ໃນວັນທີ 4 ສິງຫາ, ປະເທດຈີນມີຜູ້ຕິດເຊື້ອເພີ່ມຂຶ້ນ 124 ຄົນ, ໃນນັ້ນກໍລະນີຕິດເຊື້ອໃນຊຸມຊົນມີ 80 ຄົນ. ການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຍັງດຳເນີນຢູ່, ເຮັດໃຫ້ທົ່ວປະເທດນໍາໃຊ້ມາດຕະການປ້ອງກັນ ແລະ ຄວບຄຸມທີ່ເຂັ້ມງວດກວ່າເກົ່າ.
ຕາມຂ່າວຈາກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວຈີນ, ເນື່ອງຈາກໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ສະຖານທີ່ທ່ອງທ່ຽວລະດັບ A 1152 ແຫ່ງໃນ 20 ແຂວງ ເຂດປົກຄອງຕົນເອງ ແລະ ກຳແພງນະຄອນຂອງຈີນໄດ້ໄດ້ຖືກປິດຊົ່ວຄາວ. ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງຢຸນນານປະກາດວ່າ ນັບຕັ້ງແຕ່ວັນທີ 5 ເດືອນສິງຫານີ້, ແຂວງຢຸນນານຈະຢຸດການດໍາເນີນທຸລະກິດທົວທ່ອງທ່ຽວແບບຂ້າມແຂວງ ແລະ ທຸລະກິດອື່ນໆທີ່ກ່ຽວຂ້ອງຂອງບໍລິສັດທ່ອງທ່ຽວ ແລະ ວິສາຫະກິດທ່ອງທ່ຽວອອນລາຍ.
ນອກຈາກນີ້, ບັນດາເວທີການຄ້າເອເລັກໂຕຣນິກທ່ອງທ່ຽວຫຼາຍແຫ່ງກໍໄດ້ພົບກັບກະແສການສົ່ງຄືນປີ້, ເຊິ່ງສະຖານະການໂຄວິດ-19ໄດ້ນໍາສິ່ງທ້າທາຍອັນຮ້າຍແຮງມາສູ່ຂະແໜງການທ່ອງທ່ຽວຈີນ.