ຈີນ​ຫວັງ​ວ່າ: ກຸ່ມ​ຕາ​ລີ​ບັນ​ອັ​ຟ​ກາ​ນີ​ສະ​ຖານ​ຈະ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ຕ່າງໆ ເພື່ອ​ຈັດ​ຕັ້ງ​ລັດ​ຖະ​ບານ​ທີ່​ປະ​ກອບ​ດ້ວຍຫຼາຍ​ຝ່າຍ

2021-08-19 18:16:31 |ມາຈາກ:

ວັນ​ທີ 18 ສິງ​ຫາ​ນີ້, ທ່ານ​ຈ້າວ​ລີ​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ອັ​ຟ​ກາ​ນີ​ສະ​ຖານ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ຈີນ​ຫວັງ​ວ່າກຸ່ມ​ຕາ​ລີ​ບັນ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ​ຈະ​ສົນ​ທະ​ນາ​ແລະ​ປຶກ​ສາ​ຫາ​ລື​ກັບ​ຝ່າຍ​ຕ່າງໆ​​ ເພື່ອ​ຈັດ​ຕັ້ງ​ລັດ​ຖະ​ບານ​ແບບ​ເປີດ​ປະ​ຕູ​ທີ່​ປະ​ກອບ​ດ້ວຍຫຼາຍ​ຝ່າຍ.

ກ່ອນ​ໜ້າ​ນີ້, ໂຄ​ສົກ​ກຸ່ມ​ຕາ​ລີ​ບັນ​​ຂອງອັ​ຟ​ກາ​ນີ​ສະ​ຖານ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼ​ງ​ຂ່າວ​ວ່າ: ກຸ່ມ​ຕາ​ລີ​ບັນ​ບໍ່​ຢາກ​​ເຮັດ​ສົງ​ຄາມ​ກັບ​ຝ່າຍໃດ​ໆ ແລະ​ກໍ​ບໍ່​​ຢາກ​ເປັນ​ສັດ​ຕູ​ກັບ​ໃຜ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​, ກຸ່ມ​ຕາ​ລີ​ບັນ​ຈະ​ເຄົາ​ລົບ​ສິ​ດ​ແມ່​ຍິງ​ຕາມ​ຂອບ​ສາ​ສະ​ໜາ​ອິ​ສ​ລາມ, ສະ​ແຫວງ​ຫາ​ການ​ສ້າງ​ສາຍ​ພົວ​ພັນ​ທີ່​ດີ​ງາມ​ກັບ​ປະ​ເທດ​ອື່ນ ແລະ​ມີ​ແຜນ​ການ​ຈະ​ສ້າງ​​ຕັ້ງລັດ​ຖະ​ບານ​​ທີ່​ປະ​ກອບ​ດ້ວຍຫຼາຍ​ຝ່າຍ​ຢູ່​ອັ​ຟ​ກາ​ນີ​ສະ​ຖານ.

ໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນກ່າວ​ວ່າ: ຈີນ​ໄດ້​ເອົາ​ໃຈ​ໃສ່​ຕິດ​ຕາມຄວາມ​ເຫັນ​ທີ່​ກ່ຽວ​ຂ້ອງ​ຂອງ​ກຸ່ມ​ຕາ​ລີ​ບັນ​ຂອງອັ​ຟ​​ກາ​ນີ​ສະ​ຖານ, ພວກ​ເຮົາ​ກໍ​ຫວັງ​ວ່າ ​ກຸ່ມ​ຕາ​ລີ​ບັນ​ຈະ​ໂຈມ​ຕີລັດ​ທິ​ກໍ່​ການ​ຮ້ານ​ທຸກ​ຮູບ​ແບບ​ຢ່າງ​ເດັດ​ດ່ຽວ, ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ ທີ່​ບໍ່​ອະ​ນຸ​ຍາດໃຫ້​ອິດ​ທິ​ກຳ​ລັງ​ໃດໆໃຊ້​ດິນ​ແດນ​ອັ​ຟ​ກາ​ນີ​ສະ​ຖານ​ເພື່ອ​ສ້າງ​ໄພ​ຂົ່ມ​ຂູ່​ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ໃກ້​ຄຽງ​ໄດ້​ຢ່າງ​ແທ້​ຈິງ. ຈີນ​ຈະ​ສືບ​ຕໍ່​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ, ສະ​ໜັບ​ສະ​ໜູນ​ການ​ສ້າງ​ສາອັ​ຟ​ກາ​ນີ​ສະ​ຖານ​ຄືນ​ໃໝ່ໂດຍ​ສັນ​ຕິ, ຊ່ວຍ​ເຫຼືອອັ​ຟ​ກາ​ນີ​ສະ​ຖານ​ບັນ​ລຸ​ສັນ​ຕິ​​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຖາ​ວອນ.