ບົດ​ລາຍ​ງານ​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ຣິ​ກາ​ເປັນ​ປະ​ເທດ​ທີ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​​ທີ່​ສຸດ​​ຂອງ​ໂລກໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19

2021-08-10 16:58:06 |ມາຈາກ: CRI

ວັນ​ທີ 9 ສິງ​ຫາ​ນີ້, ບົດ​ລາຍ​ງານ​ຂອງ​ຄັງ​ປັນ​ຍາ​ສະ​ບັບ​ທຳ​ອິດ​​ຂອງ​ໂລກ​ທີ່​ເຜີຍ​ແບ​ຄວາມ​ຈິງ​ກ່ຽວ​ກັບການ​ຕ້​ານ​ພະ​ຍາດ​ໂຄວິດ-19​ຂອງ​ອາ​ເມ​ຣິ​ກາ​ໄດ້​ຖືກ​ເຜີຍ​ແຜ່​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ເຊິ່ງ​ບົດ​ລາຍ​ງານ​ສະ​ບັບ​ນີ້​​ໄດ້ເປີດ​ເຜີຍ​ສະ​ພາບ​ຄວາມ​ເປັນ​ຈິງ​​ໃນການ​ຕ້ານ​ພະ​ຍາດ​ຢູ່ອາ​ເມ​ຣິ​ກາ ທັງ​ຊີ້​ໃຫ້​ເຫັນ​ວ່າ ອາ​ເມ​ຣິ​ກາ​ສົມ​ເປັນ​ປະ​ເທດ​ທີ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດທີ່​ສຸດ​ຂອງ​ໂລກ​ໃນ​ການ​ຕ້ານ​ພະ​ຍາດ.

ບົດ​ລາຍ​ງານ​ສະ​ບັບ​ນີ້​ມີ​ຊື່​ວ່າ “ອາ​ເມ​ຣິ​ກາ​ເປັນ​ທີ​ໜຶ່ງ?! ຄວາມ​ຈິງ​ຂອງ​ການ​ຕ້ານ​ພະ​ຍາດ​​ໂຄວິດ-19ຢູ່​ອາ​ເມ​ຣິ​ກາ” ເຊີ່ງ​ເປີດ​ເຜີຍ​ໂດຍ​ຄັງ​ປັນ​ຍາ 3 ແຫ່ງ​ຄື ສະ​ຖາ​ບັນ​ຄົ້ນ​ຄວ້າ​ການ​ເງິນ​ສົງ​ຢາງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ​ຈີນ, ຄັງ​ປັນ​ຍາ​ໄທ​ເຫີ ແລະ​ຄັງ​ປັນ​ຍາ​ອິນ​ເຕວ​ລີ​ເຊຍ. ບົດ​ລາຍ​ງານ​ສະ​ບັບ​ນີ້​ແບ່ງ​ອອກ​ເປັນ 5 ພາກ​ຄື: ເພື່ອ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ພັກ​ຝ່າຍ​ແຕ່​ບໍ່​ແມ່ນ​ເພື່ອ​ຊີ​ວິດ​ຂອງ​ຄົນ, ບໍ່​ຖືກ​ກັບຫຼັກ​ວິ​ທະ​ຍາ​ສາດ​ແລະ​ສາ​ມັນ​ສຳ​ນຶກ,​ລະບອບຫຼົ້ມ​ແຫຼວ​ສົ່ງ​ຜົນ​ເຮັດ​ໃຫ້​ການ​ຄວບ​ຄຸມ​ພະ​ຍາດ​ບໍ່​ມີ​ປະ​ສິດ​ທິ​ຜົນ, ສະ​ພາບ​ພະ​ຍາດ​ເຮັດ​ໃຫ້​ສັງ​ຄົມ​ມີ​ຄວາມ​ແຕກ​ໂຕນ​ກັນ​ເພີ່ມ​ຂຶ້ນ​ຢ່າງ​ຮຸນ​ແຮງ​, ທຳ​ລາຍ​ການ​ຕ້ານ​ພະ​ຍາດ​ໃນ​ທົ່ວ​ໂລກ​ຕາ​ລຳ​ພັງ​ໃຈ, ບົດ​ລາຍ​ງານ​ສະ​ບັບ​ນີ້​ໄດ້​ເຜີຍ​ແບ​ຢ່າງ​ພາ​ວະ​ວິ​ໄສ​ໃຫ້​ຊາວ​ໂລກ​​ຮັບ​ຮູ້​​ຄວາມ​ຈິງ​ຂອງ​ການ​ຕ້ານ​ພະ​ຍາດ​​ຢູ່ອາ​ເມ​ຣິ​ກາ, ທັງ​ໄດ້​ຕອບ​ໂຕ້​ຖ້ອຍ​ຄຳ​ອັນ​ຜິດ​ພາດ​​ທີ່​ຈັດ​ໃຫ້ອາ​ເມ​ຣິ​ກາເປັນ​ອັນ​ດັບ​ໜຶ່ງ​ໃນ​ການ​ຕ້ານ​ພະ​ຍາດຂ​ອງ​ໂລກ.

ບົດ​ລ​າຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ອາ​ເມ​ຣິ​ກາ​ສົມ​ເປັນ​ປະ​ເທດ​ທີ່​ບໍ່​ປະ​ສົບ​ຜົນ​ສຳ​ເລັດ​ ​ທີ່​ສຸດ​​ຂອງ​ໂລກໃນ​ການ​ຕ້ານ​ພະ​ຍາດ​ໂຄວິດ-19, ສາ​ເຫດ​ໂດຍ​ກົງ​ກໍ​ຄື ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໃຊ້​ການ​ກະ​ທຳ​ທີ່​ບໍ່​ຖືກ​ກັບຫຼັກ​ວິ​ທະ​ຍາ​ສາດ​ແລະ​ສາ​ມັນ​ສຳ​ນຶກ​ໃນຫຼາຍ​ດ້ານ​ເຊັ່ນ: ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ນະ​ໂຍ​ບາຍ​ແລະ​ມາດ​ຕະ​ການ​ຕ້ານ​ພະ​ຍາດ, ການ​ສຳຫຼວດ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ເຊື້ອ​ພະ​ຍາດ​ເປັນ​ຕົ້ນ. ຢູ່​ເບື້ອງຫຼັງ​ຂອງ​ຕົວ​ເລກ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ແລະຜູ້​ເສຍ​ຊີ​ວິດທີ່​ໄຮ້​ຄວາມ​ປາ​ນີ​ແມ່ນ​ການ​ຕໍ່​ສູ້​​ທາງ​ການ​ເມືອງພາຍ​ໃນ​ປະ​ເທດ​ອາ​ເມ​ຣິ​ກາ ໂດຍ​ສະ​ເພາະ​ແມ່ນ​ກາ​ນ​ຕໍ່​ສູ້​ລະ​ຫວ່າງ​ພັກ​ຝ່າຍ​ເຮັດ​ໃຫ້​ບັນ​ຫາ​ສະ​ພາບ​ພະ​ຍາດ​ຫັນ​ເປັນ​ບັນ​ຫາ​ການ​ເມືອງ​ຢ່າງ​ຮຸນ​ແຮງ, ເຮັດ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ທີ່​​ບໍ່​ສົມ​ຄວນຕາຍນັ້ນ​ຕ້ອງ​ເສຍ​ຊີ​ວິດ​.