ສື່ມວນ​ຊົນ​ອາ​ເມ​ຣິ​ກາກ່າວ​ວ່າ:ເວ​ລາ​​ເກີດ​ມີ​ຜູ້ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​ຢູ່​ອາ​ເມ​ຣິ​ກາ​ແມ່ນ​ໃນ​ຕົ້ນ​ເດືອນ​ມັງ​ກອນ​ປີ 2020

2021-08-23 17:49:00 |ມາຈາກ: CRI

ເວັບ​ໄຊແຊນ​ໂຈ​ເຊ​ເມີ​ຄີວ​ຣີ​ຂອງ​ອາ​ເມ​ຣິ​ກາ​ສະ​ບັບ​ວັນ​ທີ 22 ສິງ​ຫາ​ນີ້​​ໄດ້ລາຍ​ງານ​ວ່າ: ເວ​ລາ​ເກີດ​ມີ​ຜູ້ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ​​ຢູ່​ອາ​ເມ​ຣິ​ກາ​ໄວ​ກວ່າເວ​ລາ​ທີ່​ເປີດ​ເຜີຍຢ່າງ​ເປັນ​ທາງ​ການ​ໃນ​ປັດ​ຈຸ​ບັນ.

ຕົວ​ເລກ​ຂໍ້​ມູນ​ຫຼ້າ​ສຸດ​ຂອງ​ສູນ​ສະ​ຖິ​ຕິ​ສາ​ທາ​ລະ​ນະ​ສຸກ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ທີ່​ຂຶ້ນ​ກັບ​ສູນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ວັນ​ທີ 5 ຫາ​ວັນ​ທີ 11 ມັງ​ກອນ​ປີ 2020, ຢູ່​ອາ​ເມ​ຣິ​ກາ​ໄດ້​ພົບ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີທຳ​ອິດ; ແຕ່​ວັນ​ທີ 12 ຫາ 18 ມັງ​ກອນ​ປີ​ດຽວ​ກັນ​ໄດ້​ພົບ​ຜູ້​ເສຍ​ຊີ​ວິດອີກ 2 ກໍ​ລະ​ນີ; ແຕ່​ວັນ​ທີ 19 ຫາ 25 ມັງ​ກອນ​ປີ​ດຽວ​ກັນ​ໄດ້​ພົບຜູ້​ເສຍ​ຊີ​ວິດ​ອີກ 2 ກໍ​ລະ​ນີ, ແຕ່​ວັນ​ທີ 26 ມັງ​ກອນ​ຫາ​ວັນ​ທີ 1 ກຸມ​ພາ​ປີ​ດຽວ​ກັນ​ໄດ້​ພົບຜູ້​ເສຍ​ຊີ​ວິດ​ອີກ 1 ກໍ​ລະ​ນີ. ​ຕົວ​ເລກ​ນີ້​ແມ່ນ​ໄວ​ກວ່າ​ການ​ເປີດ​ເຜີຍ​ຢ່າງ​ເປັນ​ທາງ​ການ​ຂອງ​ອາ​ເມ​ຣິ​ກາ​ວ່າມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19 ກໍ​ລະ​ນີ​ທຳ​ອິດ.

ຂ່າວ​ແຈ້ງວ່າ: ຕົວ​ເລກ​ດັ່ງ​ກ່າວ​ອາດ​ຈະ​ບິດ​ເບືອນ​ເວ​ລາ​ຫຼາຍ​ໃນ​ກໍ​ລະ​ນີ​ເກີດ​ມີ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອ​ງ​ພະ​ຍາດ​ໂຄວິດ-19 ຢູ່​ອາ​ເມ​ຣິ​ກາ​, ຕົວ​ເລກ​ຫຼ້າ​ສຸດເຫຼົ່າ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ຢູ່​ອາ​ເມ​ຣິ​ກາ​ໃນ​ເດືອນ​ທັນ​ວາ​ຫຼື​ເດືອນ​ພະ​ຈິກ​ປີ 2019 ກໍໄດ້​ເກີດ​ມີ​ພະ​ຍາດ​ໂຄວິດ-19 ແລ້ວ.