ວຽກ​ງານ​ຕ້ານ​ໄພ ແລະ​ກູ້​ໄພຢູ່​ແຂວງ​ເຮີ​ນານ​ ສ​ປ ຈີນ​ຍັງ​ສືບ​ຕໍ່​ດຳ​ເນີນໄປ​ຢ່າ​ງຂຸ້ນ​ຂ້ຽວ

2021-07-23 18:32:29 |ມາຈາກ: CRI

ນັບ​ແຕ່​ວັນ​ທີ 16 ກໍ​ລະ​ກົດ​ນີ້​ເປັນ​ຕົ້ນ​ມາ, ຝົນ​ຕົກ​ໜັກ​ເຮັດ​ໃຫ້ປະ​ຊາ​ຊົນ 3 ລ້ານ 4ພັນ​ຄົນ​​ໃນ 103 ເມືອງ​​ຂອງແຂວງ​ເຮີ​ນານ ສ​ປ ຈີນ​ປະ​ສົບ​ໄພ. ມາ​ຮອດ​ວັນ​ທີ 22 ກໍ​ລະ​ກົດ​ນີ້, ໄພ​ນ້ຳ​ຖ້ວມ​ໄດ້​ເຮັດ​ໃຫ້​ 33 ຄົນ​ເສ​ຍ​ຊີ​ວິດ, 8 ຄົນ​ຫາຍ​ສາບ​ສູນ, ​ຄວາມເສຍ​ຫາຍໂດຍ​ກົງ​ດ້ານ​ເສດ​ຖະ​ກິດ​ມີ​ເຖິງ 1 ຕື້ 220 ລ້ານຢວນ. ປັດ​ຈຸ​ບັນ, ວຽກ​ງານ​ຕ້ານ​ໄພ ແລະ​ກູ້​ໄພ​ຍັງ​ສືບ​ຕໍ່​ດຳ​ເນີນ​ໄປ​ຢ່າງຂຸ້ນ​ຂ້ຽວ.

ເວ​ລາ 22 ໂມງ​ຂອງວັນ​ທີ 22 ກໍ​ລະ​ກົດ​ນີ້, ກະ​ຊວງ​ຄຸ້ມ​ຄອງ​ສະ​ພາບ​ສຸກ​ເສີນ​ຈີນ​ໄດ້​ມີ​ຄຳ​ສັ່ງ​ໃຫ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​​ຊ່ວຍ​ເຫລືອ​ແບບ​ຂ້າມ​ແຂວງ​​ດ້ວຍ​ການ​ສົ່ງ​ໜ່ວຍ​ງານ​ກູ້​ໄພ ແລະ​ດັບ​ເພີງ​​ໄປ​ບ່ອນ​ປະ​ສົບ​ໄພ​ເປັນ​ຊຸດ​ທີ 2. ໜ່ວຍ​ງານ​ຂອງກອງ​ບັນ​ຊາ​ການ​​ຕ້ານ​ໄພແລ້ງຕ້ານຖ້ວມ​ແຫ່ງ​ຊາດ​ຈີນໄດ້​ເດີນ​ທາງ​ໄປ​ຮອດ​ແຂວງ​ເຮີ​ນານ​ໃນ​ວັນ​ທີ 22 ກໍ​ລະ​ກົດເພື່ອ​​ໃຫ້​ການ​ຊີ້​ນຳ​ວຽກ​ງານ​ຕ້ານ​ໄພ ແລະ​ກູ້​ໄພ. ໜ່ວຍ​ງານ​ດັ່ງ​ກ່າວ​ຮຽກ​ຮ້ອງ​ໃຫ້​ກູ້​ໄພ​ຈົນ​ສຸດ​ຄວາມ​ສາ​ມາດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຜູ້ປະ​ສົບ​ໄພ ແລະ​ຜູ້​ກູ້​ໄພ. ເລັ່ງ​ລັດ​ແກ້​ໄຂ​ບັນ​ຫາ​​ທີ່ລະ​ບົບ​ໄຟ​ຟ້າ ການ​ສື່​ສານ ກາ​ນ​ຄົມ​ມະ​ນາ​ຄົມ​ຂັດ​ຂ້ອງ, ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ແລະ​ການ​ຜະ​ລິດ​ໃຫ້​ເຂົ້າ​ສູ່​ສະ​ພາບ​ປົກ​ກະ​ຕິ​ໂດຍ​ໄວ. ເຮັດ​ວຽກ​ຈັດ​ສັນ​​ຍົກ​ຍ້າຍປະ​ຊາ​ຊົນ​ໄປ​ໄວ້​ບ່ອນ​ປອດ​ໄພ​ໃຫ້​ດີ, ຮັບ​ປະ​ກັນ​​ຊີ​ວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ​ຖານ​ຂອ​ງ​ປະ​ຊາ​ຊົນ​ຜູ້​ປະ​ສົບ​ໄພ​ໃຫ້​ດີ​ຢ່າງ​ແທ້​ຈິງ.