ລັດ​ຖະ​ບານ​ຈີນ​ພິ​ຈາ​ລະ​ນາ​ຮັບ​ຮອງແຜນ​ດຳ​ເນີນ​ງານເພື່ອຊຸກ​ຍູ້​ການ​​ປະ​ກອບ​ອາ​ຊີບ​ຕາມ​“ແຜນ​ການ5ປີ​ຄັ້ງ​ທີ14”

2021-08-18 11:15:50 |ມາຈາກ: CRI

ວັນທີ 16 ສິງ​ຫານີ້ ທ່ານ​ຫຼີ​ເຄີ້​​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ປະ​ຈຳຂອງ​ລັດ​ຖະ​ບານ,​ໂດຍໄດ້​ພິ​ຈາ​ລະ​ນາ​ແລະ​ຮັບ​ຮອງແຜນດຳ​ເນີນ​ງານເພື່ອ​ຊຸກ​ຍູ້​ການ​​ປະ​ກອບ​ອາ​ຊີບ​ຕາມ​“ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ5ປີ​ຄັ້ງ​ທີ14”,​ກຳ​ນົດ​ນະ​ໂຍ​ບາຍການ​​ປະ​ກອບ​ອາ​ຊີບ​ຢ່າງ​ຮອບ​ດ້ານ​ໃຫ້​ເປັນ​ວຽກບູ​ລິ​ມະ​ສິດ,ຊຸກ​ຍູ້​ການ​ເພີ່ມ​ຈຳ​ນວນແລະ​ຄຸນ​ນະ​ພາບ​ຂອງ​ການ​​​​ປະ​ກອບ​ອາ​ຊີບ.

ກອງ​ປະ​ຊຸມໄດ້​ຊີ້​ອອກວ່າ: ​ການ​​​ປະ​ກອບ​ອາ​ຊີບ​ໃນ​ຕົວ​ເມືອງ​ຂອງ​ຈີນໃນ​ໄລ​ຍະຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ5ປີ​ຄັ້ງ​ທີ14ຍັງ​ມີ​ຄວາມ​ກົດ​ດັນ​ພໍ​ສົມ​ຄວນ,​ຕ້ອງ​ສືບ​ຕໍ່​ຖື​ເອົາ​ການ​ປະ​ກອບ​ອາ​ຊີບ​ເປັນ​ວຽກ​ບູ​ລິ​ມະ​ສິດ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແລະ​ໃນ​ດ້ານນະ​ໂຍ​ບາຍມະ​ຫາ​ພາກ, ຊຸກ​ຍູ້​ການ​​ປະ​ກອບ​ອາ​ຊີບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ.​ເຊິ່ງ​ຕ້ອງ​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ດັ່ງ​ນີ້: ໜຶ່ງ​ ​ເພີ່​ມ​ທະ​ວີການ​ສະ​ໜັບ​ສະ​ໜູນ​ການ​​ປະ​ກອບ​ອາ​ຊີບດ້ວຍ​ນະ​ໂຍ​ບາຍ​ດ້ານ​ການ​ເງິນ​ແລະ​ເງິນ​ຕາ​; ສອງ ​ເພີ່ມ​ທະ​ວີ​ການ​​ປະ​ກອບ​ອາ​ຊີບດ້ວຍ​ການ​ສ້າງທຸ​ລະ​ກິດ; ສາມ ​ຊຸກ​ຍູ້ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ໃໝ່​ແລະ​ຮູບ​ແບບ​ໃໝ່​ໃນ​ການ​ເຮັດ​ທຸ​ລະ​ກິດຢ່າງ​ປອດ​ໃສ,ເພີ່ມ​ຕຳ​ແໜ່ງງານໃໝ່; ສີ່ ໃຫ້​ບໍ​ລິ​ການທີ່​ດີ​ໃນ​ການ​​ປະ​ກອບ​ອາ​ຊີບສະ​ເພາະ​ນັກ​ສຶກ​ສາ​​ທີ່​ຫາ​ກໍ່​ຮຽນ​ຈົບ​​ຈາກ​ໂຮງ​ຮຽນ​ຊັ້ນ​ສູງ,​ກຳ​​ມະ​ກອນ​ເຄື່ອນ​ຍ້າຍ,​ທະ​ຫານຈົບ​ພັນ​ທະ. ທັງ​ຕ້ອງ​ເພີ່ມ​ທະ​ວີ​ການ​ປົກ​ປ້ອງ​ສິດ​ແລະ​ຜົນ​ປະ​​ໂຫຍດ​ຂອງຜູ້​​​ປະ​ກອບ​ອາ​ຊີບ​ອິດ​ສະ​ຫຼະແລະ​ແຮງ​ງານເພດ​ຍິງ; ຫ້າ​ ​ຕ້ອງ​ເພີ່ມ​ການ​ເຝິກ​ອົບ​ຮົມ​ວິ​ຊາ​​ຊີບ​ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ.