ທ່ານ​ສີ​ຈິ້ນ​ຜິງ​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ຫງວຽນ​ຊວນ​ຟຸກ ໃນໂອ​ກາດທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມອີກ​ສະ​ໄໝ​ໜຶ່ງ

2021-07-27 17:57:53 |ມາຈາກ: CRI

ວັນ​ທີ 26 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ຫງວຽນ​ຊວນ​ຟຸ​ກ ໃນ​ໂອ​ກາດ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ອີກ​ສະ​ໄໝ​ໜຶ່ງ.

ໃນ​ສານ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ໄດ້​ລະ​ບຸ​ວ່າ: ຈີນ​ແລະ​ຫວຽດ​ນາມ​ແມ່ນ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ, ມີ​ສາຍ​ພູ​ແລະ​ແມ່​ນ້ຳ​ລຳ​ເຊ​ຕິດ​ຈອດ​ກັນ, ສອງ​ປະ​ເທດ​ມີ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ທີ່​ເປັນ​ມູນ​ເຊື້ອມາ​ແຕ່​ດົນ​ນານ ແລະ ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງກວ້າງ​ຂວາງ. ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ, ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບບັນ​ດາ​ສະ​ຫາຍ​ຜູ້​ນຳ​ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ຊີ້​ນຳ​ນຳ​ພາ​​ສາຍ​ພົວ​ພັນຍຸດ​ທະ​ສາດລະ​ຫວ່າງສອງ​ພັກ ແລະ ສອງ​ລັດ​ໃນ​ຍຸກ​ໃໝ່, ​ມຸ່ງ​ໜ້າ​ສູ່​ເປົ້າ​ໝາຍ​ແຫ່ງ​ການ​ສ້າງ​ຄູ່ຮ່ວມ​ຊາ​ຕາ​ກຳຈີນ-ຫວຽດ​ນາມ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຢ່າງ​ບໍ່​ຢຸດຢັ້ງ.

ໃນ​ມື້​ດຽວ​ກັນ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ກໍ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​ທ່ານ​ຟາມ​ມິງ​ຈິງ ໃນ​ໂອ​ກາດ​ທີ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ອີກ​ສະ​ໄໝ​ໜຶ່ງ ແລະ​ກ່າວ​ວ່າ: ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟາມ​ມິງ​ຈິງ ເພື່ອ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ຝ່າຍ, ສ້າງ​ພື້ນ​ຖານອັນ​ໜັກ​ແໜ້ນ​​ດ້ານການ​ຮ່ວມ​ມື​ບົນ​ຈິດ​ໃຈ​ມິດ​ຕະ​ພາບ, ເລັ່ງ​ລັດ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການພັດ​ທະ​ນາລະ​ຫວ່າງ​ສອງ​ຝ່າຍ, ຊຸກ​ຍູ້​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ຈີນ-ຫວຽດ​ນາມ​ພັດ​ທະ​ນາ​ກ້າວ​ໜ້າ​ຢ່າງບໍ່​ຢຸ​ດຢັ້ງ​ໃນ​ຍຸ​ກ​ໃໝ່.