ຈີນ​ເດີນ​ຕາມ​ເສັ້ນ​ທາງ​​ພັດ​ທະ​ນາ​ເປັນປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ

2021-08-09 19:32:49 |ມາຈາກ: CRI

ວັນ​ທີ 8 ສິງ​ຫາ​ນີ້​ແມ່ນ “ວັນ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ” ຄັ້ງ​ທີ 13 ຂອງ​ຈີນ, ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ກໍ​ໄດ້​ສິ້ນ​ສຸດ​ລົ​ງ​ໃນ​ມື້​ດຽວ​ກັນ.

ຕະຫຼອດ​ໄລ​ຍະ 16 ວັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ, ນັກ​ກິ​ລາ​ຈີນ​ໄດ້​ສູ້​ຊົນ​ຜ່ານ​ຜ່າ​ໃນ​ການ​ແຂ່ງ​ຂັນ​ກິ​ລາ​ລະ​ດັບໂລກ ເຊິ່ງ​ສາ​ມາດ​ຊີງ​ໄດ້ຫຼຽນ​ຄຳ 38 ຫຼຽນ, ຫຼຽນ​ເງິນ 32 ຫຼຽນ ແລະ ຫຼຽນ​ທອງ 18 ຫຼຽນ ເຊິ່ງ​​ຢູ່​ອັນ​ດັບ​​ສອງ​ຂອງ​ປະ​ເທດ​ທີ່​ໄດ້ຫຼຽນ​ຄຳ ແລະ ເປັນ​ອັນ​ດັບ​ສອງ​​ຂອງ​ປະ​ເທດ​ທີ່​ໄດ້​ຮັບຫຼຽນ​ທັງ​ໝົດ. ສິ່ງ​ທີ່​ໜ້າ​ຊົມ​ເຊີຍ​ຍິນ​ດີ​ນັ້ນ​ກໍ​ຄື: ນັກ​ກິ​ລາ​ຈີນ​​ມີ​ຄວາມ​ໂດດ​ເດັ່ນ​ຂຶ້ນ​ໃນ​ລາຍ​ການ​ທີ່ເຄີຍ​ເຮັດ​ບໍ່​ໄດ້​ດີຈຳ​ນວນ​ໜຶ່ງ​ໃນ​ເມື່​ອ​ກ່ອນ.

ຄຽງ​ຄູ່​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ​ສິ້ນ​ສຸດ​ລົງ, ນັກ​ກິ​ລາ​ຈີນ​ທີ່​ສູ້​ຊົນ​ຜ່ານ​ຜ່າ​ໃນ​ງານກິ​ລາ​ໂອ​ລິມ​ປິກ​ຄັ້ງ​ນີ້​ກໍ​ໄດ້​ເຮັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນຢ່າງ​ສະ​ຫງ່າ​ງາມ, ຍິ່ງ​ເປັນ​ການ​ກະ​ຕຸ້ນ​ຄວາມ​ກະ​ຕື​ລື​ລົ້ນ​ໃນການ​ສະ​ໜັບ​ສະ​ໜູນ​​ກິ​ລາໂອ​ລິມ​ປິກ ແລະ ​ການເຂົ້າ​ຮ່ວມ​ການອອກ​ກຳ​ລັງ​ກາຍ​ຂອງ​ປະ​ຊາ​ຊົນ​ຈີນ​ໃຫ້​ສູງ​ຂຶ້ນ​ເລື້ອຍໆ, ​ອີກ​ດ້ານ​ໜຶ່ງ​ກໍຍ້ອນວ່າ, ວັນ​ທີ 8 ສິງ​ຫາ​ນີ້​ກໍ​ແມ່ນ “ວັນ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ຂອງ​ຈີນ” ໄດ້​ໝູນ​ວຽນ​ມາ​ເຖິງ​ອີກ​ຄັ້ງ​ໜຶ່ງ.

ຖ້າ​​ເວົ້າວ່າ​ງານ​ກິ​ລາ​ໂອ​ລິມ​ປິກ 4 ປີ​​ໃດ​ກໍ​ຈັດ​ຂຶ້ນ​ຄັ້ງ​ໜຶ່ງ ແລະ ຖື​ເປັນ “ງານ​ມະ​ໂຫລານ​ທີ່ສາຍ​ຕາ​ຊາວ​ໂລກ​ຂາດ​ບໍ່​ໄດ້”, ຄັນ​ຊັ້ນ, ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ກໍ່​ເປັນ​ສິ່ງ​ທີ່​​ປະ​ຊາ​ຊົນ​ສາ​ມັນ​ທຳ​ມະ​ດາ​ທຸກ​ຄົນຂາດ​ບໍ່​ໄດ້​ໃນ​ຊີ​ວິດ​ປະ​ຈຳ​ວັນ​​ເຊັ່ນ​ກັນ, ​ມັນ​ສຳ​ຄັນ​ແທ້ໆ. ຫົວ​ຂໍ້​ຂອງ “ວັນອອກ​ກຳ​ລັງ​ກາຍ” ປີ​ນີ້​ແມ່ນ: ການອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​​ຄູ່​ຂະ​ໜານກັບ​ງານ​ກິ​ລາ​ໂອ​ລິມ​ປິກ. ເມື່ອ​ນັກ​ກິ​ລາ​ທັງຫຼາຍ​ສູ້​ຊົນ​ຜ່ານ​ຜ່າ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ໂຕ​ກຽວ, ຄົນ​ທັງຫຼາຍ​ກໍ​ໃຫ້​ກຳ​ລັງ​ໃຈ​ແກ່​ນັກ​ກິ​ລາ​ດ້ວຍ​​ວິ​ທີ​ທີ່​ແຕກ​ຕ່າງ​ກັນ, ເຊັ່ນ: “ທີມ​ບານ​ສົ່ງ​ຍິງ​ຈີນ, ສູູ້​ສູ້”, “ບໍ່​ວ່າ​ຜົນ​ງານ​ຈະ​ເປັນ​ຈັ່ງ​ໃດ, ພວກ​ເຈົ້າ​ລ້ວນ​ແຕ່​ເປັນ​ນັກ​ກິ​ລາ​ດີ​ເດັ່ນ​ຂອງ​ຈີນ” ເຫຼົ່າ​ນີ້​ເປັນ​ຕົ້ນ ເຊິ່ງ​ໄດ້​ພົບ​ເຫັນ​ເລື້ອຍໆ​ຢູ່​ຕາມ​​ສື່​ສັງ​ຄົມ​ອອນ​ລາຍ.

ເນື່ອງ​ໃນ​ໂອ​ກາດ​ວັນອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ໝູນ​ວຽນ​ມາ​ເຖິງ​ອີກ​ຄັ້ງ​ໜຶ່ງ, ຄົນ​ທັງຫຼາຍ​ກໍ​ໄດ້​ຫັນ​ຄວາມ​ສົນ​ໃຈ​ແລະ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ມາ​ສູ່​ການ​ອອກ​ກຳ​ລັງ​ກາຍທົ່ວ​ປວງ​ຊົນ, ເຮັດ​ໃຫ້​ການອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ໄດ້​ຢ່າງ​ເລິກ​ເຊິ່ງ, ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍແບ​ບ​ແຜນ​ດຳ​ລົງ​ຊີ​ວິດ​ແລະ​ແບບ​ແຜນ​ເຮັດ​ວຽກ​ທີ່​ຕັ້ງ​ໜ້າ, ການເຂົ້າ​ຮ່ວມ​ການອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ຢູ່​ແຄມ​ຄອງ​ນ້ຳ​ໃຫຍ່​ຮວຍ​ອ່ານ​ແຂວງ​ຈ່ຽງ​ຊູ່​ຈີນ, ນັກ​ກິ​ລາ​ສະ​ໝັກຫຼິ້ນ 1.300 ກວ່າ​ຄົນ​ໄດ້​ແຂ່ງ​​ຂັນ​ກັນ​ຍ່າງ​ທ່າມ​ກາງ​ຝົນ​ລິນ, ເປັນ​ພຽງ​​ການ​ສ້າງບັນ​ຍາ​ກາດ​​ມ່ວນ​ຊື່ນ​ໃນ​ການອອກ​ກຳ​ລັງ​ກາຍ; ຢູ່​ໃນ​ກິດ​ຈະ​ກຳ​ສະ​ແດງ​ຄວາມ​ສາ​ມາດ​ດ້ານ​ກິ​ລາທີ່​​ມີຫົວ​ຂໍ້ວ່າ “ຂ້ອຍ​ຢາກ​ເຂົ້າ​ຮ່ວມ​ງານ​ກິ​ລາ​ທົ່ວ​ປະ​ເທດ” ທີ່​ຈັດ​ຂຶ້ນ​ຢູ່​ແຂ​ວງ​ສ້ານ​ຊີ​ຈີນ, ມີ 2.000 ກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ການຫຼິ້ນ​ກິ​ລາ​ຟັນ​ດາບ, ການ​ເຕັ້ນ​ເຊືອກ, ມວຍ​ອູ​ຊູ້ ແລະ ອື່ນໆ ເພື່ອ​ຕ້ອນ​ຮັບ​ງານ​ກິ​ລາ​ທົ່ວ​ປະ​ເທດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ​ໜ້າ; ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ, ມີ​ສະ​ໜາມ​ກິ​ລາ ແລະ ສະ​ໜາມ​ກິ​ລາ​ໃນ​ຫົ່ມຫຼາຍ​ແຫ່ງ​ໄດ້​ເປີດ​ບໍ​ລິ​ກາ​ນ​ໂດຍ​ບໍ່​ເກັ​ບ​ຄ່າ ເພື່ອ​ດຶງ​ດູດ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການອອກ​ກຳ​ລັງ​ກາຍທົ່ວ​ປວງ​ຊົນ. ສ່ວນ​ສະ​​ຫະ​ພັນ​ສະ​ກີ​ຈີນ​ໄດ້​ຈັດ​ກິດ​ຈະ​ກຳຫຼິ້ນ​ກິ​ລາ​ຫິ​ມະ​ແລະ​ນ້ຳກ້ອນ ໃນ​ວັນ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ ເພື່ອ​ຕ້ອນ​ຮັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ 2022.

ລະ​ດັບ​ການ​ພັດ​ທະ​ນາ​ກິ​ລາ​ ຈະ​ເປັນ​ກາ​ນ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ລະ​ດັບ​ການ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ປະ​ເທດ​​ໃດໜຶ່ງ​ໃນ​ລະ​ດັບ​ໃດ​ໜຶ່ງ. ກິ​ລາ​​ແມ່ນ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ໃນ​ການສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບປະ​ເທດ​ຊາດ ແລະ ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ອັນ​ຍິ່ງ​ໃຫຍ່ຂອງ​ຊົນ​ຊາດ​ຈີນ, ສຸ​ຂະ​ພາບ​ຈະ​ພົວ​ພັນ​ເຖິງ​ຄວາມ​ສຸກ​ຂອງ​ທຸກ​ຄອບ​ຄົວ ແລະ ພົວ​ພັນ​ເຖິງ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ ແລະ ຊົນ​ຊາດ​ຈີນ. ອາດ​ເວົ້າ​ໄດ້​ວ່າ: ການ​ອອກ​ກຳ​ລັງ​ກາຍ​ທົ່ວ​ປວງ​ຊົນ​ໄດ້​ຕິດ​ພັນ​ກັບ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ໝົດ​ທຸກ​ຄົນ​ຢ່າງ​ແໜ້​ນ​ແຟ້ນ. ຍ້ອນ​ງານ​ກິ​ລ​າ​ໂອ​ລິມ​ປິກ, ເຮັດ​ໃຫ້​ຄົນ​ຈີນ​ນັບ​ມື້​ນັ​ບຫຼາຍ​ມີ​ສະ​ຕິ​ແລະ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ການອອກ​ກຳ​ລັງ​ກາຍ, ຈີນ​ໄດ້​ຢ່ວງ​ບາດ​ກ້າວ​ໃໝ່ໄປ​ສູ່​ເປົ້າ​ໝາຍ​ສ້າງ​ປະ​ເທດໃຫ້​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານ​ກິ​ລາ​ຢ່າງ​ບໍ່​ຢຸດ​ຢັ້ງ.