RCEP ຈະນຳໂອກາດແນວໃດແດ່ມາສູ່ຢຸນນານ

2021-08-19 18:15:27 |ມາຈາກ:

ວັນທີ 25-29 ສິງຫາ, ງານວາງສະແດງສິນຄ້າອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ ແລະ ກອງປະຊຸມສຳມະນາການຄ້າ-ການລົງທຶນແບບອອນລາຍ 2021 ຈະເປີດຕົວຂຶ້ນທາງອອນລາຍ. ກິດຈະກຳຄັ້ງນີ້ຈະຖືເອົາໂອກາດການເຊັນສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ(RCEP) ແລະ ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນທີ່ຈະສ້າງສຳເລັດ, ເປັນເຈົ້າການເຊື່ອມຕໍ່ເຂົ້າກັບລະບຽບການ, ຂໍ້ກຳນົດ ແລະ ມາດຕະຖານຂອງ RCEP, ນຳສະເໜີເອກະລັກ “ລຽບຕາມເສັ້ນທາງ” ແລະ “ການຂ້າມແດນ”, ຊຸກຍູ້ການຮ່ວມມືກັບປະເທດອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດມະຫາສະໝຸດອິນເດຍຢ່າງຕໍ່ເນື່ອງ, ຍົກລະດັບ ແລະ ຂັ້ນຂອງການຮ່ວມມືສາກົນໃນດ້ານເສດຖະກິດດິຈິຕອລ ແລະ ຂົງເຂດທີ່ກ່ຽວຂ້ອງຢ່າງບໍ່ຢຸດຢັ້ງ.

ເພື່ອໃຫ້ຜູ້ອ່ານເຂົ້າໃຈ RCEP ໄດ້ດີຍິ່ງຂຶ້ນ, ນັກຂ່າວໄດ້ເຊີນ ທ່ານ ຈູ່ລີ້ ຄະນະບໍດີ ຄະນະຄົ້ນຄວ້າເສດຖະກິດ ຂອງມະຫາວິທະຍາໄລເສດຖະກິດ-ການເງິນຢຸນນານ ແລະ ທ່ານ ໂຈ່ຊີໜິງ ຜູ້ອຳນວຍການ ສູນຄົ້ນຄວ້າພັດທະນາເສດຖະກິດ ສະມາຄົມການຄ້າສາກົນແຂວງຢຸນນານ, ມາຮ່ວມກັນສະຫຼຸບສັງລວມການຄົ້ນຄວ້າໃນໄລຍະມໍ່ໆມານີ້ ແລະ ແບ່ງປັນໂອກາດທີ່ກ່ຽວກັບ RCEP.

ຖາມ: RCEP ຈະນຳໂອກາດແນວໃດແດ່ມາສູ່ຢຸນນານ?

ຕອບ : ການເຊັນສັນຍາ RCEP ມີຜົນປະໂຫຍດຕໍ່ການຊຸກຍູ້ຂັ້ນຕອນການລວມກຸ່ມເສດຖະກິດອາຊີຕາເວັນອອກ, ສົ່ງສັນຍານຂໍ້ມູນສູ່ພາຍນອກກ່ຽວກັບຄວາມພະຍາຍາມການກໍ່ສ້າງເສດຖະກິດໂລກໃນລັກສະນະເປີດກວ້າງ ແລະ ກົນໄກການຄ້າຫຼາຍຝ່າຍ, ເລັ່ງລັດການປັບປຸງສະພາບແວດລ້ອມການລົງທຶນ ແລະ ການຄ້າພາກພື້ນ, ຊຸກຍູ້ການລົງທຶນການຄ້າແບບເສລີ ແລະ ສະດວກສະບາຍ.

ພວກເຮົາຄິດວ່າ, ສຳລັບຢຸນນານ, RCEP ໄດ້ນຳໂອກາດມາສູ່ຢຸນນານ ຕົ້ນຕໍມີ 4 ດ້ານຄື: ໜຶ່ງ ຄືບູລິມະສິດດ້ານພາສີເພື່ອຫຼຸດຕົ້ນທຶນ, ການໄຫຼວຽນຂອງອົງປະກອບສະດວກໂລ່ງລຽນຍິ່ງຂຶ້ນ. ສອງ ຄື ຂໍ້ກຳນົດມາດຕາທີ່ກ່ຽວຂ້ອງ ແລະ ລະບຽບການສະສົມແຫຼ່ງຕົ້ນກຳເນີດຜະລິດພັນ, ຈະຊຸກຍູ້ກຳລັງແຮງໃນການກໍ່ສ້າງຕ່ອງໂສ້ມູນຄ່າຂອງຂະແໜງການຜະລິດແຂວງຢຸນນານ ແລະ ປະເທດອາຊຽນ. ສາມແມ່ນ ລະບົບກົນໄກບັນຊີລາຍການດ້ານລົບຂົງເຂດການລົງທຶນຂອງ RCEP, ຈະສົ່ງເສີມໃຫ້ຢຸນນານນຳໃຊ້ທຶນຕ່າງປະເທດໃນການພັດທະນາທີ່ມີຄຸນນະພາບສູງ. ສີ່ແມ່ນ RCEP ຈະເລັ່ງລັດ ສົ່ງເສີມການພັດທະນາ ແລະ ການຮວມຕົວກັນຂອງຂະແໜງການໃນເຂດທົດລອງການຄ້າເສລີ (ຢຸນນານ) ປະເທດຈີນ.