ກອງປະຊຸມປະເທດພາຄີສົນທິສັນຍາຊີວະນາໆພັນ ຄັ້ງທີ 15 ຈະແບ່ງຈັດເປັນສອງໄລຍະ ຢູ່ນະຄອນຄຸນໝິງ

2021-08-19 17:53:16 |ມາຈາກ:

ກອງປະຊຸມປະເທດພາຄີສົນທິສັນຍາຊີວະນາໆພັນ ຄັ້ງທີ 15 (The fifteenth meeting of the Parties to the Convention on Biological Diversity) ຈະແບ່ງຈັດເປັນສອງໄລຍະຢູ່ນະຄອນຄຸນໝິງ ປະເທດຈີນ ຄື ໃນວັນທີ 11-15 ຕຸລາ 2021 ແລະ ໃນຕົ້ນປີ 2022.

ກອງປະຊຸມໄລຍະທຳອິດ, ຜູ້ເຂົ້າຮ່ວມປະຊຸມທີ່ຢູ່ນອກປະເທດຈີນຈະເຂົ້າຮ່ວມກອງປະຊຸມທາງອອນລາຍ, ຜູ້ເຂົ້າຮ່ວມປະຊຸມທີ່ຢູ່ໃນປະເທດຈີນຈະເຂົ້າຮ່ວມໃນສະຖານທີ່ຈັດກອງປະຊຸມ. ເນື້ອໃນຕົ້ນຕໍລວມມີ ພິທີເປີດ, ຜູ້ນຳກ່າວຄຳປາໄສ, ກອງປະຊຸມຂັ້ນສູງ ແລະ ປະກາດ “ຖະແຫຼງການຄຸນໝິງ” ແລະ ອື່ນໆ, ພ້ອມດຽວກັນນັ້ນ ກໍຈະຈັດງານວາງສະແດງ ແລະ ກິດຈະກຳ ເຊັ່ນ ເວທີສົນທະນາກ່ຽວກັບຄວາມສີວິໄລທາງນິເວດເປັນຕົ້ນ.

ກອງປະຊຸມໄລຍະທີ 2, ເປັນກອງປະຊຸມທີ່ຈັດຂຶ້ນຢູ່ໃນສະຖານທີ່ຈັດກອງປະຊຸມ, ເພື່ອອຳນວຍຄວາມສະດວກໃຫ້ແກ່ທຸກຝ່າຍໃນການສົນທະນາ ແລະ ປຶກສາຫາລືຢ່າງກວ້າງຂວາງ ແລະ ລົງເລິກ, ສົ່ງເສີມຜົນສຳເລັດຂອງແຜນແມ່ບົດຊີວະນາໆພັນໃນທົ່ວໂລກຫຼັງປີ 2020.

ເນື່ອງຈາກວ່າຄວາມຮັບຮູ້ຕໍ່ກັບການອະນຸລັກຊີວະນາໆພັນໃນທົ່ວສັງຄົມຈີນເພີ່ມທະວີຂຶ້ນຢ່າງຈະແຈ້ງ; ລະບົບກົນໄກການອະນຸລັກຄ່ອຍໆໄດ້ຮັບການປັບປຸງໃຫ້ດີຂຶ້ນ; ລະດັບກຳລັງການກວດກາຄຸ້ມຄອງ ແລະ ການປະຕິບັດການເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ການອະນຸລັກຊີວະນາໆພັນຢູ່ຈີນໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ, ແລະ ໄດ້ຮັບການຍອມຮັບຈາກປະຊາຄົມສາກົນຢ່າງກວ້າງຂວາງ. ດັ່ງນັ້ນ ກອງປະຊຸມປະເທດພາຄີສົນທິສັນຍາຊີວະນາໆພັນ ຄັ້ງທີ 15 ຈະເປີດຂຶ້ນຢູ່ນະຄອນຄຸນໝິງ ປະເທດຈີນ ຢ່າງແນ່ນອນ.

ຫົວຂໍ້ຂອງກອງປະຊຸມຄັ້ງນີ້ແມ່ນ: “ຄວາມສີວິໄລທາງນິເວດ: ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງໂລກ”, ກອງປະຊຸມຄັ້ງນີ້ຈະນຳເອົາ “ຄວາມສີວິໄລທາງນິເວດ” ມາເປັນຫົວຂໍ້ຂອງກອງປະຊຸມເປັນຄັ້ງທຳອິດ. ເພື່ອເນັ້ນຢ້ຳວ່າ ມະນຸດ ແລະ ທຳມະຊາດແມ່ນປະຊາຄົມຮ່ວມຊາຕາກຳດຽວກັນ, ຕ້ອງເຄົາລົບທຳມະຊາດ, ປັບໂຕເຂົ້າກັບທຳມະຊາດ ແລະ ອະນຸລັກທຳມະຊາດ, ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ການຕັດສິນໃຈເປັນອັນໜຶ່ງດຽວກັນຂອງຈີນ ແລະ ປະຊາຄົມສາກົນ ໃນການສະກັດກັ້ນຄວາມສູນເສຍຂອງຊີວະນາໆພັນ, ຊຸກຍູ້ໃຫ້ຄົນ ແລະ ທຳມະຊາດດຳລົງຊີວິດຮ່ວມກັນຢ່າງກົມກຽວກັນ.