ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມ​​ໃໝ່ແລະ​ຜູ້​ເປັນ​ພະ​ຍາດ​ທີ່ນອນ​ຢູ່​ໂຮງ​ໝໍ​ຢູ່ອາ​ເມ​ຣິ​ກາ​ເຖິງຈຸດ​ສູງ​ສຸດ​ໃນ 6 ເດືອນ​ຜ່ານ​ມາ

2021-08-10 16:56:35 |ມາຈາກ: CRI

ຕາມ​ຂ່າວCRI:ຕາມ​ຕົວ​ເລກ​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ຖືກ​ເຜີຍ​ແຜ່​ໂດຍ​ຂ່າວ​ສານ​​ຮອຍ​ເຕີໄດ້​ໃຫ້​ຮູ້​ວ່າ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ເພີ່ມ​​ໃໝ່​ແລະ​ຜູ້​ເປັນ​ພະ​ຍາດ​ທີ່ນອນ​ປິ່ນ​ປົວຢູ່​ໂຮງ​ໝໍ​ຢູ່​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ໄດ້ເຖິງ​ຈຸດ​ສູງ​ສຸດ​ໃນ 6 ເດືອນ​ຜ່ານ​ມາ​ນີ້.

ຕາມ​ຕົວ​ເລກ​ສະ​ຖິ​ຕິ, ໃນ​ວັນ​ທີ 9 ສິງ​ຫາ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ຢູ່​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 1 ແສນ​ຄົນ​ຕໍ່​ມື້​ເປັນ​ 3 ມື້​ລຽນ​ຕິດ, ໄດ້​ເພີ່ມ​ຂຶ້ນ 35% ເມື່ອ​ທຽບ​ໃສ່​ກັບ​ອາ​ທິດ​ທີ່​ຜ່ານ​ມາ, ໃນ​ນັ້ນ​ລັດ​ລຸຍ​ເຊຍ​ນາ, ລັດ​ຝໍ່​ລຣີ​ດາ​ແລະ​ລັດ​ອາ​ແຄນ​ຊໍມີ​ສະ​ພາບ​ຜູ້​ຕິດ​ເຊື້ອ​ພະ​ຍາດເພີ່ມ​ຂຶ້ນ​ຮຸນ​ແຮງ​ທີ່​ສຸດ. ໃນ​ຂອບ​ເຂດ​ທົ່ວປະ​ເທດ​ອາ​ເມ​ຣິ​ກາ​ມີ​ຜູ້​ເປັນ​ພະ​ຍາດ​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍເພີ່ມ​ຂຶ້ນ 40% ໃນ​ອາ​ທິດ​ທີ່​ຜ່ານ​ມາ, ອັດ​ຕາ​ການ​ເສຍ​ຊີ​ວິດໄດ້​ເພີ່ມ​ຂຶ້ນ 18%.

ນອກ​ນີ້, ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ, ຈຳ​ນວນ​ເດັກ​ນ້ອຍ​ທີ່​ເຂົ້າ​ປິ່ນ​ປົວຢູ່​ໂຮງ​ໝໍ​ຍ້ອນ​ຕິດ​ພະ​ຍາດ​ໂຄວິດ-19 ກໍ​ກຳ​ລັງ​ເພີ່ມ​ຂຶ້ນ.