ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: 100 ກວ່າ​ປະ​ເທດ​ໄດ້​ອະ​ນຸ​ຍາດ​​ໃຫ້ນຳ​ໃຊ້​ວັກ​ຊີນ​ໂຄວິດ-19ຂອງ​ຈີນ

2021-07-23 18:30:59 |ມາຈາກ: CRI

ວັນ​ທີ 22 ກໍ​ລະ​ກົດ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ປັດ​ຈຸ​ບັນ, ມີ 100 ກວ່າ​ປະ​ເທດ​ໄດ້​ອະ​ນຸ​ຍາດ​ໃຫ້​ນຳ​ໃຊ້​ວັກ​ຊີນ​ໂຄວິດ-19ຂອງ​ຈີນ, ມີ​ຜູ້​ນຳ​ຂອງ30 ກວ່າ​ປະ​ເທດ​ໄດ້​ສັກ​ວັກ​ຊີນ​ຈີນ​ຢ່າງ​ເປີດ​ເຜີຍ. ບຸກຄົນສຳຄັນດ້ານການເມືອງ​ຂອງ​ຫລາຍ​ປະ​ເທດ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ວັກ​ຊີນ​ຈີນ​ທີ່​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ວຽກ​ງານ​ຕ້ານ​ກັບ​ພະ​ຍາດ​ໃນ​ປະ​ເທດ​ຕົນ, ປະ​ຊາ​ຊົນ​ບັນດາປະ​ເທດ​ທີ່​ໄດ້​ສັກ​ວັກ​ຊີນ​ຈີນ​ກໍ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍວັກ​ຊີນ​ຈີນເຊັ່ນກັນ.

ຕ​າມ​ການ​ລາຍ​ງານ​ຂ່າວ, ວັນ​ທີ 20 ກໍ​ລະ​ກົດ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລສ​ລີຈາ​ຢາ​ວາ​ເດ​ນາ​ພູ​ລາ​ປະ​ເທດ​ສີ​ລັງ​ກາ​ໄດ້​ເປີດ​ເຜີຍ​ບົດ​ລ​າຍ​ງານ​ຜົນ​ງານ​​ຄົ້ນ​ຄວ້າກ່ຽວ​ກັບ​ປະ​ສິດ​ທິ​ຜົນ​ຂອງວັກ​ຊີນ​ໂຄວິດ-19ຊີ​ໂນ​ຟາ​ມ​ຈີນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ວ່າ, 95% ຂອງ​ຜູ້​ທີ່​ໄດ້​ສັກວັກ​ຊີນ​ໂຄວິດ-19ຊີ​ໂນ​ຟາມ​ສອງ​ເຂັ້ມ​ແລ້ວ ສາ​ມາດ​ມີ​ພູມ​ຕ້ານ​ທານ​ໄດ້. ຜົນ​ການ​ຄົ້ນ​ຄວ້າ​ຍັງ​ກວດ​ພົບ​ວ່າ, ວັກ​ຊີນ​ຊີ​ໂນ​ຟາມ​ມີ​ປະ​ສິດ​ທິ​ຜົນ​ຫລາຍ​​ໃນ​ການ​ຕ້ານ​ໄວ​ຣັດກາຍ​ພັນ “ເດວ​ຕາ”.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ມີ​ຫາງ​ສຽງ​ທີ່​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ ແລະ​ຕາມ​ວິ​ທະ​ຍາ​ສາດ​ນັ​ບ​ມື້​ນັບ​ຫລາຍ​ຂຶ້ນ​ໄດ້​ຢືນ​ຢັນ​ປະ​ສິດ​ທິ​ຜົນ​ຂອງວັກ​ຊີນ​ຈີນ, ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ: ວັກ​ຊີນ​ຈີນ​ແມ່ນ​ມີ​ປະ​ສິດ​ທິ​ຜົນ ແລະ​ມີ​ຄວາມ​ປອດ​ໄພ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ເນັ້ນ​ວ່າ: ຈີນ​ມີ​​ຈຸດ​ຢືນ​ຢາກ​​ລົງ​ເລິກ​ການ​ຮ່ວມ​ມື​ສາ​ກົນ​ດ້ານ​ວັກ​ຊີນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ຮັບ​ປະ​ກັນມ​ຫ​ເວັກ​ຊີນສາມາດສົ່ງໄປເຖິງ​ປະ​ເທດ​ພວມ​ພັດ​ທະ​ນາ ແລະໃຫ້ປະເທດພວມພັດທະນາສາມາດຊື້ໄດ້, ເຮັດ​ໃຫ້​ວັກ​ຊີນ​ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​​ໂລກ. ມາ​ຮອດ​ປັດ​ຈຸ​ບັນ, ຈີນໄດ້​ສະ​ໜອງວັກ​ຊີນ 500 ກວ່າ​ລ້ານຫລອດ​ໃຫ້​ແກ່ 100 ກວ່າ​ປະ​ເທດ ແລະ​ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ.