ເມື່ອຕິດຕາມການແຂ່ງຂັນກິລາໂອລິມປິກ, ກໍບໍ່ລືມການອອກກໍາລັງກາຍຂອງຕົນ

2021-08-05 16:24:53 |ມາຈາກ:

ການແຂ່ງຂັນກິລາໂອລິມປິກທີ່ກຳລັງຈັດຂຶ້ນໃນນະຄອນຫຼວງໂຕກຽວ, ປະເພດກິລາຈຳນວນບໍ່ໜ້ອຍທີ່ໃຊ້ໃນການແຂ່ງຂັນກິລາໂອລິມປິກ ກໍມີພື້ນຖານມະຫາຊົນຢ່າງກວ້າງຂວາງໃນຈີນ. ງານກິລາໂອລິມປິກພົວພັນກ່ຽວກັບການແຂ່ງກັນ, ສໍາລັບການຫຼິ້ນກິລາຂອງທົ່ວປວງຊົນກໍມີສາຍພົວພັນກ່ຽວກັບລະດັບສຸຂະພາບໂດຍລວມຂອງປະເທດ.   ສະນັ້ນ  ໃນໄລຍະການແຂ່ງຂັນກິລາໂອລິມປິກຄັ້ງນີ້, ລັດຖະບານຈີນໄດ້ອອກ “ແຜນການອອກກຳລັງກາຍຂອງທົ່ວປວງຊົນ (2021-2025)” ຕາມແຜນການດັ່ງກ່າວ, ເມື່ອຮອດປີ 2025, ອັດຕາຂອງປະຊາຊົນໃນປະເທດຈີນທີ່ເຂົ້າຮ່ວມການອອກກໍາລັງກາຍຢ່າງເປັນປະຈໍາຈະບັນລຸເຖິງ 38.5%, ປະຊາຊົນຈີນຈະສາມາດຊອກຫາອຸປະກອນອອກກໍາລັງກາຍໃນສະຖານທີ່ສາທາລະນະໄດ້ພາຍໃນ 15 ນາທີຈາກເຮືອນຂອງເຂົາເຈົ້າ. ປິງປອງ, ບານສົ່ງ, ດອກປີກໄກ່, ລອຍນໍ້າ, ບານບ້ວງ ແລະ ອື່ນໆແມ່ນກິລາທີ່ຄົນຈີນມັກຫຼິ້ນ, ສໍາລັບໃນປະເທດລາວ ກະຕໍ້ຄືຊິແມ່ນ “ກິລາແຫ່ງຊາດ” ຂອງລາວ, ຊັ້ນເຈົ້າມັກຫຼິ້ນກິລາປະເພດໃດແດ່?