ຈີນ​ກ່າວ​ວ່າ: ບັນ​ຫາ​ການ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19, ມີ​ຄົນ​ອາ​ເມ​ຣິ​ກາ​ຈຳ​ນ​ວນ​ໜຶ່ງ​ອາດ​ມີ​ຄວາມ​ລັບ​ທີ່ບໍ່​ຢາກ​ເປີດ​ເຜີຍ​

2021-07-23 18:29:33 |ມາຈາກ: CRI

ຕາມ​ຂ່າວCRI: ວັນ​ທີ 22 ກໍ​ລະ​ກົດ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຊີ້​ໃຫ້​ເຫັນ​ຢູ່ໃນ​ກອງ​ປະ​ຊຸມ​ຂ່າ​ວ​ວ່າ, ໃນ​ບັນ​ຫາ​ການ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ​ຊອງ​ເຊື້ອພະ​ຍາດ​ໂຄວິດ-19 , ມີ​ຄົນ​ອາ​ເມ​ຣິ​ກາ​ຈຳ​ນວນ​ໜຶ່ງ​ອາດ​ມີ​ຄວາມ​ລັບ​ທີ່​​ບໍ່​ຢາກເປີດ​ເຜີຍ​.

ຕາມ​ການ​ລາຍ​ງານ​ຂ່າວ​ຈາກ​ໜັງ​ສື​ພິມ “ໄຟ​ນານ​ໂຊ​ແທມ​ສ໌” ຂອງ​ອັງ​ກິດ​ໄດ້​ລະ​ບຸ​ວ່າ: ນັກ​ຄົ້ນ​ຄວ້າ​ຂອງ​ຫ້ອງ​ທົດ​ລອງ​ອີ​ຕາ​ລີ​ສອງ​ແຫ່ງ​ໄດ້​ກ່າວ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ​ວ່າ: ໃນ​ຕົວ​ຢ່າງ​ເລືອດ​ທີ່​ໄດ້​ເກັບ​ເອົາໃນ​ເດືອນ​ຕຸ​ລາ​ປີ 2019 ແລ້ວ​ນີ້ໄດ້​ພົບ​ເຫນ​ສານ​ຕ້ານ​ທານ​ທີ່​ມັກ​ຈະ​ພົບ​ເຫັນໄດ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ແລ້ວ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ເນັ້ນ​ວ່າ, ໃນ​ໄລ​ຍະ​ຜ່ານ​ມາ​ນີ້, ປະ​ຊາ​ຄົມ​ໂລກ​ໄດ້​ມີ​ການ​ລາຍ​ງານ​ຂ່າວ​ທີ່​ນັບ​ມື້​ນັບ​ຫຼາຍກວ່າ​ເກົ່າກ່ຽວ​ກັບ​ການ​​ພົບ​ເຫັນ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ຫຼາຍ​ແຫ່ງ​ຂອງ​ໂລກ​ໃນ​ 6 ເດືອນ​ທ້າຍ​ປີ 2019, ພຽງ​ແຕ່​ຢູ່​ອາ​ເມ​ຣິ​ກາ​ກໍ​ມີ​ສະ​ພາບ​ການ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່ 5 ລັດ​ກ່ອນ​​ການ​ລາຍ​ງານ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນພະ​ຍາດ​ກໍ​ລະ​ນີ​ທຳ​ອິດ​ຢູ່​ອາ​ເມ​ຣິ​ກາ. ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ໜຶ່ງວ່າ, ການ​ຊອກ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19 ແມ່ນ​ບັນ​ຫາ​​ທາງວິ​ທະ​ຍາ​ສາດ​ທີ່​ສະ​ຫຼັບ​ສັບ​ຊ້ອນ, ຄວນມອບ​ໃຫ້​ແກ່​ນັກວິ​ທະ​ຍາ​ສາດ​ທົ່ວ​ໂລກເພື່ອ​ຮ່ວມ​ມື​ກັນ​ດຳ​ເນີນ. ແຕ່​ວ່າ​ສິ່ງ​ທີ່​ຄົນ​ທັງ​ຫຼາຍ​ໄດ້​ເຫັນ​​ແມ່ນ, ມີ​ບາງ​ຄົນ​ຢູ່​ອາ​ເມ​ຣິ​ກາ​ບໍ່​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ວິ​ທະ​ຍາ​ສາດ​ແລະ​ຄວາມເປັນ​ຈິງ, ໂຄ​ສະ​ນາອັນ​ທີ່​ວ່າ “ໄວ​ຣັດ​ນັ້ນ​ແມ່ນວ​ອອກ​ມາຈາກ​ຫ້ອງ​ທົດ​ລອງ”, ບາງ​ຄົນ​ຢູ່ອາ​ເມຣິ​ກາ​ໄດ້​ຖື​ເອົາ​ບັນ​ຫາການ​ເມືອງ​ເໜືອ​ກວ່າວິ​ທະ​ຍາ​ສາດ, ຖື​ເອົາຜົນ​ປະ​ໂຫຍດ​ສ່ວນ​ຕົວ​ດ້ານ​ການ​ເມືອງ​ເໜືອກວ່າ​ສຸ​ຂະ​ພາບແລະ​ຊີ​ວິດ​​ຂອງ​ປະ​ຊາ​ຊົນ, ເຊິ່ງ​ກໍ່​ເປັນສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້ການ​​ຕ້ານກັບ​ພະ​ຍາດ​ຢູ່ອາ​ເມ​ຣິ​ກາບໍ່​ປະ​ສົບ​ຜົນ​ສຳ​ເລັດ.