“ສວນ​ໂຈ່ວ-ສູນ​ການ​ຄ້າ​ທາງ​ທະ​ເລ​ຂອງ​ໂລກ​ໃນ​ສະ​ໄໝ​ລາ​ຊະ​ວົງ​ຊົ້ງ​ແລະລາ​ຊະ​ວົງ​ຢວນ​ຂອງ​ຈີນ” ຖືກ​ຈັດ​ເຂົ້າ​ໃນ “ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ”

2021-07-26 17:03:13 |ມາຈາກ: CRI

ວັນ​ທີ 25 ກໍ​ລະ​ກົດ​ນີ້, ໂດຍ​ອີງ​ຕາມ​ມາດ​ຕະ​ຖານ​ທີ່​ກຳ​ນົດ​ໄວ້​ໃນ “ຄຳ​ຊີ້​ນຳ​​ໃນການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ມໍ​ລະ​ດົກ​ໂລກ​ທາງວັດ​ທະ​ນ​ະ​ທຳ ແລະ ທາງ​ທຳ​ມະ​ຊາດ”, ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກຈິ່ງ​ໄດ້​ຕົກ​ລົງ​ຈັດ​ເອົາ “ສວນ​ໂຈ່ວ-ສູນ​ການ​ຄ້າ​ທາງ​ທະ​ເລ​ຂອງ​ໂລກ​ໃນ​​ສະ​ໄໝລາ​ຊະ​ວົງ​ຊົ້ງ​ແລະ​​ລາ​ຊະ​ວົງຢວນ​ຂອງ​ຈີນ” ທີ່​ສະ​ເໜີ​ໂດຍ​ຈີນ ເຂົ້າ​ໃນ “ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ”. ໄດ້​ເຮັດ​ໃຫ້ຈຳ​ນວນ​ມໍ​ລະ​ດົກ​ໂລກ​ຂອງ​ຈີນ​​ເພີ່ມ​ຂຶ້ນ​ເປັນ 56 ແຫ່ງ​ແລ້ວ.

ມະ​ຕິ​ກອ​ງ​ປະ​ຊຸມ​ລະ​ບຸ​ວ່າ: “ສວນ​ໂຈ່ວ-ສູນ​ການ​ຄ້າ​ທາງ​ທະ​ເລ​ຂອງ​ໂລກ​ໃນ​​ສະ​ໄໝລາ​ຊະ​ວົງ​ຊົ້ງ​ແລະ​​ລາ​ຊະ​ວົງຢວນ​ຂອງ​ຈີນ” ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ສະ​ພາບ​ຂອງ​ເມືອງ​ທ່າ​ກຳ​ປັ່ນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ ແລະ ພົ້ນ​ເດັ່ນ​ໃນ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ແນ່ນອນ, ມໍ​ລະ​ດົກ 22 ຈຸດ​ໃນ​ນະ​ຄອນ​ສວນ​ໂຈ່ວ​ໄດ້​ກວມຫຼາຍ​ປັດ​ໄຈ​​ທາງວັດ​ທະ​ນ​ະ​ທຳ​ທີ່​ສຳ​ຄັນ ເຊັ່ນ: ໂຄງ​ປະ​ກອ​ບ​ໃນ​ສັງ​ຄົມ, ​ລະ​ບົບ​ບໍ​ລິ​ຫານ, ຄົມ​ມະ​ນາ​ຄົມ, ການ​ຜ​ະ​ລິດ ແລະ ການ​ຄ້າ ເຊິ່ງ​ໄດ້​​ເປັນ​ແຮງ​ຂັບ​ເຄື່ອນ​ທີ່​ຊຸກ​ຍູ້​ໃຫ້​ນະ​ຄອນ​ສວນ​ໂຈ່ວ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ພັດ​ທະ​ນາ​​ໄດ້ຢ່າງວ່ອງ​ໄວ​ມາ​ແຕ່​ສະ​ຕະ​ວັດ​ທີ 10 ຫາ​ສະ​ຕະ​ວັດ​ທີ 14, ກາຍ​ເປັນ​ສູນ​ກາງທາງ​ທະ​ເລ​ໃນ​ເຄືອ​ຂ່າຍ​ການ​ຄ້າ​ຂອງ​ອາ​ຊີ​ຕາ​ເວັນ​ອອກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ວັດ​ທະ​ນະ​ທຳ​ອາ​ຊີ​ຕາ​ເວັນ​ອອກ ແລະ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້.