ໃນ 6 ເດືອນ​​ຕົ້ນ​ປີ​ນີ້​ມີ​ເຖິງ 53216, 7 ​ກວ່າ​ຕື້ຢວນ, ເພີ່ມ​ຂຶ້ນ 12,7%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ນອກ​ນີ້, ການ​ລົງ​ທຶນ​​ໃນ​ຂະ​ແໜງ​ການ​ເຕັກ​ນິກ​​ຂັ້ນສູງ ແລະ​ຂົງ​ເຂດ​ສັງ​ຄົມ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ​ການຟື້ນ​ຟູ​ການ​ບໍ​ລິ​ໂພກ​​ມີ​ທ່ວງ​ທ່າ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ລາຍ​ຮັບ​ຂອງ​ພົນ​ລະ​ເມືອງ ແລະເສດ​ຖະ​ກິດ​ມີ​ຈັງ​ຫວະ​​ການ​ເຕີບ​ໂຕ​ທີ່​ສົມ​ຄູ່​ກັນໂດຍ​ພື້ນ​ຖານ, ທ່ວງ​ທ່າ​ການ​ປະ​ກອບ​ອາ​ຊີບ​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ລວມ.

ເບິ່ງ​ໂດຍ​ສັງ​ລວມ​ແລ້ວ, ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຂອງ​ຈີນ​ໃນ 6 ເດືອນຕົ້ນ​ປີ​ນີ້​ສືບ​ຕໍ່​ຟື້ນ​ຟູ​ຢ່າງ​ໝັ້ນ​ທ່ຽງ, ຕົວ​ຊີ້​ວັດດ້ານ​ມະ​ຫາ​ພາກ​ຕົ້ນ​ຕໍ​​ຍັງ​ຢູ່​ໃນ​ຂອບ​ເຂດ​ທີ່​ສົມ​ເຫດ​ສົມ​ຜົນ, ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ມີ​ທ່ວງ​ທ່​າ​​ເຂັ້ມ​ແຂງ​ບົນ​ພື້ນ​ຖານຄວາມ​ໝັ້ນ​ທ່ຽງ. ແຕ່​ການ​​ເຄື່ອນ​ໄຫວ​ດ້ານ​​ເສດ​ຖະ​ກິດ​ຍັງ​ມີ​ຄວາມ​​ບໍ່​ໂລ່ງ​ລ່ຽນ​ເທົ່າ​ທີ່​ຄວນ ແລະ​ມີ​ບັນ​ຫາ​ຈຳ​ນວນ​ບໍ່​ໜ້ອຍ, ການ​ຊຸກ​ຍູ້​​ໃຫ້​ເສດ​ຖະ​ກິດ​​ຟື້ນ​ຟູ​ຢ່າງ​ຕໍ່​ເນື່ອງ ແລະ​ພັດ​ທະ​ນາ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງໃນ 6 ເດືອນ​ທ້າຍ​ປີ​ນີ້​ຍັງ​ຕ້ອງ​ທຳ​ຄວາມ​ພະ​ຍາ​ຍາມ​ໃຫ້​ຫລາຍກວ່າ​ເກົ່າ.