7 ເດືອນຕົ້ນປີ 2021 ນີ້ຈີນສາ​ມາດດຶງດູດການ​ລົງ​ທຶນ​ຂອງຕ່າງປະເທດເພີ່ມຂຶ້ນ 25,5% ເມື່ອທຽບໃສ່ 7 ເດືອນຕົ້ນປີ 2020

2021-08-18 11:08:16 |ມາຈາກ: CRI

ກະຊວງການຄ້າຈີນໄດ້ເຜີຍແຜ່ຕົວເລກ​ສະ​ຖິ​ຕິໃນວັນທີ 16 ສິງຫານີ້ວ່າ: 7 ເດືອນຕົ້ນປີ 2021 ນີ້, ທົ່ວປະເທດຈີນສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໄດ້ 672,19 ຕື້ຢວນ, ເພີ່ມຂຶ້ນ 25,5% ເມື່ອທຽບໃສ່ 7 ເດືອນຕົ້ນປີ 2020,​ ເພີ່ມຂຶ້ນ 26,1% ເມື່ອທຽບໃສ່ 7 ເດືອນຕົ້ນປີ 2019.

ເມື່ອເບິ່ງຈາກຂະແໜງການແລ້ວ​ເຫັນ​ວ່າ, ຂະແໜງການບໍລິການສາ​ມາດ​ດຶງ​ດູດ​ການ​ລົງ​ທຶນ​ຂອງຕ່າງປະເທດ​ໄດ້ 535,57 ຕື້ຢວນ, ໄດ້ເພີ່ມຂຶ້ນ 29,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020,​ເຊິ່ງກວມ 79,7% ​ຂອງ​ການ​ດຶງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ທັງ​ໝົດ. ​ໃນນັ້ນ, ຂະແໜງການຂາຍຍ່ອຍແລະ ຂາຍຍົກ, ຂະແໜງການການຄົ້ນຄວ້າດ້ານວິທະຍາສາດແລະການບໍລິການດ້ານ ເຕັກໂນໂລຊີ, ຂະແໜງການຊອຟແວການແລກປ່ຽນຂໍ້ມູນຂ່າວສານແລະ ການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານໄດ້ເພີ່ມຂຶ້ນຢ່າງວ່ອງໄວ.

ມູນຄ່າການດຶງ​ດູດ​ການ​ລົງ​ທຶນ​ຕົວ​ຈິງ​ຂອງ​ຕ່າງ​ປະ​ເທດ​ໃນຂະແໜງການເຕັກໂນ ໂລຊີຊັ້ນສູງໄດ້ເພີ່ມຂຶ້ນ 34,1%,​ ໃນນັ້ນຂະແໜງການຜະລິດດ້ານເຕັກໂນໂລຊີ ຊັ້ນສູງ, ຂະແໜງການການບໍລິການທີ່ນຳ​ໃຊ້ເຕັກໂນໂລຊີຊັ້ນສູງໄດ້ເພີ່ມຂຶ້ນ ໄວສົມຄວນ.

ເມື່ອເບິ່ງຈາກແຫຼ່ງທຶນ, ທຶນຈາກປະເທດທີ່​ຢູ່​ລຽບ​ຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ເພີ່ມຂຶ້ນ 46,3%, ທຶນຈາກປະເທດອາຊຽນເພີ່ມຂຶ້ນ 46,3%.